ພາສ່ອງສາວງາມຕ່າງປະເທດ ດິເລ່ ວິວເລມສຕິນ Miss World Netherlands 2021

954

ດິເລ່ ວິວເລມສຕິນ (Dilay Willemstein) ໄດ້ຖືກຄັດເລືອກໃຫ້ເປັນຕົວແທນຂອງປະເທດເນເທີແລນ ໃນງານປະກວດນາງງາມໂລກຄັ້ງທີ 70 ທີ່ ໂປຣໂຕລິໂກ Puerto Rico ເຊິ່ງປັດຈຸບັນ ດິເລ່ ອາຍຸ 21 ປີ ຈາກເມືອງ Eindhoven ໄດ້ຮັບຕຳແໜ່ງ Miss World Netherlands 2021 ທີ່ຫ້ອງໂຖງ De Koning Venue Maxima ທີ່ມີຄວາມງົດງາມ ໃນວັນທີ 30 ມິຖຸນາ ແລະ ດິເລ່ເອງໄດ້ຮັບ ຕໍາແໜ່ງນາງງາມຜູ້ສືບທອດ ຈາກ Miss World Netherlands 2019, ເຣນດ້າ ເຟ່ລິເຄ່ຍ ມັດເຕ Brenda Felicia Muste.

ດີເລ່ ເປັນຄົນທີ່ມີພອນສະຫວັນໃນການເຕັ້ນມາຕັ້ງແຕ່ອາຍຸ 4 ປີ ແລະ ໄດ້ສໍາເລັດການຝຶກອົບຮົມເຕັ້ນຂອງຕົນຢູ່ທີ່ Utrecht ພ້ອມທັງເປັນນັກເຕັ້ນມືອາຊີບ, ໃນຕອນນີ້ ດີເລ່ສອນການເຕັ້ນ ແລະ ການເຮັດວຽກເປັນຕົວແບບໃຫ້ກັບສັງຄົມ  ເຊິ່ງບໍ່ແປກໃຈເລີຍວ່າດິວເລ່ ແມ່ນຕິດຢູ່ໃນ 5 ອັນດັບ ທໍາອິດຂອງຄົນທີ່ມີພອນສະຫວັນ.

ສໍາລັບ ຜູ້ເຂົ້າຮອບສຸດທ້າຍແຕ່ລະຄົນ ໃນເວທີ Miss World ນີ້ ຈະມີໂຄງການຄວາມງາມ ທີ່ມີຈຸດປະສົງ ໃນການຊ່ວຍເຫລືອສັງຄົມ ແລະ ດິເລ່ ໄດ້ເລີ່ມຕົ້ນໂຄງການ ໃນການໂຄສະນາ ທີ່ມີຊື່ວ່າ “Mijn naam is … ” My name is …ຊື່ຂອງຂ້ອຍແມ່ນ …” ເຊິ່ງມີຈຸດປະສົງເພື່ອປັບປຸງວິທີການທີ່ຄົນຄິດກ່ຽວກັບໂລກຈິດ.

ດີເລ່ ກ່າວວ່າ:“ ຂ້ອຍຕ້ອງການໃຊ້ພອນສະຫວັນຂອງຂ້ອຍໃນເວທີໃຫຍ່ ເພື່ອເຮັດໃຫ້ບັນຫາສັງຄົມກາຍເປັນຫົວຂໍ້ສົນທະນາ ແລະ ມີອິດທິພົນໃນທາງບວກ  ຂ້ອຍຢາກເປັນແຮງບັນດານໃຈໃຫ້ຄົນ ແລະ ເລີ່ມຕົ້ນໂຄງການທີ່ສວຍງາມ, ເຊັ່ນວ່າຂ້ອຍໄດ້ເລີ່ມຕົ້ນທີ່ເວທີ Miss World.  ຈຸດປະສົງກໍແມ່ນເພື່ອປະກອບສ່ວນເຂົ້າໃນການປູກຈິດ ສຳ ນຶກຂອງສັງຄົມຕໍ່ຜູ້ທີ່ເປັນໂຣກຈິດ.  ຍັງມີການລຳອຽງຫລາຍກ່ຽວກັບຄົນທີ່ມີຄຳຮ້ອງທຸກທາງຈິດໃຈ ຂ້ອຍຢາກທຳລາຍສິ່ງນັ້ນ ແລະ ເປີດໂອກາດໃຫ້ພວກເຂົາເຫລົ່ານັ້ນຫລາຍຂຶ້ນ”

ດິເລ່ ຈະເປັນຕົວແທນຂອງປະເທດເນເທີແລນ ໃນການປະກວດ ແລະ ຄາດວ່າຈະໄດ້ເຂົ້າຮອບຊີງຊະນະເລີດ ໃນການປະກວດ Miss World ທີ່ມີ 70 ປະເທດເຂົ້າຮ່ວມ ຈັດຂຶ້ນທີ່ ໂປຣໂຕຣິໂກ້ Puerto Rico