ນັກບິນອາວະກາດຂອງຈີນ ເຂົ້າສູ່ໂມດູລ ສະຖານີອາວະກາດທຽນກົ່ງແລ້ວ

361

ສຳນັກຂ່າວຕ່າງປະເທດລາຍງານວ່າ ສຳນັກງານອາວະກາດແຫ່ງຊາດຈີນ (CNSA) ລາຍງານວ່າ: ຍານແຄັບຊຸນ ເຊິນໂຈວ-12 ພ້ອມນັກບິນອາວະກາດຂອງຈີນ 3 ທ່ານ ໄດ້ປະສົບຜົນສຳເລັດໃນການເຊື່ອມຕໍ່ເຂົ້າກັບໂມດູລ “ທຽນເຫີ້” ເຊິ່ງເປັນສູນປະຕິບັດການຂອງສະຖານີອາວະກາດທຽນກົງ ທີ່ໄດ້ສົ່ງຂຶ້ນໄປກ່ອນໜ້ານີ້ ເພື່ອລໍຖ້າການປະກອບເປັນສະຖານີອາວະກາດ.


ທັງນີ້ ການເດີນທາງຂອງຍານເຊິນໂຈວ-12 ໃຊ້ເວລາ 6 ຊົ່ວໂມງເຄິ່ງ ຫຼັງຈາກທີ່ແຍກຕົວອອກຈາກຈະຫຼວດ Long March-2F Y12 ທີ່ເດີນທາງຈາກຖານປ່ອຍຈະຫຼວດພາຍໃນສູນອາວະກາດຈິວຊວຽນ ແຂວງການຊູ ທາງທິດຕາເວັກຕົກສຽງເໜືອຂອງຈີນ ເມື່ອຕອນເຊົ້າຂອງວັນພະຫັດຜ່ານມາ ຕາມເວລາທ້ອງຖິ່ນ.


ຫຼັງຈາກນີ້ໄປ ນັກບິນອາວະກາດທັງ 3 ຄົນຈະປະຕິບັດພາລະກິດໃນການກໍ່ສ້າງທີ່ຢູ່ອາໄສໃນໂມດູລ ທຽນເຫີ້ ແລະ ຂະຫຍາຍພື້ນທີ່ເຮັດວຽກເທິງຊິ້ນສ່ວນດັ່ງກ່າວ, ໃນລະຫວ່າງການປະຕິບັດໜ້າທີ່ເປັນເວລາປະມານ 3 ເດືອນ, ນັກບິນອາວະກາດຊຸດນີ້ ມີກຳນົດການ ເດີນທາງອາວະກາດ 2 ຄັ້ງ, ຄັ້ງລະ 6-7 ຊົ່ວໂມງ ໂດຍນັກບິນທັງ 3 ຄົນໄດ້ຜ່ານການຝຶກຊ້ອມກັບສະຖານີຈຳລອງເທິງໂລກມາແລ້ວຫຼາຍກວ່າ 6.000 ຊົ່ວໂມງ ກ່ອນຈະສົ່ງຂຶ້ນປະຕິບັດພາລະກິດຄັ້ງນີ້.