ຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່ ກ່າວຜູ້ສັກວັກຊີນ ຄົບ 2 ເຂັມ ຈະມີພູມຄຸ້ມກັນຕໍ່ໂຄວິດ-19 ທຸກສາຍພັນ

3005

ໃນວັນທີ 9 ກໍລະກົດ ປີ 2021 ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ຖະແຫຼງຂ່າວປະຈຳວັນ ທີ່ກະຊວງສາທາລະນະສຸກ.


ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່ ກ່າວວ່າ: ການລະບາດຂອງພະຍາດໂຄວິດ-19 ໃນໂລກນີ້ ຍັງບໍ່ທັນມີທ່າອ່ຽງທີ່ຈະຫຼຸດລົງເທື່ອ ແຕ່ກົງກັນຂ້າມ ຍັງສືບຕໍ່ມີລາຍງານການຕິດເຊື້ອເພິ່ມຂຶ້ນ ຢູ່ສະຫະລັດອາເມລິກາ, ຫຼາຍປະເທດໃນຢູໂຣບ ກໍ່ຄື ໃນອາຊຽນ. ຕາມການລາຍງານຫຼ້າສຸດ ສາຍພັນເດວ້ຕ້າ ປະຈຸບັນ ເປັນສາຍພັນທີ່ພົບຫຼາຍ ຢູ່ຢູໂຣບ ແລະ ອາເມລິກາ ແລະ ຄາດວ່າ ຕໍ່ໜ້າ ຈະເປັນສາຍພັນທີ່ຈະມາທົດແທນສາຍພັນອານຟ້າ ແລະ ສາຍພັນດັ້ງເດີມ.


ອົງການອະນາໄມໂລກ ໄດ້ຈັດສາຍພັນເດວຕ້າ (B.1.617.2) ເປັນສາຍພັນທີ່ໜ້າເປັນຫ່ວງ ເພາະສາມາດຕິດຕໍ່ໄດ້ງ່າຍ, ໄວກວ່າເກົ່າ ແລະ ເຮັດໃຫ້ມີອາການຮຸນແຮງໄດ້ ມີອັດຕາການແຜ່ເຊື້ອສູງກວ່າ ສາຍພັນອານຟ້າ ເຖິງ 60%, ປະຈຸບັນ ສາຍພັນເດວຕ້າ ໄດ້ແຜ່ລະບາດໄປ 95 ປະເທດໃນທົ່ວໂລກ, ແລະ 50 ລັດ ຢູ່ສະຫະລັດອາເມລິກາ ແລະ ປະເທດທີ່ມີອັດຕາການສັກຢາຕ່ຳ, ພ້ອມດຽວກັນນັ້ນ ອາດຈະຫຼຸດປະສິດຕິພາບຂອງວັກຊີນ ແລະ ການປິ່ນປົວ.


ສາຍພັນເດວຕ້າ ຍັງເປັນສາເຫດທີ່ເຮັດໃຫ້ເກີດການລະບາດຄັ້ງໃຫຍ່ຜ່ານມາ ໃນອິນເດຍ ທີ່ມີລາຍງານຜູ້ຕິດເຊື້ອໃໝ່ ແລະ ເສຍຊີວິດຢ່າງຫຼວງຫຼາຍ; ເຊັ່ນດຽວກັນກັບ ໃນອັງກິດ ສາຍພັນເດວຕ້າ ແມ່ນກວມເອົາ 95% ຂອງຜູ້ຕິດເຊື້ອໃໝ່ ນັກວິທະຍາສາດ ພົບວ່າ ອັດຕາການແຜ່ເຊື້ອແມ່ນ 40-60%; ແຕ່ກໍ່ມີຂ່າວດີ ຖ້າເຮົາໄດ້ຮັບວັກຊີນຄົບ 2 ເຂັມ ສາມາດມີພູມຄຸ້ມກັນຕ້ານຕໍ່ສາຍພັນດ່ັງກ່າວໄດ້ ຫຼື ຖ້າຕິດເຊື້ອ ອາການກໍ່ຈະບໍ່ຮຸນແຮງ ສົມທຽບໃສ່ຜູ້ທີ່ບໍ່ໄດ້ສັກວັກແຊງ.


