ນັດຊະຍາ ໄຊໂກສີ ຜູ້ມີຮອຍຍິ້ມເປັນສະເຫນ່ ຂໍແຈ້ງເກີດກັບ Miss Teen Laos 2021

858

ຜ່ານເຂົ້າຮອບ 50ຄົນ ເປັນທີ່ຮຽບຮ້ອຍແລ້ວ ສໍາລັບສາວນ້ອຍຮອຍຍິ້ມສົດໃສຄົນນີ້ ນັດຊະຍາ ໄຊໂກສີ ຫລືກົບນ້ອຍ MTL129 ຈາກເວທີ Miss Teen Laos 2021 ມາທໍາຄວາມຮູ້ຈັກກັບນ້ອງກົບນ້ອຍໃຫ້ຫລາຍຂຶ້້ນປັດຈຸບັນແມ່ນຢູ່ສັງກັດ The One Agency ບໍ່ເຄີຍປະກວດເວທີໃດມາກ່ອນ ເວທີມີສທີນ ເປັນເວທີທໍາອິດຂອງນ້ອງ ຄວາມໃຝ່ຝັນໃນເວທີນີ້ແມ່ນການເປັນດາວແຫ່ງຍຸກສະໄໝ ກໍຄືການໄດ້ຕຳແໜ່ງ Miss Teen Laos 2021 ເພາະວ່າ ນ້ອງເອງກໍເປັນເດັກນ້ອຍຜູ້ຍິງທຳມະດາຄົນໜຶ່ງທີ່ມີຄວາມໃຝ່ຝັນຢາກເຕີບໃຫຍ່ ແລະ ໄປໄດ້ໄກໃນວົງການບັນເທີງ ບໍ່ວ່າຈະເປັນການເດີນແບບ, ການສະແດງຕ່າງໆ ແລະ ຢາກເປັນແບບຢ່າງທີ່ດີໃຫ້ສັງຄົມ.

ນ້ອງເປັນຄົນທີ່ມີຄວາມພາຍະຍາມຢ່າງສູງ ໃນການເຝິກຝົນ ແລະ ພັດທະນາຕົນເອງໃນທຸກໆດ້ານ ຕະຫຼອດເວລາທີ່ຜ່ານມາ ຈະເຮັດໃຫ້ຕົນເອງກາຍເປັນທີ່ຍອມຮັບໃນສັງຄົມ ສາມາດສ້າງຈຸດຢືນໃຫ້ກັບຕົນເອງ ແລະ ເປັນຕົວແບບທີ່ດີໃຫ້ກັບນ້ອງໆໄວໜຸ່ມລາວ ຖ້າໄດ້ເປັນໂຕແທນຂອງລາວໃນເວທີສາກົນແມ່ນ ຈະເສີມຂະຫຍາຍວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດທີ່ເປັນສິ່ງທີ່ໜ້າເອກອ້າງທະນົງໃຈຂອງປະຊາຊົນລາວ ນຳເອົາສິ່ງດັ່ງກ່າວໄປເຜີຍແຜ່ໃຫ້ເວທີສາກົນໄດ້ຮັບຮູ້ວ່າປະເທດລາວກໍອຸດົມສົມບູນໄປດ້ວຍຊັບໃນດິນສິນໃນນຳ້ ແລະ ຊັບພະຍາກອນທີ່ມີຄຸນຄ່າ ແລະ ນ້ອງຈະປະພຶດຕົນໃຫ້ມີເພື່ອເປັນເເບບຢ່າງທີ່ດີໃຫ້ແກ່ໄວລຸ້ນລາວ ແລະ ຈະປະກອບສ່ວນເປັນກະບອກສຽງໃຫ້ສັງຄົມ ຫຼື ປະເທດຊາດ ໃນການຕໍ່ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ.

