ທົ່ວໂລກຍັງໜັກໜ່ວງ ຕົວເລກຜູ້ຕິດເຊື້ອສູງເຖິງ 184.970,942 ຄົນ ແລະ ເສຍຊີວິດແລ້ວ 4.001,769 ຄົນ

395

ການລະບາດເຊື້ອພະຍາດ ໂຄວິດ-19 ໃນທົ່ວໂລກມີ 220 ປະເທດ, ເບິ່ງຕົວເລກຜູ້ຕິດເຊື້ອນັບມື້ນັບເພີ່ມຂຶ້ນສູງ ທົ່ວໂລກມີຜູ້ຕິດເຊື້ອໂຄວິດ-19 ເຖິງ 184.970,942 ຄົນ, ເສຍຊີວິດ 4.001,769 ຄົນ, ປິ່ນປົວຫາຍດີ 169.342,730 ຄົນ.

ສຳລັບປະເທດທີ່ມີຕົວເລກຕິດເຊື້ອຫຼາຍອັນດັບ 1 ແມ່ນປະເທດ ສະຫະລັດອາເມລິກາ ມີຜູ້ຕິດເຊື້ອ 34.598,361 ຄົນ ຕົວເລກຜູ້ເສຍຊີວິດ 621.335 ຄົນ ແລະ ຕົວເລກຜູ້ປິ່ນປົວຫາຍດີມີທັງໝົດ 29.111,580 ຄົນ.

ອັນດັບ 2 ປະເທດ ອິນເດຍ  ມີຜູ້ຕິດເຊື້ອທັງໝົດ 30.619,932 ໃນນັ້ນຍັງມີຜູ້ຕິດເຊື້ອໃໝ່ ສະເພາະມື້ນີ້ 993 ຄົນ, ມີຜູ້ເສຍຊີວິດສະສົມ 403.310 ຄົນ ແລະ ມີຜູ້ປິ່ນປົວກາຍດີ 29.752,294 ຄົນ; ແລະ ປະເທດອັນດັບ 3 ແມ່ນປະເທດ ບຣາຊິວ ມີຜູ້ຕິດເຊື້ອທັງໝົດ 18.792,511 ຄົນ, ເສຍຊີວິດ 525.229 ຄົນ ແລະ ປິ່ນປົວຫາຍດີທັງໝົດ 17.151,673 ຄົນ.