ຮອດລາວແລ້ວ ວັກແຊງປ້ອງກັນໂຄວິດ-19 ຈອນສັນ ແອນ ຈອນສັນ Johnson & Johnson 1.008.000 ໂດສ

809

ໃນຕອນຄໍ່າຂອງວັນທີ 16 ກໍລະກົດ 2021 ເຮືອບິນທີ່ຂົນສົ່ງ ວັກແຊງປ້ອງກັນໂຄວິດ-19 ຈອນສັນ ແອນ ຈອນສັນ Johnson & Johnson ຈຳນວນ 1.8,000 ໂດສ ໄດ້ມາຮອດສະໜາມບິນສາກົນວັດໄຕ, ໂດຍຕາງໜ້າຮ່ວມມອບຮັບໂດຍທ່ານ ນາງ ທິບພະກອນ ຈັນທະວົງສາ ເປັນຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານ ດຣ. ບຸນແຝງ ພູມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ; ທ່ານ ດຣ. ປີເຕີ ເຮມອນ, ເອກອັກຄະລັດຖະທູດສະຫະລັດອາເມລິກາປະຈຳ ສປປລາວ; ທ່ານມີເຊລ໌ ໂຣນນິງ, ຜູ້ຕາງໜ້າອົງການ USAID ປະຈຳສປປລາວ; ດຣ. ກາວຈູນ, ວ່າການແທນ, ອົງການ WHO ປະຈຳ ສປປລາວ, ທ່ານນາງ ບີອາເຕ ດາສເຕລ໌, ວ່າການແທນຜູ້ຕາງໜ້າອົງການຢູນິເຊັບປະຈໍາ ສປປລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ວັກແຊງ ປ້ອງກັນພະຍາດ ໂຄວິດ-19 ທີ່ສປປ ລາວ ໄດ້ ຄັ້ງໃໝ່ ຊຶ່ງເປັນການບໍລິຈາກຂອງລັດຖະບານ ສະຫະລັດອາເມລິກາ ໂດຍການຈັດສົ່ງຜ່ານ COVAX Facility ຊຶ່ງແມ່ນການຮ່ວມມືກັນລະຫວ່າງ ອົງການພັນທະມິດຮ່ວມມືດ້ານນະວັດຕະກໍາເພື່ອຮັບມືກັບພະຍາດລະບາດ (CEPI), Gavi ຊຶ່ງເປັນພັນທະມິດວັກແຊງ, ແລະ ອົງການອະນາ ໄມໂລກ (WHO), ໂດຍມີອົງການຢູນິເຊັບເປັນຄູ່ຮ່ວມງານສຳຄັນໃນການຈັດສົ່ງ. ການຈັດສົ່ງຄັ້ງໃໝ່ນີ້ປະກອບດ້ວຍວັກແຊງກັນພະຍາດ ໂຄວິດ-19 ຈອນສັນ ແອນ ຈອນສັນ Johnson & Johnson’s ຈຳນວນ 1.008,000 ໂດສ, ເຊິ່ງວັກແຊງປ້ອງກັນພະຍາດ ໂຄວິດ-19 ຈອນສັນ ແອນ ຈອນສັນ Johnson & Johnson’s ແມ່ນແຕກຕ່າງຈາກວັກແຊງ ກັນພະຍາດ ໂຄວິດ-19 ຊະນິດອື່ນໆທີ່ມີຢູ່ໃນ ສປປ ລາວ ໃນປະຈຸບັນ ຍ້ອນວ່າ ພຽງແຕ່ຕ້ອງສັກຄັ້ງດຽວເທົ່ານັ້ນ.

