ໄຊຍະບູລີ ເລັ່ງສ້ອມແປງລະບົບນໍ້າປະປາໃນເທດສະບານເມືອງ ໃຫ້ກັບເຂົ້າສູ່ພາວະປົກກະຕິໃນໄວໆນີ້

373

ພາຍຫຼັງຖືກຜົນກະທົບຈາກນໍ້າຖ້ວມໃນກາງເດືອນມິຖຸນາ 2021  ເຮັດໃຫ້ການຜະລິດນໍ້າປະປາຢູ່ເທດສະບານ ເມືອງໄຊຍະບູລີ ຢຸດສະງັດລົງຊ່ວງໄລຍະໜຶ່ງ ຍ້ອນນໍ້າຖ້ວມຈັກປໍ້າເສີມນໍ້າດິບ ແລະ ທໍ່ເຫຼັກປໍ້ານໍ້າເສີມ ແລະ ລະບົບສາຍທໍ່ສົ່ງນໍ້າບໍລິການຂາດຮົ່ວ ບວກໃສ່ແຫຼ່ງນໍ້າທີ່ນໍາມາຜະລິດມີຄວາມຂຸ່ນສູງເຖິງ 800-900NTU ມີຂີ້ຊາຍ, ຂີ້ຕົ້ມຫຼາຍ ເຮັດໃຫ້ການຜະລິດນໍ້າປະປາບໍ່ທົ່ວເຖິງ ຫຼືບາງຈຸດບໍ່ໄດ້ຊົມໃຊ້ນໍ້າປະປາ.


ທ່ານ ສຸກັນ ສິງງາມ ຮອງອໍານວຍການລັດວິສາຫະກິດນໍ້າປະປາ ແຂວງໄຊຍະບູລີ ໄດ້ເປີດເຜີຍວ່າ: ປະຈຸບັນພວກເຮົາໄດ້ສົ່ງວິຊາການລົງກວດກາ, ປັບປຸງລະບົບການຜະລິດນໍ້າ ແລະ ກວດກາແຮງດັນຕາມລະບົບສາຍທໍ່ນໍ້າປະປາ ເພື່ອໃຫ້ນໍ້າປະປາໄປທົ່ວເຖິງ ແລະ ກັບຄືນມາສະພາບປົກກະຕິໃນທ້າຍເດືອນມິຖຸນານີ້.

ປັດຈຸບັນຍັງມີ 10 ບ້ານ ຍັງຂາດນໍ້າປະປາຊົມໃຊ້ ຍ້ອນວ່າແຮງດັນນໍ້າປະປາຕໍ່າ, ການຜະລິດນໍ້າໜ້ອຍ ອີກຢ່າງໜຶ່ງຍ້ອນປະຊາຊົນມີຄວາມຕ້ອງການໃຊ້ນໍ້າຫຼາຍໃນຊ່ວງຟື້ນຟູຜົນກະທົບ. ຈາກນໍ້າຖ້ວມໃນຄັ້ງນີ້ ເຮັດໃຫ້ປໍ້ານໍ້າເສີມນໍ້າດິບຖືກນໍ້າພັດເສຍຫາຍ 2 ໜ່ວຍ, ທໍ່ເຫຼັກປໍ້ານໍ້າເສີມຍາວ 24 ແມັດ ແລະ ກົງເຕີນໍ້າຖືກນໍ້າຖ້ວມ 3.000 ກວ່າໜ່ວຍ ມູນຄ່າເສຍຫາຍ 1 ຕື້ 100 ກວ່າລ້ານກີບ.

ທ່ານຍັງກ່າວຕື່ມວ່າ: ໃນຊ່ວງໂຄວິດ-19 ທາງບໍລິສັດວິສາຫະກິດນໍ້າປະປາແຂວງໄຊຍະບູລີ ໄດ້ມີນະໂຍບາຍຫຼຸດຜ່ອນຄ່ານໍ້າປະປາລົງ 5% ຕາມແຈ້ງການທີ່ອອກໄປແລ້ວ ແລະ ພວກເຮົາກໍ່ໄດ້ເລີ່ມປະຕິບັດໃນເດືອນ 6-8 ປີ 2021 ນີ້.

ຂ່າວ: ບຸນທີ.