2 ກໍລະກົດ ມີກໍລະນີຕິດເຊື້ອໂຄວິດ-19 ໃໝ່ຈຳນວນ 32 ຄົນ; ໃນນີ້ເປັນແຮງງານລາວທີ່ເດີນທາງກັບປະເທດຕິດໂຄວິດຫຼາຍເຖິງ 27 ຄົນ

681

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວມື້ນີ້ 2 ກໍລະກົດກ່ຽວກັບສະພາບໂຄວິດ-19 ໃນ ສປປ ລາວ ເຊິ່ງໃຫ້ຮູ້ວ່າ ມື້ວັນທີ 1 ກໍລະກົດຜ່ານມາກວດພົບຜູ້ຕິດເຊື້ອໃໝ່ອີກ 32 ກໍລະນີ ໃນນັ້ນເປັນແຮງງານນຳເຂົ້າ 27 ຄົນ, ຕິດເຊື້ອໃນຊຸມຊົນອີກ 5 ເຊິ່ງຖືວ່າບໍ່ໜ້ອຍເລີຍ.


ໂດຍໃນວັນທີ 01 ກໍລະກົດ 2021 ທົ່ວປະເທດໄດ້ກວດວິເຄາະທັງໝົດ 1.670 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 32 ຄົນ, ຈາກນະຄອນຫຼວງວຽງຈັນ 3 ຄົນ, ສະຫວັນນະເຂດ 5 ຄົນ, ຈຳປາສັກ 15 ຄົນ, ສາລະວັນ 1 ຄົນ, ຄຳມ່ວນ 3 ຄົນ ແລະ ແຂວງວຽງຈັນ 5 ຄົນ.


ສ່ວນນະຄອນຫຼວງວຽງຈັນ, ສະຫວັນນະເຂດ, ຈຳປາສັກ, ສາລະວັນ ແລະ ຄຳມ່ວນ ແມ່ນກວດພົບຈາກແຮງງານລາວ ທີ່ກັບມາຈາກປະເທດເພື່ອນບ້ານ ໂດຍຖືກຕ້ອງຕາມກົດໝາຍ ເຊິ່ງຖືວ່າ ເປັນກໍລະນີນຳເຂົ້າ. ສຳລັບ ແຂວງວຽງຈັນ 5 ຄົນ ແມ່ນກໍລະນີຕິດເຊື້ອໃນຊຸມຊົນ ທີ່ມີປະຫວັດສຳຜັດໃກ້ຊິດ ນຳຜູ້ຕິດເຊື້ອເກົ່າ.


ເຮັດໃຫ້ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 2.176 ຄົນ, ເສຍຊີວິດສະສົມ 3 ຄົນ (ບໍ່ມີກໍລະນີເສຍຊີວິດໃໝ່) ແລະ ກໍາລັງປິ່ນປົວ ທັງໝົດ 187 ຄົນ.

ມາຮອດປະຈຸບັນ ສປປ ລາວເຮົາ ກວດພົບເຫັນ 4 ສາຍພັນ ປະກອບມີ: ສາຍພັນດັ້ງເດີມ, ສາຍພັນອານຟ້າ, ສາຍພັນເດວຕ້າ ແລະ ຫຼ້າສຸດ ແມ່ນກວດພົບເຫັນ ສາຍພັນກັບປ້າ (ອິນເດຍ) ເຊິ່ງເປັນສາຍພັນທີ່ບໍ່ຮຸນແຮງ ເມື່ອທຽບໃສ່ກັບສາຍພັນອື່ນໆ ແຕ່ກໍ່ຕ້ອງໄດ້ຕິດຕາມສະພາບການຢ່າງໃກ້ຊິດ ເຊິ່ງ ອົງການອະນາໄມໂລກ ຖືວ່າ ເປັນສາຍພັນທີ່ຄວນເອົາໃຈໃສ່ ແລະ ເຝົ້າລະວັງ.

ພາບແຮງງານລາວເດີນທາງກັບປະເທດ ໃນປີ2020ຜ່ານມາ

ຕໍ່ກັບສະພາບການດັ່ງກ່າວ, ຈຶ່ງຂໍຮຽກຮ້ອງມາຍັງ ອຳນາດການປົກຄອງທ້ອງຖິ່ນທຸກຂັ້ນ ຈົ່ງເຂັ້ມງວດໃນການກວດກາ, ລາດຕະເວນ ຮັບປະກັນບໍ່ໃຫ້ມີຜູ້ລັກລອບເຂົ້າມາ ສປປ ລາວ ຕາມຊ່ອງທາງທຳມະຊາດ ເຊິ່ງພວກທ່ານ ຈະເຫັນໄດ້ຈາກສື່ຕ່າງໆທີ່ເປັນທາງການ ໄດ້ປະກາດຫາ ຜູ້ທີ່ລັກລອບເຂົ້າມາ, ຖ້າຫາກທ່ານພົບເຫັນບຸກຄົນດັ່ງກ່າວ ໃຫ້ຮີບຮ້ອນລາຍງານແກ່ເຈົ້າໜ້າທີ່ກ່ຽວຂ້ອງ ເພື່ອຈະໄດ້ນຳພວກກ່ຽວເຂົ້າໄປຈຳກັດບໍລິເວນ 14 ວັນ ຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້ ພ້ອມທັງ ເກັບຕົວຢ່າງກວດຊອກຫາເຊື້ອ ແລະ ສາຍພັນ ຢ່າງທັນການ.