ໂພນໂຮງໂຄວິດລະບາດໃນຊຸມຊົນ ເຈົ້າແຂວງວຽງຈັນເລັ່ງລົງຊີ້ນຳ

485

ພາຍຫຼັງເກີດການລະບາດຂອງພະຍາດໂຄວິດ-19 ໃນຊຸມຊົນເມືອງໂພນໂຮງ ແຂວງວຽງຈັນ ຢ່າງຕໍ່ເນື່ອງມາຫຼາຍວັນຫຼ້າສຸດ ໃນເຊົ້າວັນທີ 30 ມິຖຸນາ 2021 ຜ່ານມານີ້ ການນຳຂອງແຂວງວຽງຈັນ ນຳໂດຍ ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ ພ້ອມດ້ວຍ ຄະນະປ້ອງກັນ ສະກັດກັ້ນ ພະຍາດໂຄວິດ 19 ແຂວງ ໄດ້ລົງຕິດຕາມ ການປະຕິບັດມາດຕະການປ້ອງກັນການແຜ່ລະບາດພະຍາດໂຄວິດ 19ຢູ່ເມືອງໂພນໂຮງ ໂດຍມີ ທຸກຂະແໜງການກ່ຽວຂ້ອງຂັ້ນແຂວງ ແລະ ເມືອງເຂົ້າຮ່ວມ.


ໃນການລົງເຄື່ອນໄຫວຕິດຕາມຄະນະຮັບຜິດຊອບຂັ້ນແຂວງຄັ້ງນີ້ ທ່ານ ສົມປະສົງ ສຸວົງຄຳຈັນ ເຈົ້າເມືອງໆໂພນໂຮງກໍ່ໄດ້ລາຍງານ ການຈັດຕັ້ງປະຕິບັດມາດຕະຮັບມືຕໍ່ກັບສະພາບທີ່ເກີດຂື້ນໄດ້ກ່າວວ່າ: ຕໍ່ກັບສະຖານະການດັ່ງກ່າວ ຄະນະປ້ອງກັນ ສະກັ້ນ ພະຍາດໂຄວິດ ໂດຍສົມທົບທຸກຂະແໜງ ໄດ້ລົງຕິດຕາມສະພາບການຢ່າງເລັງດ່ວນ ແລະເອົາໃຈໃສ່ຊຶ່ງສະແດງອອກໄລຍະຜ່ານມາ ສາມາດກັກກັ້ນ ຜູ້ມີຄວາມສ່ຽງຢູ່ສູນກັກກັ້ນສະສົມຕົວເລກ ໄດ້ 45 ຄົນ ຮອດວັນທີ 28 ມິຖຸນາ 2021 ເມືອງໂພນໂຮງມີຜູ້ຕິດເຊື້ອໃໝ່ ຈຳນວນ 4 ຄົນ ຍິງ 2 ຄົນ ( ຢູ່ບ້ານໃໝ່ ) ວັນທີ 29 ມິຖຸນາ 2021 ມີຜູ້ຕິດເຊື້ອ ເພີ່ມຂື້ນ17 ຄົນ ຍິງ 11 ຄົນ ກວມເອົາ 3 ບ້ານ ຄື ບ້ານ ໃໝ່ 13 ຄົນ ,ບ້ານນາເລົາ 3 ຄົນ ແລະ ບ້ານ ໂພນທັນ 1 ຄົນ ໃນ ຈຳນວນຜູ້ຕິດເຊື້ອໃໝ່ນີ້ໄດ້ຮັບການປິ່ນປົວຢູ່ໂຮງໝໍເມືອງ .

ຕໍ່ກັບສະພາບການດັ່ງກ່າວ ຄະນະປ້ອງ ສະກັດກັ້ນທຸກຂັ້ນໄດ້ຍົກສູງ ການປະຕິບັດ ມາດຕະການປ້ອງກັນ ຢ່າງເຂັ້ມງວດ ເປັນຕົ້ນປະຕິບັດ ຄຳສັ່ງແນະນຳເລກທີ 07/ ຈຂ ວຈ ແລະ ແຈ້ງການຄະນະສະເພາະກິດຂັ້ນແຂວງຢ່າງເຂັ້ມງວດ ພ້ອມທັງອອກມາດຕະການຈຳເປັນເພື່ອສະກັດກັ້ນແລະໂຄສະນາໃຫ້ທົ່ວປວງຊົນຮູ້ໄດ້ເຖິງຜົນຮ້າຍຂອງພະຍາດ ແລະ ໃຫ້ຄວາມຮ່ວມມື ເພື່ອພ້ອມກັນປ້ອງກັນ.

ໂອກາດດັ່ງກ່າວນີ້ ທ່ານເຈົ້າແຂວງວຽງຈັນກໍ່ໄດ້ເນັ້ນໝັກໃຫ້ຄະນະປ້ອງກັນ ເພີ່ມທະວີ ການປະຕິບັດມາດການປ້ອງກັນຢ່າງເຂັ້ມງວດ ເຊັ່ນ ກຳນົດເຂດພື້ນທີ່ມີຄວາມສຽງ,ກຳຈັດການເຂົ້າອອກພື້ນທີ່ສຽງບ້ານທີ່ແຜ່ລະບາດ ຢ່າງເຂັ້ມງວດ ພ້ອມລົງກວດກາຫາເຊື້ອ ກຸ່ມຄົນທີ່ມີຄວາມສຽງໃຫ້ໄດ້ຈົນໝົດ ເພື່ອປ້ອງກັນສະກັ້ນພະຍາດບໍ່ໃຫ້ແຜ່ລາມ ແລະ ກຳຈັດໃຫ້ໝົດໄປ. ໂອກາດດັ່ງກ່າວນີ້ ການນຳຂອງແຂວງ ,ເມືອງຍັງໄດ້ລົງຕິດຕາມເບິງຄວາມພ້ອມຂອງສູນກັກກັ້ນຢູ່ໂພນໂຮງ,ຕິດຕາມການລົງກວດກາຂອງຄະນະທີມແພດເພື່ອຊອກຫາເຊື້ອຢູ່ບ້ານໃໝ່,ບ້ານນາເລົາແລະ ໂພນທັນ ເພື່ອສະກັດໃຫ້ມີປະສິດທິພາບ.

 

ສຳລັບແຂວງວຽງຈັນ ຕາມຖະແຫຼງຂ່າວຫຼ້າສຸດແມ່ນມີຜູ້ຕິດເຊື້ອເພີ່ມອີກ 3 ກໍລະນີໃນວັນທີ 30 ມິຖຸນາ 2021 ຂໍໃຫ້ພົ້ນໄພໂດຍໄວ.