ນວ ໂຈະ ສັກຢາເຂັມທີ1 phizer ແລະ nopharm ເດືອນ 7 ຈະເປີດສັກຮອບໃໝ່ ໂດຍມີ astrazeneca ແລະ johnson and johnson

1339

ທ່ານ ດຣ. ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ໄດ້ຮ່ວມຖະແຫຼງຂ່າວ ປະຈຳວັນໃນວັນທີ 24 ມິຖຸນາ ໂດຍກ່າວວ່າ: ການສັກວັກແຊງປ້ອງກັນໂຄວິດ-19 ໃນ ສປປ ລາວ ມາຮອດປະຈຸບັນແມ່ນມີ 4 ຊະນິດຄື: ຊີໂນຟາມ (sinopharm), ສະປູນິກ (spunick), ແອັສຕຣາຊີນີກາ (astrazeneca) ແລະ ຟາຍເຊີ (phizer) ລວມທັງໝົດມີ 2.135,620 ໂດສ ໃນນັ້ນ ໄດ້ສັກໃຫ້ພໍ່ແມ່ປະຊາຊົນໄປແລ້ວເຂັມທີ1 ຈຳນວນ 853.782 ໂດສ ກວມເອົາ 11,64%, ເຂັມທີ 2 ຈຳນວນ 494.477 ໂດສ ກວມ 6,7% ຂອງປະຊາກອນທີ່ສາມາດຮັບວັກຊິນໄດ້, ເຊິ່ງລັດຖະບານໄດ້ມີຄວາມມຸ້ງໝັ້ນທີ່ຈະສັກວັກແຊງໃຫ້ໄດ້ 50% ສະນັ້ນເຮົາຈະຕ້ອງສັກໃຫ້ໄດ້ 3.700.000 ຄົນ ແຕ່ຍ້ອນວັກແຊງທີ່ພວກເຮົາໄດ້ຮັບມີຈຳນວນຈຳກັດ ຈຶ່ງບໍ່ພຽງພໍກັບຄວາມຕ້ອງການຈຶ່ງເຮັດໃຫ້ຢາໝົດ.

ສະນັ້ນມາຮອດປະຈຸບັນອົງການອະນາໄມໂລກໄດ້ມີການຮັບຮອງວ່າ ຢາຍີ່ຫໍ້ ຊີໂນຟາມ (sinopharm) ແມ່ນສາມາດສັກໃຫ້ກັບຜູ້ສູງອາຍຸ ແລະ ຜູ້ມີພະຍາດຕິດໂຕໄດ້ແລ້ວ ດັ່ງນັ້ນຂໍໃຫ້ພໍ່ແມ່ປະຊາຊົນບໍ່ຕ້ອງລັງເລໃຈ ເມື່ອມີວັກແຊງເຂົ້າມາແລ້ວກໍ່ຂໍໃຫ້ເຂົ້າໄປສັກ ຕາມຈຸດບໍລິການເຊິ່ງທາງເຮົາຈະມີແພດໝໍເປັນຜູ້ກວດສອບ ແລະ ຕັດສິນໃຫ້ວ່າທ່ານຈະໄດ້ຮັບຢາຊະນິດໃດບໍ່ແມ່ນໃຫ້ທ່ານໄປເລືອກສັກ.

ທ່ານກ່າວຕື່ມວ່າ: ມາຮອດປະຈຸບັນຂໍແຈ້ງໃຫ້ທ່ານຮັບຊາບວ່າ ຢູ່ໃນ ນະຄອນຫຼວງວຽງຈັນ ການສັກຢາເຂັມທີ 1 ຂອງ ຊີໂນຟາມ (sinopharm) ແລະ ຟາຍເຊີ (phizer) ໄດ້ຄົບກຳນົດໂກຕ້າທີ່ ນວ ໄດ້ຮັບແລ້ວ ແລະ ຈະໄດ້ໂຈະເຂັມທີ 1 ກ່ອນ ແຕ່ຍັງຈະສືບຕໍ່ ການໃຫ້ເຂັມທີ 2 ຊີໂນຟາມ (sinopharm) ແຕ່ວັນທີ 21-28 ມິຖຸນານີ້, ສ່ວນເຂັມທີ 2 ຂອງ ແອັສຕຣາຊີນີກາ (astrazeneca) ຫາກທ່ານໃດຊັກເຂັມທີ 1 ໄດ້ຄົບ 8-12 ອາທິດກໍ່ສາມາເຂົ້າໄປຮັບເຂັມທີ2 ໄດ້. ສ່ວນທ່ານໃດທີ່ຍັງບໍ່ທັນໄດ້ສັກເທື່ອໃນເດືອນກໍລະກົດນີ້ພວກເຮົາຈະເປີດສັດເຂັມທີ 1 ຂອງແອັສຕຣາຊີນີກາ (astrazeneca) ແລະ ຈອນຊັນ ແອນ ຈອນຊັນ johnson and johnson ດັ່ງນັ້ນຈຶ່ງແຈ້ງມາໃຫ້ຊາບ.