ສະຫຼຸບການເບີກຈ່າຍງົບປະມານ-ເງິນຄັງແຮລັດຖະບານ ໃນວຽກງານຕ້ານ ໂຄວິດ-19 ໂດຍເບີກຈ່າຍແລ້ວ 55 ຕື້ກວ່າກີບ, ສ່ວນເງິນປະກອບສ່ວນຈາກສັງຄົມ ເບີກຈ່າຍແລ້ວ 14 ຕື້ກວ່າກີບ

748

ໃນໄລຍະຜ່ານມາໄດ້ນໍາໃຊ້ເງິນງົບປະມານຄັງແຮລັດຖະບານ ເຂົ້າໃນການຮັບໃຊ້ວຽກງານການຕ້ານພະຍາດໂຄວິດ-19 ໂດຍໄດ້ເບີກຈ່າຍແລ້ວ 55,69 ຕື້ກວ່າກີບ, ສ່ວນເງິນປະກອບສ່ວນຈາກສັງຄົມ ໄດ້ເບີກຈ່າຍແລ້ວຈໍານວນ 14,20 ຕື້ກີບ. ລາຍຈ່າຍສ່ວນໃຫຍ່ແມ່ນນໍາໃຊ້ເຂົ້າໃນການຈັດຊື້ອຸປະກອນການແພດ ເຂົ້າໃນການປິ່ນປົວຜູ້ທີ່ຕິດເຊື້ອ ແລະ ເຄື່ອງມືອຸປະກອນທີ່ໃຊ້ໃນການກວດຫາເຊື້ອພະຍາດ.

ໃນວັນທີ 16 ມິຖຸນາ 2021 ຜ່ານມາທີ່ກະຊວງການເງິນ, ໜ່ວຍງານງົບປະມານ ແລະ ພະລາທິການ, ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະ ຍາດໂຄວິດ-19 ໄດ້ສະຫຼຸບທົບທວນການຈັດຕັ້ງປະຕິບັດວຽກງານໄລຍະຜ່ານມາ, ການເບີກຈ່າຍງົບປະມານການຊ່ວຍເຫຼືອ ແລະ ເງິນຄັງແຮລັດຖະບານເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນການລະບາດພະຍາດໂຄວິດ-19 ຮອບໃໝ່, ປຶກສາຫາລືບາງບັນຫາ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ຂໍ້ຄົງຄ້າງ ແລະ ທິດທາງແຜນການໃນຕໍ່ໜ້າ.


ກອງປະຊຸມມີຂຶ້ນໂດຍການເປັນປະທານຂອງທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງລັດຖະມົນຕີກະຊວງການເງິນ, ຫົວໜ້າຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ຂອງກະຊວງການເງິນ, ມີທ່ານ ດຣ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ນາງ ເພັດສະໝອນ ພອນສະຫວັນ ຮອງຫົວໜ້າກົມງົບປະມານແຫ່ງລັດ, ທ່ານ ໜູເຊີຍ ພົມສີຈັນ ຮອງຫົວໜ້າຄັງເງິນແຫ່ງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.


ທ່ານ ນາງ ເພັດສະໝອນ ພອນສະຫວັນ ໄດ້ລາຍງານໃຫ້ຮູ້ກ່ຽວກັບການຈັດຕັ້ງປະຕິບັດລາຍຮັບ-ລາຍຈ່າຍງົບປະມານຮັບໃຊ້ວຽກງານການຕ້ານພະຍາດໂຄວິດ-19 ຊຶ່ງປະກອບມີການຕິດຕາມທີ່ເປັນເງິນ ແລະວັດຖຸທີ່ໄດ້ຮັບຈາກການປະກອບສ່ວນຈາກສັງຄົມທັງພາຍໃນ ແລະ ຕ່າງປະເທດ, ຕິດຕາມການນໍາໃຊ້ເງິນແຮລັດຖະບານ ແລະ ໄດ້ປະສານສົບທົບກັບກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເພື່ອຕິດຕາມເຄື່ອງຊ່ວຍເຫຼືອທີ່ເປັນເຄື່ອງອຸປະໂພກ ແລະ ບໍລິໂພກ.


ໃນໄລຍະຜ່ານມາໄດ້ນໍາໃຊ້ເງິນງົບປະມານ (ແຮລັດຖະບານ) ເຂົ້າໃນການຮັບໃຊ້ວຽກງານການຕ້ານພະຍາດໂຄວິດ-19 ຈໍານວນ 70 ຕື້ກີບ ໄດ້ເບີກຈ່າຍແລ້ວ 55,69 ຕື້ກວ່າກີບ ແລະ ເງິນປະກອບສ່ວນສັງຄົມເປັນເງິນກີບ ຈໍານວນ 27,61 ຕື້ກີບ ໄດ້ເບີກຈ່າຍແລ້ວຈໍານວນ 14,20 ຕື້ກີບ; ສ່ວນເປັນເງິນໂດລາສະຫະລັດຈໍານວນ 5,31 ລ້ານໂດລາ ແລະ ເປັນເງິນບາດຈໍານວນ 8,10 ລ້ານບາດ (ແມ່ນຍັງບໍ່ທັນໄດ້ຈ່າຍ).


