ກອງປະຊຸມສະມັດຊາແຫ່ງສະຫະປະຊາຊາດ ມີມະຕິຮຽກຮ້ອງໃຫ້ອາເມຣິກາ ຍົກເລີກມາດຕະການປິດລ້ອມກູບາ

272

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາຜ່ານມາວ່າ ໃນກອງປະຊຸມສະມັດຊາແຫ່ງສະຫະປະຊາຊາດ (UNGA) ໄດ້ມີມະຕິເປັນຄັ້ງທີ 29 ຕິດຕໍ່ກັນ ເພື່ອຮຽກຮ້ອງໃຫ້ສະຫະລັດອາເມຣິກາຍົກເລີກມາດຕະການປິດລ້ອມດ້ານເສດຖະກິດຕໍ່ກູບາ ເຊິ່ງປະເທດສະມາຊິກໄດ້ເຫັນດີເປັນສຽງສ່ວນຫຼາຍ ໂດຍສະໜັບສະໜູນຂໍ້ຮຽກຮ້ອງດັ່ງກ່າວ 184 ສຽງ, ງົດອອກສຽງ 3 ສຽງ ແລະ ຄັດຄ້ານ 2 ສຽງຄື ສະຫະລັດອາເມຣິກາ ແລະ ອິດສະຣາແອນ.


ທັງນີ້ ຕະຫຼອດໄລຍະເວລາ 24 ປີຜ່ານມາອາເມຣິກາໄດ້ອອກສຽງຄັດຄ້ານເລື່ອງນີ້ມາຕະຫຼອດ, ຍົກເວັນປີ 2016 ທີ່ຜູ້ແທນຂອງອາເມຣິກາງົດອອກສຽງ ເນື່ອງຈາກຜູ້ນຳສະຫະລັດອາເມຣິກາໃນຂະນະນັ້ນແມ່ນ ປະທານາທິບໍດີ ບາຣັກ ໂອບາມາ ທີ່ຕ້ອງການຟື້ນຟູສາຍພົວພັນກັບກູບາ.


ແນວໃດກໍຕາມເຖິງວ່າ UNGA ມີມະຕິສະໜັບສະໜູນ ແຕ່ກໍບໍ່ມີຜົນຜູກພັນທາງກົດໝາຍລະຫວ່າງປະເທດ ເນື່ອງຈາກສະພາຄອງເກຣຊ ຂອງສະຫະລັດອາເມຣິກາເທົ່ານັ້ນທີ່ຈະສາມາດຢຸດຕິ ຫຼື ຍົກເລີກມາດຕະການປິດລ້ອມດ້ານເສດຖະກິດຕໍ່ກູບາໄດ້ ເນື່ອງຈາກເປັນຜູ້ບັນຍັດກົດໝາຍດັ່ງກ່າວທີ່ໄດ້ບັງຂັບໃຊ້ມາກວ່າເຄິ່ງສະຕະວັດແລ້ວ.


ຂະນະທີ່ທ່ານ ຣອນນີ ຮັນເຕີ ຜູ້ປະສານງານດ້ານການເມືອງຂອງອາເມຣິກາປະຈຳ ສະຫະປະຊາຊາດ ກ່າວວ່າ: ລັດຖະບານອາເມຣິກາຍັງມີຄວາມຈຳເປັນຕ້ອງດຳເນີນມາດຕະການປິດລ້ອມເກືອບທຸກດ້ານຕໍ່ກູບາ ເຊິ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມໃຫ້ລັດຖະບານກູບາປະຕິຮູບຕົນເອງສູ່ການເປັນປະຊາທິປະໄຕ, ເຄົາລົບສິດທິມະນຸດ ແລະ ເສລີພາບແກ່ຊາວກູບາຫຼາຍກວ່ານີ້.

ສ່ວນທ່ານ ບຣູໂນ ໂຣດຣີເກຊ ລັດຖະມົນຕີກະຊວງການຕ່າງປະເທດຂອງກູບາ ກ່າວວ່າ: ມາດຕະການປິດລ້ອມຂອງອາເມຣິກາ “ບໍ່ຕ່າງຫຍັງກັບເຊື້ອໄວຣັສ” ແລະ ກໍ່ໃຫ້ເກີດຄວາມເສຍຫາຍອັນໃຫຍ່ຫຼວງຕໍ່ລະບົບເສດຖະກິດຂອງກູບາມາຕະຫຼອດ ເຊິ່ງຂະນະນີ້ ຍິ່ງຮຸນແຮງຂຶ້ນເນື່ອງຈາກສະຖານະການການແຜ່ລະບາດຂອງພະຍາດໂຄວິດ-19.