ພິດໂຄວິດ ເຮັດໃຫ້ມະຫາວິທະຍາໄລຊັ້ນນຳຂອງໂລກຂາດລາຍໄດ້

209

ການແຜ່ລະບາດຂອງພະຍາດໂຄວິດ – 19 ໄດ້ເຮັດໃຫ້ການເດີນທາງທົ່ວໂລກເກືອບວ່າຢຸດສະງັກ ເຊິ່ງນອກຈາກສົ່ງຜົນກະທົບຕໍ່ຂະແໜງທ່ອງທ່ຽວແລ້ວ, ຂະແໜງການສຶກສາກໍໄດ້ຮັບຜົນກະທົບບໍ່ໜ້ອຍ ສົ່ງຜົນໃຫ້ບັນດາມະຫາວິທະຍາໄລຊັ້ນນຳຂອງໂລກຂາດນັກສຶກສາຕ່າງປະເທດທີ່ເປັນລາຍໄດ້ຫຼັກຂອງມະຫາວິທະຍາໄລ, ສົ່ງຜົນກະທົບເຖິງບົດວິໄຈຂອງມະຫາວິທະຍາໄລຫຼຸດລົງ ເນື່ອງຈາກຂາດງົບປະມານດ້ານນີ້.

ການແຜ່ລະບາດຂອງພະຍາດໂຄວິດ – 19 ໄດ້ເຮັດໃຫ້ນັກສຶກສາຕ່າງຊາດ ຕ້ອງເດີນທາງກັບບ້ານເກີດເຮັດໃຫ້ການຮຽນ – ການສອນຕ້ອງຫັນມາສູ່ລະບົບອອນລາຍ, ຈົນເຖິງຂະນະນີ້ຍັງມີອີກຫຼາຍປະເທດຕ້ອງປິດດ່ານເຂົ້າ – ອອກ ເພື່ອຄວບຄຸມການແຜ່ລະບາດຂອງພະຍາດດັ່ງກ່າວ, ຈົນເຮັດໃຫ້ນັກວິເຄາະຄາດການວ່າຜົນກະທົບທີ່ເກີດຂຶ້ນຈະເຮັດໃຫ້ບັນດາມະຫາວິທະຍາໄລຊັ້ນນຳຂອງໂລກຕ້ອງຂາດແຄນນັກສຶກສາຕ່າງຊາດໄປອີກ 6 – 7 ປີຂ້າງໜ້າ.

ຜົນກະທົບຈາກການທີ່ນັກສຶກສາຕ່າງປະເທດຫຼຸດລົງໃນປະເທດອັງກິດນັ້ນ ຖືວ່າເກີດຂຶ້ນຕັ້ງແຕ່ເລີ່ມເກີດການລະບາດຂອງພະຍາດໂຄວິດ – 19 ເມື່ອຕົ້ນປີ 2020 ນັກວິໄຈສັງກັດມະຫາວິທະຍາໄລຊັ້ນນຳຂອງອັງກິດເຕືອນວ່າ ການທີ່ມະຫາວິທະຍາໄລຂອງອັງກິດ ມີນັກສຶກສາຕ່າງປະເທດຫຼຸດລົງເກີນເຄິ່ງໜຶ່ງນັ້ນ ໄດ້ສົ່ງຜົນກະທົບຕໍ່ລາຍຮັບຂອງມະຫາວິທະຍາໄລ ຈົນບໍ່ມີງົບປະມານພຽງພໍສຳລັບການຄົ້ນຄວ້າວິໄຈ ເຮັດໃຫ້ຫຼາຍໂຄງການຄົ້ນຄວ້າທາງວິທະຍາສາດສຳຄັນຂອງມະຫາວິທະຍາໄລຕ້ອງຍົກເລີກໄປ ເພື່ອປະຢັດງົບປະມານ ໂດຍພົບວ່າມະຫາວິທະຍາໄລສ່ວນໃຫຍ່ມີນັກສຶກສາຫຼຸດລົງ 80 – 100% ເມື່ອທຽບກັບຈຳນວນນັກສຶກສາຕ່າງຊາດທີ່ເຄີຍມາຮຽນປົກກະຕິກ່ອນເກີດພະຍາດລະບາດ ເຊິ່ງສົ່ງຜົນກະທົບຕໍ່ລາຍຮັບຫຼັກຂອງມະຫາວິທະຍາໄລ ໂດຍບາງແຫ່ງສູນເສຍລາຍໄດ້ສູງເຖິງ 100 ລ້ານໂດລາ/ປີ.

ທ່ານ ນິກ ຮີລແມນ ຜູ້ອຳນວຍການສະຖາບັນນະໂຍບາຍການສຶກສາຊັ້ນສູງຊີ້ວ່າ: ເງິນທຶນທີ່ພຽງພໍນັ້ນປະກອບສ່ວນຢ່າງໃຫຍ່ຫຼວງເຮັດໃຫ້ສະຫະຣາຊະອານາຈັກ ກາຍເປັນປະເທດທີ່ມີຜົນງານການຄົ້ນຄວ້າດ້ານວິທະຍາສາດສຳຄັນ ແຕ່ຫາກບໍ່ມີນັກສຶກສາຕ່າງຊາດ ແນວຄິດດັ່ງກ່າວກໍບໍ່ສາມາດເກີດຂຶ້ນໄດ້, ຂະນະດຽວກັນໄດ້ມີການຕັ້ງຂໍ້ສັງເກດວ່າ ຫາກມະຫາວິທະຍາໄລບໍ່ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານ ກໍອາດບໍ່ສາມາດດຳເນີນງານຕໍ່ໄປໄດ້ ໂດຍສະເພາະມະຫາວິທະຍາໄລທີ່ບໍ່ມີທຶນສຳຮອງ ເຊິ່ງການຊ່ວຍເຫຼືອຂອງລັດຖະບານປຽບເໝືອນການຊື້ເວລາໃຫ້ແກ່ມະຫາວິທະຍາໄລສາມາດດຳເນີນງານຕໍ່ໄປໄດ້.

ສ່ວນຢູ່ປະເທດອົສຕຣາລີ ບໍ່ພຽງແຕ່ມະຫາວິທະຍາໄລເທົ່ານັ້ນທີ່ໄດ້ຮັບຜົນກະທົບ ແຕ່ທຸລະກິດຢູ່ໃນເມືອງທີ່ມີນັກສຶກສາມາຈັບຈ່າຍໃຊ້ສອຍກໍໄດ້ຮັບຜົນກະທົບເຊັ່ນດຽວກັນ ໂດຍສະເພາະເມືອງແອດີເລດ ລັດເຊົາທ໌ອົສຕຣາລີ ຕ້ອງປະເຊີນກັບການຂາດແຄນນັກສຶກສາຕ່າງຊາດ ໂດຍເມືອງແຫ່ງນີ້ມີນັກສຶກສາຕ່າງຊາດກວມເອົາ 1/4 ຂອງປະຊາກອນທັງໝົດ ເຮັດໃຫ້ການຂາດແຄນນັກສຶກສາຕ່າງຊາດ ກະທົບຕໍ່ເສດຖະກິດຂອງເມືອງດັ່ງກ່າວ.