ສະຖານະການໂຄວິດຢູ່ປະເທດໄທ ເຂົ້າຂັ້ນຮ້າຍແຮງ ວັນນີ້ຍອດຕິດເຊື້ອແລະເສຍຊີວິດ ພຸ່ງສ້າງສະຖຸຕິໃໝ່, ດ້ານລັດຖະບານ ປະກາດລ໊ອກດາວ10 ຈັງຫວັດ ເລີ່ມ12 ກໍລະກົດ ເພື່ອສະກັດການແຜ່ລະບາດ

1277
Health workers check documents for local resident waiting for the coronavirus testing at the Ratchasingkhon temple in Bangkok, Thailand, Wednesday, July 7, 2021. (AP Photo/Sakchai Lalit)

ສະຖານະການການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ປະເທດໄທ ນັບແຕ່ທ້າຍເດືອນເມສາ2021 ມາເຖິງປັດຈຸບັນ ຍັງບໍ່ສາມາດສະກັດວົງຈອນການແຜ່ລະບາດໄດ້  ເຮັດໃຫ້ສະຖານະການລຸກລາມ ຈາກຍອດຕິດເຊື້ອໃນເບື້ອງຕົ້ນວັນລະ1 ພັນຄົນ ກ້າວເຂົ້າສູ່ວັນລະ9 ພັນຄົນ ເປັນມື້ທີ 2ຕິດຕໍ່.

ຈາກສະພາບດັ່ງກ່າວໃນວັນທິ9 ກໍລະກົດ 2021 ລັດຖະບານໄທ ໄດ້ປະຊຸມ ແລະ ລົງມະຕິລ໊ອກດາວ10ຈັງຫວັດ ແລະ ປະລິມົນທົນຂອງນະຄອນຫຼວງບາງກອກ ເປັນເວລາ14 ວັນ ເລີ່ມຈັດຕັ້ງປະຕິບັດ ແຕ່ວັນທີ12 ກໍລະກົດ ເປັນຕົ້ນໄປ ເພື່ອຢຸດການແຜ່ກະບາດຂອງໂຄວິດ-19ລົງ.

ສ່ວນສະຖານະການ ມາຮອດວັນທີ10 ກໍລະກົດ ມີກໍລະນີຕິດເຊື້ອໃໝ່ ຫຼາຍເຖິງ9.326 ຄົນ ເຊິ່ງເປັນສະຖິຕິການຕິດເຊື້ອລາຍວັນສູງສຸດຮອບໃຫມ່ ເຮັດໃຫ້ຍອດຕິດເຊື້ອສະສົມຂອງປະເທດໄທສູງເຖິງ326.823 ຄົນ; ສ່ວນຍອດເສຍຊີວິດໃນມື້ດຽວກັນຫຼາຍເຖິງ91 ຄົນ ເປັນຕົວເລກສູງສຸດຮອບໃໝ່ ເຮັດໃຫ້ຜູ້ເສຍຊີວິດສະສົມ ເພີ່ມເປັນ2.625ຄົນ.

ປັດ​ຈຸ​ບັນ, ໂຮງ​ໝໍ​ຂາດແຄນ​ຕຽງ​ນອນ​ຢ່າງ​ໜັກ​ໜ່ວງ, ຜູ້​ຖືກ​ບົ່ງ​ມະ​ຕິ​​ຕິດ​ເຊື້ອ​ພະ​ຍາດຈຳ​ນວນ​ຫຼວງ​ຫຼາຍ​ບໍ່​ສາ​ມາດ​ໄດ້​ຮັບ​ການ​ປິ່ນ​ປົວ​ຢ່າງ​ທັນ​​ເວ​ລາ, ສະ​ພາບ​ການ​​ຢູ່​ນະ​ຄອນ​ຫຼວງ​ບາງກອກ​ໜັກ​ໜ່ວງກວ່າ​ໝູ່.