ນ້ອງຄິດວ່າຈຸດເດັ່ນທີ່ຈະສາມາດເອົາຊະນະໃຈກຳມະການ ຄືທັດສະນະຄະຕິແນວຄິດການກະທຳ ແລະ ຄວາມຮູ້ຄວາມສາມາດຂອງຕົນເອງ ອັນເປັນຈຸດທີ່ແຕກຕ່າງໄປຈາກຄົນອື່ນ ແລະ ສາມາດເຮັດໃຫ້ຄົນອື່ນຖະໜອມຮັກໄດ້ ໂດຍນ້ອງບໍ່ເຄີຍທໍ້ຖອຍຕໍ່ອຸປະສັກຕ່າງໆ ເປັນຄົນມີຄວາມອົດທົນພາຍາຍາມສູງ ໃນການພັດທະນາຕົນເອງໃຫ້ກາຍເປັນຄົນທີ່ເກັ່ງຕະຫຼອດມາ ເຊິ່ງນ້ອງມີຄະຕິປະຈໍາໃຈຢູ່ວ່າ: ” ອົດທົນ ໝົ້ນທຸກ ມີສຸກ ພາຍຫຼັງ” ກໍຄືເຮັດທຸກຢ່າງໃນທຸກໆມື້ນີ້ໃຫ້ດີທີ່ສຸດນັ້ນເອງ.

ກ່ອນທີ່ຈະມາປະກວດ Miss Teen Laos 2021 ນ້ອງໄດ້ກຽມໂຕຄື ການເຝິກຝົນພັດທະນາຕົນເອງໃຫ້ມີຫຼາກຫຼາຍຄວາມຮູ້ຄວາມສາມາດ, ເຝິກຊ້ອມການເດີນແບບ, ການຍ່າງ ແລະ ການວາງໂຕໃຫ້ມີບຸກຄະລິກກະພາບທີ່ດີ, ການດູແລຕົນເອງ ບໍ່ວ່າຈະເປັນໜ້າ, ຜົມ, ຫຸ່ນ ພັກຜ່ອນໃຫ້ພຽງພໍ ສຳລັບສັກກາຍະພາບພາຍໃນກໍຄືທາງດ້ານສະຕິປັນຍາ ແມ່ນໄດ້ມີການພັດທະນາຄວາມຮູ້ທາງດ້ານວັດທະນະທຳ, ພັດທະນາຄວາມຮູ້ທາງດ້ານພາສາກາງກໍຄືພາສາອັງກິດຢູ່ເລື້ອຍໆ ເພື່ອເປັນການເຝິກຝົນຕົນເອງໃຫ້ມີຄວາມພ້ອມກ່ອນມາປະກວດເພື່ອສານຝັນໃຫ້ຕົນເອງກາຍເປັນ Miss Teen Laos2021 .

ສຳລັບຍາມວ່າງແມ່ນ ຈະຊອກຫາວິດີໂອໃຫ້ຂໍ້ຄິດເບິ່ງເພື່ອເປັນຄຳສອນເຕືອນໃຈ ໃນການດຳລົງຊີວິດຂອງນ້ອງ ນອກຈາກນັ້ນກໍຍັງມັກອອກໄປຖ່າຍຮູບພັກຜ່ອນ ສຸດທ້າຍນີ້ ເຖິງນ້ອງຈະບໍ່ແມ່ນຄົນທີ່ເກັ່ງທີ່ສຸດ ແຕ່ຈະເຮັດທຸກໆບາດກ້າວຂອງນ້ອງໃຫ້ດີທີ່ສຸດ ຂໍຝາກຕິດຕາມຜົນງານຂອງນ້ອງໃນໄວໆນີ້ ແລະ ຂໍໃຫ້ທຸກໆຄົນເປັນກຳລັງໃຈໃຫ້ນ້ອງໄດ້ຜ່ານເຂົ້າໃນຮອບເລິກໆເພື່ອສານຝັນໃຫ້ຕົນເອງໃຫ້ເປັນຈິງແນ່ເດີ້ ນ້ອງຈະເຮັດທຸກຢ່າງໃຫ້ດີທີ່ສຸດ ເພສບຸກ Natsaya Xaykosy