ດ້ວຍການບໍລິຈາກວັກແຊງປ້ອງກັນພະຍາດ ໂຄວິດ-19 ຈອນສັນ ແອນ ຈອນສັນ Johnson & Johnson ຈຳນວນ 1.008,000 ໂດສ໌ ຊຶ່ງເປັນການປະກອບສ່ວນໂດຍກົງຈາກປະຊາຊົນອາເມລິກາ ຕໍ່ ສປປ ລາວ, ເຊິ່ງ ລັດຖະບານ ຈະສາມາດສັກວັກແຊງປ້ອງກັນເຊື້ອໄວຣັດໃຫ້ແກ່ປະຊາຊົນໄດ້ 1 ລ້ານກວ່າຄົນ ໃນຈໍານວນປະຊາກອນທັງໝົດປະມານ 7 ລ້ານຄົນ. ອັນນີ້ເຮັດໃຫ້ປະເທດລາວຫັຍບເຂົ້າໃກ້ກັບເປົ້າໝາຍທີ່ຈະສັກວັກແຊງກັນພະຍາດ ໂຄວິດ-19 ໃຫ້ໄດ້ 50% ຂອງປະຊາກອນໃນທ້າຍປີ 2021 ນີ້.


ດັ່ງນັ້ນ, ຈາກການໄດ້ຮັບວັກຊີນຈຳນວນ 1,008,000 ໂດສ໌ ຊຶ່ງເປັນການບໍລິຈາກໂດຍກົງຈາກປະຊາຊົນອາເມລິກາໃຫ້ແກ່ ສປປ ລາວ, ຈະເຮັດໃຫ້ ລັດຖະບານລາວ ສາມາດຕອບສະໜອງການປ້ອງກັນການຕິດເຊື້ອໄວຣັດໃຫ້ແກ່ປະຊາຊົນ 1 ລ້ານກວ່າຄົນ ຫຼື 14 ເປີເຊັນຂອງປະຊາກອນທັງໝົດ.

ວັກຊີນກັນພະຍາດໂຄວິດ-19 J&J/Janssen ແຕກຕ່າງຈາກວັກຊີນກັນພະຍາດໂຄວິດ-19 ຊະນິດອື່ນໆທີ່ມີຢູ່ໃນ ສປປ ລາວ ໃນປະຈຸບັນ ຍ້ອນວ່າຕ້ອງສັກພຽງຄັ້ງດຽວເທົ່ານັ້ນ. ນອກນັ້ນ, ວັກຊີນ J&J/Janssen ຍັງສາມາດເກັບຮັກສາໄວ້ໃນອຸນຫະພູມຕູ້ເຢັນປົກກະຕິ ຊຶ່ງເປັນທີ່ເໝາະສົມທີ່ສຸດຕໍ່ການສັກວັກຊີນກັນພະຍາດໃຫ້ແກ່ປະຊາກອນໃນເຂດຊົນນະບົດ ຫຼື ເຂດຫ່າງໄກສອກຫຼີກທີ່ເຂົ້າເຖິງຍາກ.

ລັດຖະບານແຫ່ງ ສປປ ລາວ ຈະໃຊ້ວັກຊີນ J&J/Janssen ເຫຼົ່ານີ້ ຕໍ່ກຸ່ມທີ່ເປັນບູລິມະສິດ, ລວມທັງຜູ້ທີ່ມີອາຍຸ 60 ປີຂື້ນໄປ, ຄົນທີ່ມີພະຍາດປະຈໍາຕົວ ແລະ ພະນັກງານສາທາລະນະສຸກໃນຂອບເຂດທົ່ວປະເທດ, ໂດຍສອດຄ່ອງກັບແຜນປະຕິບັດງານການສັກວັກຊີນກັນພະຍາດ ໂຄວິດ-19 ແຫ່ງຊາດ ແລະ ຍັງມີແຜນການເພີ່ມເຕີມເພື່ອນຳໃຊ້ຕໍ່ປະຊາກອນກຸ່ມເປົ້າໝາຍອື່ນໆ, ລວມທັງເຂດຫ່າງໄກ ສອກຫຼີກ ແລະ ເຂດທີ່ເຂົ້າເຖິງໄດ້ຍາກ.