ສໍາລັບລາຍຈ່າຍທີ່ໄດ້ຈ່າຍອອກໄປແລ້ວນັ້ນສ່ວນໃຫຍ່ແມ່ນໄດ້ນໍາໃຊ້ເຂົ້າໃນການຈັດຊື້ອຸປະກອນການແພດ ເຂົ້າໃນການປິ່ນປົວຜູ້ທີ່ຕິດເຊື້ອພະຍາດໂຄວິດ-19 ແລະ ເຄື່ອງມືອຸປະກອນທີ່ໃຊ້ໃນການກວດຫາເຊື້ອພະຍາດ ແລະ ອື່ນໆ. ນອກນັ້ນ, ຍັງມີຫຼາຍພາກສ່ວນທີ່ໄດ້ແຈ້ງເຈດຈໍານົງທີ່ຈະມອບເປັນວັກແຊັງມີ 5 ບໍລິສັດທີ່ຍັງຄ້າງມອບຕາມເຈດຈໍານົງຈະມອບໃຫ້ລັດຖະບານເພື່ອຈັດຊື້ວັກແຊັງ 320.000 ໂດສລວມມູນຄ່າທັງໝົດ 8 ລ້ານໂດລາສະຫະລັດ.
ໃນກອງປະຊຸມດັ່ງກ່າວ, ຍັງໄດ້ລາຍງານການນໍາໃຊ້ງົບປະມານ, ຄວາມຕ້ອງການດ້ານອຸປະກອນ, ວັກແຊັງ ແລະ ເງິນເຄື່ອນໄຫວ, ການປະຕິບັດກົນໄກການຄຸ້ມຄອງເງິນສຸກເສີນ, ການເບີກຈ່າຍຂັ້ນທ້ອງຖິ່ນ, ການຕິດຕາມ, ຄຸ້ມຄອງເງິນ ແລະ ສັງລວມການປະກອບສ່ວນຂອງສັງຄົມ ແລະ ການຊ່ວຍເຫຼືອຕ່າງໆ ແລະ ລະບົບສາງເພື່ອຮອງຮັບ ແລະ ສາງກະຊວງແຮງງານ, ລວມທັງຂອບເຂດ ແລະ ກົນໄກປະຕິບັດໃນລະບົບຈັດຊື້.


ໂອກາດນີ້,ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ໄດ້ມີຄຳເຫັນໃຫ້ທິດຊີ້ນຳເພື່ອຮັບປະກັນໃຫ້ວຽກກງານສາທາລະນະສຸກ ສາມາດຈັດຕັ້ງປະຕິບັດວຽກງານການຕ້ານພະຍາດໂຄວິດ-19ໄດ້ຢ່າງຕໍ່ເນື່ອງ, ຮັບປະກັນໄດ້ທາງດ້ານງົບ ປະມານຈັດຊື້ອຸປະກອນການແພດ, ຈັດຊື້ວັກແຊງປ້ອງກັນພະຍາດໃຫ້ພຽງພໍຈໍາເປັນຕ້ອງໄດ້ຈັດສັນງົບປະມານໃຫ້ລະອຽດເຂົ້າໃຊ້ໃນສິ່ງທີ່ຈໍາເປັນ ແລະ ເລັ່ງດ່ວນ.


ພ້ອມທັງໃຫ້ການສັກວັກແຊັງເປັນຍຸດທະສາດຕົ້ນຕໍ. ສະນັ້ນ, ການທີ່ຈະເປີດປະເທດໄດ້ແມ່ນຕ້ອງສັກວັກແຊັງໃຫ້ໄດ້ຢ່າງໜ້ອຍ 50-60% ຂອງຈໍານວນພົນລະເມືອງທີ່ຢູ່ໃນຂົງເຂດຕົວເມືອງໃຫຍ່,ເທດສະບານ, ນະຄອນ ເພາະຖ້າບໍ່ສາມາດເປີດປະເທດໄດ້ແມ່ນຍາກທີ່ສຸດທີ່ຈະຟື້ນຟູເສດຖະກິດໄດ້ ໂດຍສະເພາະສຸມໃສ່ນະຄອນຫຼວງເປັນຫຼັກເພື່ອເປີດນະຄອນຫຼວງວຽງຈັນ, ເພາະເສດຖະກິດສ່ວນໃຫຍ່ແມ່ນຢູ່ນະຄອນຫຼວງວຽງຈັນ ແລະ ບັນດາຕົວເມືອງທີ່ມີພື້ນຖານເສດຖະກິດ.