ຄືນນີ້ ໂຣນັລໂດ ຈະລ້າງອາຖັນໄດ້ບໍ? ວັດຄົມ ເຢຍລະມັນ ເຊິ່ງ ໂຣນັລໂດ ບໍ່ເຄີຍຍິງປະຕູໄດ້

346
Portugal's Cristiano Ronaldo celebrates after scoring his second team goal during the Euro 2020 soccer championship group F match between Hungary and Portugal at the Ferenc Puskas stadium in Budapest, Hungary, Tuesday, June 15, 2021. (Bernadett Szabo/Pool via AP)

ການແຂ່ງຂັນບານເຕະ ຢູໂຣ 2020 ປະຈໍາວັນທີ 19 ມິຖຸນາ 2021 ເວລາ 23:00 ໂມງ ເຊິ່ງເປັນຄູ່ທີ 2 ຂອງກຸ່ມ F ລະຫວ່າງ ປ໊ອກຕຸຍການ ພົບກັບ ເຢຍລະມັນ ເຊິ່ງນັດນີ້ສິ່ງທີ່ໜ້າຈັບຕາຢູ່ທີ່ ຄຣິສເຕຍໂນ ໂຣນັລໂດ ກອງໜ້າຕົວຄວາມຫວັງຂອງ ປ໊ອກຕຸຍການ ຈະສາມາດຍິງປະຕູໃສ່ເຢຍລະມັນ ໄດ້ບໍ ເພາະທີ່ຜ່ານຈາກການພົບກັນໂຣນັລໂດ ບໍ່ເຄີຍຍິງປະຕູໃສ່ ເຢຍລະມັນ ໄດ້ແມ່ນແຕ່ປະຕູດຽວ.

ໂຣນັລໂດ ສ້າງຜົນງານໂດດເດັ່ນໃນນັດທໍາອິດຂອງ ຢູໂຣ 2020 ຮອບແບ່ງກຸ່ມໆ F ດ້ວຍການຍິງ 2 ປະຕູຊ່ວຍໃຫ້ທີມເອົາຊະນະ ຮົງກາລີ 3-0 ເກັບ 3 ຄະແນນທໍາອິດໄປຄອງໄດ້ສໍາເລັດ, ສ່ວນ ເຢຍລະມັນ ເສຍໃຫ້ກັບ ຝຣັ່ງ 0-1 ຍັງບໍ່ມີຈັກຄະແນນ ແນ່ນອນຄືນນີ້ເປັນນັດພິສູດສໍາຄັນຂອງ ປ໊ອກຕຸຍການ ຖ້າຜ່ານເຢຍລະມັນ ໄດ້ກໍຈະເຂົ້າຮອບທັນທີ, ແຕ່ມາເບິ່ງສະຖິຕິການພົບກັນແມ່ນ ເຢຍລະມັນ ດີກວ່າຫຼາຍຊະນະ 4 ນັດລວດ ຈາກ 5 ນັດທີ່ເຄີຍພົບກັນ.

ຫວນຄືນໄປເບິ່ງສະຖິຕິການພົບກັນຂອງທັງສອງທີມ ຄັ້ງທໍາອິດເກີດຂຶ້ນໃນຢູໂຣ 2000 ປ໊ອກຕຸຍການ ສາມາດເອົາຊະນະ ເຢຍລະມັນ 3-0, ແຕ່ອີກ 4 ນັດຕໍ່ມາ ເຢຍລະມັນ ເອົາຊະນະລວດປະກອບດ້ວຍ ຊະນະ 3-1 ໃນບານໂລກ 2006, ຊະນະ 3-2 ໃນຢູໂຣ 2008, ຊະນະ 1-0 ໃນຢູໂຣ 2012 ແລະ ນັດຫຼ້າສຸດ ເຢຍລະມັນ ຊະນະ 4-0 ໃນບານໂລກ 2014.

ໃນສະຖິຕິການພົບກັນດັ່ງກ່າວ ບໍ່ມີຊື່ຂອງ ໂຣນັລໂດ ຍິງປະຕູໄດ້ແມ່ນແຕ່ປະຕູດຽວ. ນອກນັ້ນ ຍັງມີການເປີດເຜີຍສະຖິຕິອີກວ່າທຸກຄັ້ງທີ່ ໂຣນັລໂດ ລົງສະໜາມ ແລະ ມີ ມານູເອລ ນອຍເອີ ຜູ້ຮັກສາປະຕູຈາກບາເຢິນ ມິວນິກ ຂອງທີມຊາດເຢຍລະມັນ ລົງສະໜາມໃຫ້ກັບຄູ່ແຂ່ງ ໂຣນັລໂດ ບໍ່ສາມາດຍິງຜ່ານມືຂອງ ນອຍເອີ ໄດ້ທຸກນັດທີ່ເຄີຍພົບກັນມາ ແລະ ແນ່ນອນນັດນີ້ສໍາຄັນສຸດສໍາລັບ ເຢຍລະມັນ ເພາະຍັງບໍ່ມີຈັກຄະແນນ ຖ້ານັດນີ້ເສຍກໍມີໂອກາດຕົກຮອບ ແລະ ລຸ້ນເມື່ອຍ ເຖິງວ່ານັດສຸດທ້າຍຈະພົບກັບງານເບົາພົບກັບ ຮົງກາລີ.

ສໍາລັບ ນັກເຕະຂອງ ປ໊ອກຕຸຍການ ທີ່ໜ້າຕິດຕາມກໍມີ ເບີນານໂດ ເຟີນັນເດສ ກັບ ບຣູໂນ ເຟີນັນເດສ ເປັນ 2 ຕົວປັ້ນເກມໃຫ້ກັບກອງໜ້າ ໂດຍມີ ດິໂອໂກ ໂຊຕາ ກັບ ໂຣນັລໂດ ທີ່ສ້າງຜົນງານໄດ້ດີໃນນັດທໍາອິດ, ສ່ວນ ເຢຍລະມັນ ກໍມີ ໂທນີ ໂຄສ ກັບ ໂຣບິນ ໂກເຊັນສ໌ ທີ່ຈະເປັນຕົວສໍາຄັນໃນການປັ້ນເກມ ໂດຍນັດນີ້ເກມບຸກຈະມີ ເລຣອຍ ຊາເນ ປີກຄວາມໄວ ປະສານງານຮ່ວມກັບ ໂທມັສ ມູເລີ ແລະ ຕິໂມ ແວເນີ.