ສ້າງຄວາມເຂັ້ມແຂງໃຫ້ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນການວາງແຜນທຸລະກິດ ເພື່ອເຂົ້າຫາແຫຼ່ງທຶນ

724

ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ກະຊວງອຸດສາຫະກຳ ແລະ ການຄ້າ(ອຄ) ໄດ້ຈັດຝຶກອົບຮົມໃນຫົວຂໍ້ “ການວາງແຜນທຸລະກິດ, ການວາງແຜນການເງິນ ແລະ ການບັນຊີເງິນສົດ” ໃຫ້ວິສາຫະກິດຂະໜາດນ້ອຍ ແລະ ກາງ ເພື່ອໃຫ້ໄດ້ຮຽນຮູ້ ແລະ ເຂົ້າໃຈການວາງແຜນທຸລະກິດ ຂອງເຂົາເຈົ້າ ແລະ ກະກຽມຄວາມພ້ອມໃນການ ເຂົ້າເຖິງແຫຼ່ງທຶນ.


ພິທີເປີດຊຸດຝຶກອົບຮົມມີຂຶ້ນໃນວັນທີ 12 ກໍລະກົດ 2021 ທີ່ ນະຄອນຫຼວງວຽງຈັນ ໂດຍການເປັນປະທານ ຂອງ ທ່ານ ສາ ສີລິພົງ ຮອງຫົວໜ້າກົມ ສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ເຊິ່ງສຳມະນາກອນທີ່ເປັນຜູ້ປະກອບການຫຼາຍຂົງເຂດ ເຂົ້າຮ່ວມ.


ທ່ານ ສາ ສີລິພົງ ໄດ້ກ່າວວ່າ: ການຝຶກອົບຮົມຄັ້ງນີ້ ເພື່ອຜັນຂະຫຍາຍມາດຕາ 15 ຂອງດຳລັດວ່າດ້ວຍກອງທຶນສົ່ງເສີມ SME ສະບັບເລກທີ 299 / ລບ ທັງເປັນການສ້າງເງື່ອນໄຂໃຫ້ທະນາຄານເຂົ້າຮ່ວມໂຄງການບ້ວງເງິນ 200 ຕື້ກີບໄດ້ປ່ອຍໂດຍໄວ ພ້ອມທັງຊ່ວຍໃຫ້ ຫົວໜ່ວຍ SME ສາມາດເຂົ້າເຖິງແຫຼ່ງທຶນດອກເບ້ຍຕໍ່າ 3 % ຂອງກອງທຶນສົ່ງເສີມ ວິສາຫະກິດຂະໜາດນ້ອຍ ແລະ ກາງ ຊຶ່ງຈະເນັ້ນຝຶກອົບຮົມໃຫ້ຫົວໜ່ວຍ SME ທີ່ຜ່ານເງື່ອນໄຂກູ້ຢືມບ້ວງເງິນດັ່ງກ່າວ ແລະ ຫົວໜ່ວຍ ສ້າງຄວາມເຂັ້ມແຂງໃຫ້ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນການວາງແຜນທຸລະກິດ, ການວາງແຜນການເງິນ ແລະ ການບັນຊີເງິນສົດໃຫ້ຫົວໜ່ວຍ SME ທີ່ຍັງບໍ່ຜ່ານເງື່ອນໄຂການປ່ອຍກູ້ແຕ່ນອນໃນ 4 ຂະແໜງການບູລິມະສິດໃນການປ່ອຍກູ້ ຊຸດຝຶກອົບຮົມໃນຄ້ງນີ້ຍັງເປັນການຊ່ວຍໃຫ້ຫົວໜ່ວຍ SME ຫັນມາຖືບັນຊີເປັນລະບົບຖືກຕ້ອງຕາມກົດໝາຍບັນຊີ.


ສຳລັບຜູ້ປະກອບກິດຈະການທີ່ເຂົ້າຮ່ວມມີ 2 ກຸ່ມເປົ້າໝາຍຄື: 1 ກຸ່ມທີ່ຜ່ານເງື່ອນໄຂການປ່ອຍກູ້ຂອງທະນາຄານ , 2 ກຸ່ມຍັງບໍ່ຜ່ານເງື່ອນໄຂຂອງທະນາຄານແຕ່ນອນໃນ 4 ຂະແໜງການບູລິມະສິດໃນການປ່ອຍກູ້ມີ 8 ຫົວໜ່ວຍ ແລະ ຜູ້ປະກອບກິດຈະການທີ່ຜ່ານເງື່ອນໄຂມີ 17 ຫົວໜ່ວຍທີ່່ໄດ້ຮັບສິນເຊື່ອຈາກ 3 ທະນາຄານ ຄື: ທະນາຄານຊາຄອມແບັງ ລາວ, ທະນາຄານຮ່ວມທຸລະກິດ ລາວ – ຫວຽດ ແລະ ທະນາຄານ ມາຣູຮານເຈແປນ ລາວ ລວມທັງໝົດ 25 ຫົວໜ່ວຍ.


ຊຸດຝຶກອົບຮົມດັ່ງກ່າວ ແມ່ນນໍາໃຊ້ທີມງານຄູຝຶກທີ່ມີປະສົບການສູງຈາກສະມາຄົມການເງິນຈຸລະພາກ(MFA) ພາຍໃຕ້ໂຄງການຢັ້ງຢືນການຝຶກອົບຮົມໃຫ້ ວິສາຫະກິດຂະໜາດນ້ອຍ ແລະ ກາງ ເພື່ອເຂົ້າເຖິງແຫຼ່ງທຶນໂດຍການສະໜັບສະໜູນຈາກ ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກຳ ແລະ ການຄ້າ.
ການຝຶກອົບຮົມນີ້ຈະດໍາເນີນໄປເປັນເວລາ 5 ວັນ ຊຶ່ງຈະມີທັງພາກທິດສະດີ, ພາກໃຫ້ຄໍາປຶກສາໃນການຂຽນແຜນທຸລະກິດ ເພື່ອໃຫ້ ກັບ 25 ຫົວໜ່ວຍ ໃຫ້ໄດ້ມີແຜນທຸລະກິດຂອງຕົນເອງພາຍຫຼັງການຝຶກອົບຮົມ.