ຄຽງຄູ່ກັນນັ້ນ ການທີ່ໄດ້ສັກວັກແຊງ ໃຫ້ກຸ່ມເປົ້າໝາຍສ່ຽງ ແລະ ປະຊາຊົນທົ່ວໄປ ເກີນ 50% ເຊັ່ນ ໃນນະຄອນຫຼວງວຽງຈັນ, ແຂວງບໍ່ແກ້ວ ກໍ່ຄື ໃນຫຼາຍແຂວງ ແມ່ນ ປັດໄຈຫຼັກ ໃນການຢັບຢັ້ງ ການແຜ່ເຊື້ອ ບໍ່ວ່າສາຍພັນໃດໆ ທີ່ນຳເຂົ້າມາ. ສຳຄັນທີ່ສຸດ ການທີ່ໄດ້ສັກຢາວັກຊີນ ຄົບ 2 ເຂັມ ແມ່ນຈະສ້າງພູມຄຸ້ມກັນ ຕໍ່ທຸກສາຍພັນ ນັບແຕ່ 90 – 96% ແລະ ການສຶກສາໃນຫຼາຍປະເທດ ທີ່ມີອັດຕາການສັກຢາສູງກວ່າ 60% ຂອງປະຊາກອນ ພົບເຫັນວ່າ ເຖິງມີການເພິ່ມຂຶ້ນຂອງຈຳນວນກໍໍລະນີຕິດເຊື້ອດ້ວຍສາຍພັນເດວຕ້າກໍ່ຕາມ ແຕ່ຈຳນວນພົບກໍລະນີໜັກ ແມ່ນໜ້ອຍ ເຊັ່ນດຽກັນ ໃນວົງການການແພດ ຜູ້ທີ່ໄດ້ຮັບວັກຊີນຄົບ 2 ເຂັມ ແມ່ນມີອັດຕາການຕິດເຊື້ອ ໜ້ອຍກວ່າ ກຸ່ມທີ່ໄດ້ຮັບພຽງແຕ່ເຂັມດຽວ ຫຼື ບໍ່ໄດ້ຮັບເລີຍ.


ດັ່ງນັ້ນ, ຂໍໍຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມ ຈົ່ງຮ່ວມແຮງຮ່ວມໃຈກັນ ໃນການປະຕິບັດຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ສະບັບເລກທີ 745/ຫສນຍ, ລົງວັນທີ 4ອີກເທື່ອໜຶ່ງ ໃຫ້ທຸກຄົນ ຮີບຮ້ອນໄປສັກວັກຊີນ ເຂັມ 2 ຕາມກຳນົດ, ຕາມຈຸດ ບໍລິການສັກວັກຊີນ ໃນຂອບເຂດທົ່ວປະເທດ. ດັ່ງນັ້ນ,ຈຶ່ງໃຫ້ທ່ານຕິດຕາມ ແຈ້ງການຂອງໜ່ວຍງານສັກຢາ ໃນເຂດທີ່ໃກ້ບ້ານທ່ານ ເພື່ອສະດວກໃນການລົງທະບຽນ ແລະ ການເດີນທາງໄປສັກ ຕາມກຳນົດເວລາ ແລະ ສິ່ງສຳຄັນ ແມ່ນໃຫ້ຮັກສາຄວາມເປັນລະບຽບຮຽບຮ້ອຍ ບໍ່ແຫຍ້ ບໍ່ແຊງຄິວກັນ ໃຫ້ຮັກສາໄລຍະຫ່າງ ແລະ ບໍ່ໃຫ້ກັງວົນ ວ່າ ວັກຊີນຈະບໍ່ພຽງພໍສັກ ເພາະ ພັກ ແລະ ລັດຖະບານ ກໍ່ຄື ກະຊວງສາທາລະນະສຸກ ແມ່ນມີແຜນໃນການຈັດຫາວັກຊີນມາບໍລິການໃຫ້ແກ່ປະຊາຊົນທຸກທົ່ວໜ້າ ເພື່ອບັນລຸໃຫ້ໄດ້ 50% ຂອງປະຊາຊົນລາວ ໃນປີ 2021. ກໍລະກົດ 2021.