ເມືອງໃໝ່ ຂອງ ນວ ຈະຊື່ຫຍັງ? ມີ 24 ບ້ານ ໃນເມືອງໄຊທານີ ທີ່ຈະຂຶ້ນກັບ

1469

ໃນວັນທີ 8 ມິຖຸນາ 2021 ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ອອກຂໍ້ຕົກລົງເລກທີ 393/ຈນວ, ວ່າດວ້ຍການກໍານົດຂອບເຂດຂອງເມືອງໃໝ່, ໂດຍກຳນົດເອົາຂອບເຂດ 24 ບ້ານ ທີ່ຂຶ້ນກັບ ເມືອງ ໄຊທານີ ຄື: ບ້ານ ນາໂງມເກົ່າ, ນາໂງ່ມໃໝ່, ນາຄາຍ, ນາຄັນທຸງ, ໂພນແພງ, ຫົວຂົວ, ຫົວນາ, ນາຕານ, ຊຳບອນ, ທົ່ງມັ່ງ, ຂຸດສາມບາດ, ຫາດກ້ຽງ, ນາກຸງ, ໂພນຄໍ້, ໂພນໄຮຄຳ, ໂພນໂຮງ, ຫາດພະອິນ, ດວງບຸດດີ, ນາແຖ, ທ່າດິນແດງເໜືອ, ທ່າດິນແດງໃຕ້, ເວີນແທ່ນ, ທ່າຈຳປາ ແລະ ບ້ານໄຮ່ ໃຫ້ເປັນຂອບເຂດພື້ນທີ່ເມືອງທີ່ຈະຕັ້ງຂຶ້ນໃໝ່ ຂອງນະຄອນຫຼວງວຽງຈັນ.

ພ້ອມໃຫ້ຄະນະຮັບຜິດຊອບຄົ້ນຄ້ວາສ້າງຕັ້ງເມືອງໃໝ່ ປະສານສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງ ເພື່ອສຳຫຼວດ ເກັບກໍາຂໍ້ມູນ ສ້າງແຜນທີ່ຂອບເຂດເມືອງ, ແຜນຜັງຕົວເມືອງ, ແຜນທີ່ການນໍາໃຊ້ທີ່ດິນກະສິກໍາ, ການຈັດສັນທີ່ດິນແຕ່ລະປະເພດ ໃຫ້ສອດຄ່ອງກັບຍຸດທະສາດການພັດທະນາຂອງເມືອງ ແລະ ວຽກງານປິ່ນອ້ອມອື່ນໆ ເພື່ອປະກອບເຂົ້າໃນບົດວິພາກ ຂອງການສ້າງຕັ້ງເມືອງ.

ຄະນະຮັບຜິດຊອບຄົ້ນຄ້ວາສ້າງຕັ້ງເມືອງໃໝ່, ຄະນະຈັດຕັ້ງ, ຫ້ອງວ່າການ, ພະແນກພາຍໃນ, ພະແນກ ກະສິກຳ ແລະ ປ່າໄມ້, ພະແນກໂຍທາທິການ ແລະ ຂົນສົ່ງ, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ອົງການປົກຄອງ ເມືອງ ໄຊທານີ ,ອົງການປົກຄອງບ້ານ ແລະ ພາກສ່ວນຕ່າງໆ ທີ່ກ່ຽວຂ້ອງ ຈົ່ງຮັບຮູ້ ເພື່ອຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ໃຫ້ໄດ້ຮັບຜົນສຳເລັດເປັນຢ່າງດີ ແລະ ລາຍງານຢ່າງເປັນ ປົກກະຕິ.