ປະທານເຟດ ສັນຍາຈະບໍ່ເອົາປະເດັນເງິນເຟີ້ເປັນເງື່ອນໄຂຂຶ້ນດອກເບ້ຍ

211

ສຳນັກຂ່າວຕ່າງປະເທດລາຍງານວ່າ: ທ່ານ ເຈີໂຣມ ພາວເວລ ປະທານທະນາຄານກາງສະຫະລັດອາເມຣິກາ ( ເຟດ ) ໄດ້ລາຍງານຕໍ່ລັດຖະສະພາອາເມຣິກາເມື່ອວັນທີ 22 ມິຖຸນາ 2021 ວ່າ: ເຟດ ມີຄວາມມຸ່ງໝັ້ນທີ່ຈະສະໜັບສະໜູນຕະຫຼາດແຮງງານໃຫ້ຟື້ນຕົວເປັນວົງກວ້າງ ແລະ ກວມເອົາທຸກສາຂາອາຊີບ ແລະ ເຟດຈະບໍ່ໃຊ້ຄວາມກັງວົນຂອງເງິນເຟີ້ ມາເປັນຂໍ້ອ້າງໃນການປັບຂຶ້ນອັດຕາດອກເບ້ຍໄວກວ່າກຳນົດ.

ທ່ານ ພາວເວລ ກ່າວອີກວ່າ: ອັດຕາເງິນເຟີ້ທີ່ເພີ່ມຂຶ້ນໃນຂະນະນີ້ ບໍ່ໄດ້ບົ່ງຊີ້ວ່າ ເຟດ ຈຳເປັນຕ້ອງປັບຂຶ້ນອັດຕາດອກເບ້ຍ ເນື່ອງຈາກເຟດຄາດວ່າອັດຕາເງິນເຟີ້ໃນຂະນະນີ້ເປັນຜົນກະທົບໂດຍກົງທີ່ເກີດຈາກການເປີດເສດຖະກິດໃໝ່ຂອງອາເມຣິກາ ພວກເຮົາບໍ່ສາມາດປັບຂຶ້ນອັດຕາດອກເບ້ຍກ່ອນເວລາອັນຄວນພຽງເພາະຄວາມກັງວົນເລື່ອງອັດຕາເງິນເຟີ້ພຽງຢ່າງດຽວ ແຕ່ພວກເຮົາຈະລໍຖ້າໃຫ້ມີຫຼັກຖານຊັດເຈນທີ່ເຊື່ອມໂຍງເຖິງອັດຕາເງິນເຟີ້ ກ່ອນຈະຕັດສິນໃຈປັບຂຶ້ນອັດຕາດອກເບ້ຍ.

ທ່ານກ່າວອີກວ່າ: ການເພີ່ມຂຶ້ນຂອງອັດຕາເງິນເຟີ້ໃນໄລຍະຜ່ານມາ ບໍ່ໄດ້ສະທ້ອນເຖິງສະພາວະເສດຖະກິດທີ່ອີ່ມຕົວ ຈົນເຮັດໃຫ້ເຟດຕ້ອງປັບຂຶ້ນອັດຕາດອກເບ້ຍ ແຕ່ເກີດຂຶ້ນຈາກຄວາມຕ້ອງການສິນຄ້າ ແລະ ບໍລິການທີ່ເພີ່ມຂຶ້ນຢ່າງມະຫາສານ ແລະ ບັນຫາອຸປະທານທີ່ເກີດຂຶ້ນໃນໄລຍະທີ່ອາເມຣິກາເລີ່ມເປີດເສດຖະກິດໃໝ່ ຫຼັງຈາກທີ່ປິດມາເປັນເວລາດົນນານ ເພື່ອຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ – 19 ແລະ ເຊື່ອວ່າແຮງກົດດັນດ້ານເງິນເຟີ້ທີ່ເກີດຈາກການເພີ່ມຂຶ້ນຂອງລາຄາສິນຄ້ານັ້ນຈະຊະລໍຕົວລົງໃນທີ່ສຸດ.

ທ່ານ ພາວເວລ ກ່າວອີກວ່າ: ຜົນກະທົບເຫຼົ່ານີ້ອາດຈະໃຫຍ່ຫຼວງກວ່າທີ່ຄາດການໄວ້ ແລະ ອາດຈະກາຍເປັນຜົນກະທົບທີ່ຍາວນານກວ່າທີ່ພວກເຮົາຄາດການໄວ້ ແຕ່ພວກເຮົາເຊື່ອວ່າຜົນກະທົບເຫຼົ່ານີ້ຈະອ່ອນລົງໃນອະນາຄົດ, ຖ້າຫາກວ່າຜົນລັບທີ່ຕາມມາບໍ່ເປັນໄປຕາມທີ່ພວກເຮົາຄາດການໄວ້ ພວກເຮົາກໍຈຳເປັນຕ້ອງນຳໃຊ້ເຄື່ອງມືຕ່າງໆຢ່າງເໝາະສົມ ເພື່ອຮັບມືກັບບັນຫາເຫຼົ່ານີ້, ປະທານເຟດ ກ່າວ.