ເຈົ້າແຂວງບໍ່ແກ້ວ ລົງຊຸກຍູ້ບັນດາໂຄງການກໍ່ສ້າງ ຢູ່ເມືອງຫ້ວຍຊາຍ

341

ວັນທີ 1 ກໍລະກົດ 2021 ນີ້, ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ ພ້ອມດ້ວຍພະແນກໂຍທາທິການ ແລະ ຂົນສົ່ງ, ພະແນກຊັບພະຍາກອນທໍາມະຊາດ ແລະ ສິງແວດລ້ອມ, ພະແນກອຸດສາຫະກໍາ ແລະ ການຄ້າ, ພະແນກກະສິກໍາ ແລະ ປ່າໄມ້ ລົງຕິດຕາມຊຸກຍູ້ບັນດາໂຄງການກໍ່ສ້າງ ຢູ່ເມືອງຫ້ວຍຊາຍ.

ໃນນັ້ນ, ມີໂຄງການການສຳຫລວດອອກແບບການກໍ່ສ້າງເສັ້ນທາງດ່ວນບໍ່ແກ້ວ ຫາ ບໍ່ເຕັນ ຫລວງນໍ້າທາ ມີໄລຍະທາງ 176 ກວ່າກິໂລ ແມັດ, ມີ 4 ເລນ, ມູນຄ່າການລົງທຶນ ປະມານ 3,8 ຕື້ໂດລາ.


ຈາກນັ້ນ, ກໍໄປເບິ່ງໂຄງການສວນສາທາລະນະໜອງຖານ ເປັນໂຄງການພັດທະນາຕົວເມືອງ ຕາມແລວທາງອະນຸພາກພື້ນແມ່ນໍ້າຂອງ 2, ປະກອບມີ 6 ສັນຍາ, ປັດຈຸບັນ ກຳລັງດໍາເນີນການກໍ່ສ້າງປະຕິບັດໄດ້ກວ່າ 70%. ໃນນັ້ນ, ມີໂຄງການກໍ່ສ້າງທ່າເຮືອ, ປ້ອງກັນຕາຝັ່ງເຈື່ອນ ແລະ ທາງຍ່າງແຄມຂອງ, ໂຄງການກໍ່ສ້າງສວນສາທາລະນະສະ ຖານທີ່ພັກຜ່ອນໜອງຖານ, ທາງລຽບແຄມຂອງ, ໂຄງການກໍ່ສ້າງເສັ້ນທາງຊອຍ 11 ເສັ້ນ ແລະ ຮ່ອງລະບາຍນໍ້າພາຍໃນເທສະບານ, ໂຄງການກໍ່ສ້າງສະໜາມກຳຈັດຂີ້ເຫຍື້ອ, ໂຄງ ການກໍ່ສ້າງປັບປຸງຄ່ອງລະບາຍນໍ້າເປື້ອນພາຍໃນເທສະບານ ແລະ ການຈັດຊື້-ຈັດຈ້າງພາ ຫະນະ ແລະ ອຸປະກອນຮັບໃຊ້ສະໜາມຂີ້ເຫຍື້ອ.

ພ້ອມກັນນີ້, ກໍໄດ້ສືບຕໍ່ໄປເບິ່ງໂຄງການກໍ່ສ້າງໜອງປາຂອງວັງວີໂກ ຢູ່ຕະຫລາດຈີນ ບ້ານປ່າອ້ອຍ ເປັນໜອງປາທີ່ໃຫຍ່ ແລະ ສາ ມາດບໍາບັດນໍ້າເປື້ອນ ໃຫ້ກັບມາໃຊ້ຄືນໄດ້ ມີ 86 ອ່າງ, ອ່າງ 1 ສາມາດລ້ຽງປາໄດ້ 2 ໂຕນ ແລະ ໄປເບິ່ງໂຄງການກໍ່ສ້າງສູນການຄ້າຮວງຍຸນບໍ່ແກ້ວ ບ້ານມົກກະຈອກ ເມືອງຫ້ວຍຊາຍ ເປັນສູນການຄ້າຄົບວົງຈອນ ທີ່ໃຫຍ່ທີ່ສຸດຢູ່ແຂວງບໍ່ແກ້ວ.

ຖ້າຫາກວ່າ ບັນດາໂຄງການດັ່ງກ່າງສ້າງສໍາເລັດ ກໍຈະສາມາດຍົກລະດັບການພັດທະນາ ພື້ນຖານໂຄງລາງ, ເສດຖະກິດ, ປັບປ່ຽນໂສມໜ້າຂອງແຂວງບໍ່ແກ້ວ ຂຶ້ນອີກບາດກ້າວໃໝ່, ສາມາດຮອງຮັບທາງດ້ານການເດີນທາງ, ການທ່ອງທ່ຽວ ແລະ ການບໍລິ ການດ້ານອື່ນໆ ໃຫ້ສະດວກສະບາຍຂຶ້ນ.

ພາບ-ຂ່າວ: ຄໍາເພັງ ສີສະຫວ່າງ