ບໍລິສັດໂທລະຄົມ Telenor ໃນມຽນມາ ຂາຍກິດຈະການ

291

ບໍລິສັດ Telenor ບໍລິສັດຜູ້ໃຫ້ບໍລິການເຄືອຂ່າຍໂທລະສັບຈາກ ນ໊ອກແວ ໃນມຽນມາ ໄດ້ຕັດສິນໃຈຂາຍກິດຈະການທັງໝົດໃຫ້ແກ່ ບໍລິສັດ M1 ກຣຸບ ໃນມູນຄ່າ 105 ລ້ານໂດລາສະຫະລັດ ເພື່ອໃຫ້ການບໍລິການເຄືອຂ່າຍໂທລະສັບຕໍ່ໄປ, ໃນຂະນະທີ່ນັກວິເຄາະກັງວົນວ່າການຂາຍກິດຈະການຄັ້ງນີ້ ອາດສົ່ງຜົນກະທົບຕໍ່ການຊົມໃຊ້ສື່ສັງຄົມອອນລາຍໃນມຽນມາ.

ທ່ານ ຊິກເວ ເບຣກເກີ ປະທານ ບໍລິສັດ Telenor ໃນມຽນມາ ກ່າວວ່າ: ເນື່ອງຈາກສະຖານະການໃນມຽນມາໃນໄລຍະຫຼາຍເດືອນຜ່ານມາ ກາຍເປັນ ຄວາມທ້າທາຍ ສຳລັບການດຳເນີນທຸລະກິດຂອງ ບໍລິສັດ Telenor ທີ່ໃຫ້ບໍລິການເຄືອຂ່າຍສັນຍານໂທລະສັບດ້ວຍເຫດຜົນດ້ານຄວາມປອດໄພຂອງຜູ້ຄົນ, ກົດລະບຽບ, ການປະຕິບັດຕາມລະບຽບກົດໝາຍ ເຊິ່ງພວກເຮົາໄດ້ປະເມີນຕົວເລືອກທັງໝົດແລ້ວ ເຊື່ອວ່າການຂາຍກິດຈະການຂອງບໍລິສັດທັງໝົດຈະເປັນທາງອອກທີ່ດີທີ່ສຸດສຳລັບພວກເຮົາ ສຳລັບສະຖານະການໃນປັດຈຸບັນ.

ທັງນີ້, ບໍລິສັດ Telenor ໄດ້ດຳເນີນທຸລະກິດຢູ່ມຽນມາ ນັບແຕ່ປີ 2014 ເປັນຕົ້ນມາ ໄດ້ສ້າງວຽກເຮັດງານທຳໃຫ້ແກ່ຊາວມຽນມາ ເກືອບ 800 ຕຳແໜ່ງ.