ສ.ເກົາຫຼີ ຈະສັກວັກແຊັງ 2 ເຂັມຕ່າງຍີ່ຫໍ້ໃຫ້ແພດ

403

ສຳນັກຂ່າວຕ່າງປະເທດລາຍງານວ່າ: ບຸກຄະລາກອນທາງການແພດ ແລະ ເຈົ້າໜ້າທີ່ດ່ານໜ້າຂອງສາທາລະນະລັດເກົາຫຼີ ປະມານ 760.000 ຄົນ ເຊິ່ງໄດ້ສັກວັກແຊັງປ້ອງກັນໂຄວິດ – 19 ຍີ່ຫໍ້ AstraZeneca ເຂັມທຳອິດໄປແລ້ວ ກຽມສັກວັກແຊັງເຂັມທີ 2 ຈາກຍີ່ຫໍ້ Pfizer ເນື່ອງຈາກ ຄວາມຫຼ້າຊ້າຂອງໂຄງການໂຄແວັກ.

ທ່ານ ດຣ. ນາງ ຈອງອຶນ – ຢອງ ຜູ້ອຳນວຍການສູນຄວບຄຸມ ແລະ ປ້ອງກັນພະຍາດແຫ່ງ ສ.ເກົາຫຼີ ກ່າວວ່າ: ຂະນະນີ້ ສ.ເກົາຫຼີ ໄດ້ສັກວັກແຊັງໃຫ້ປະຊາຊົນໄປແລ້ວກວມເອົາປະມານ 27% ຂອງປະຊາກອນ 52 ລ້ານກວ່າຄົນ ເຊິ່ງຖ້າຫາກວ່າທ່າອ່ຽງຍັງເປັນແບບນີ້ຕໍ່ໄປ ສ.ເກົາຫຼີ ຈະບັນລຸເປົ້າໝາຍການສັກວັກແຊັງໃຫ້ປະຊາຊົນ 70% ໃນເດືອນກັນຍານີ້.

ແນວໃດກໍຕາມ, ຄວາມຫຼ້າຊ້າຂອງໂຄງການໂຄແວັກ ຂະແໜງສາທາລະນະສຸກ ສ.ເກົາຫຼີ ໄດ້ປະເມີນວ່າປະຊາຊົນບາງສ່ວນທີ່ໄດ້ຮັບວັກແຊັງແອັສຕຣາເຊເນກາເຂັມທຳອິດໄປແລ້ວ ອາດຈະໄດ້ສັກ Pfizer ໃນເຂັມທີ 2, ທັງນີ້ກຸ່ມຄົນດັ່ງກ່າວສ່ວນໃຫຍ່ເປັນບຸກຄະລາກອນທາງການແພດ ແລະ ເຈົ້າໜ້າທີ່ດ່ານໜ້າ ປະມານ 760.000 ຄົນ ໄດ້ຮັບການສັກວັກແຊັງຍີ່ຫໍ້ ແອັສຕຣາເຊເນກາໄປແລ້ວເຂັມທຳອິດໃນເດືອນເມສາຜ່ານມາ ແຕ່ກຳນົດການຮັບວັກແຊັງຍີ່ຫໍ້ດັ່ງກ່າວນີ້ ຈຳນວນ 835.000 ໂດສ ຈາກໂຄງການໂຄແວັກຖືກເລື່ອນອອກໄປ ຈຶ່ງເຮັດໃຫ້ແຜນການສັກວັກແຊັງຄາດເຄື່ອນ.