ຫຼວງນໍ້າທາ ມອບໃບຢັ້ງຢືນ ໜ່ວຍພັກປອດໃສເຂັ້ມແຂງໜັກແໜ້ນ ໃຫ້ 8 ໜ່ວຍພັກ

598

ວັນທີ 17 ມີຖຸນາ 2021 ນີ້ ຢູ່ທີ່ຫ້ອງວ່າການ ແຂວງຫຼວງນໍ້າທາ, ໄດ້ມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ 8 ໜ່ວຍພັກໃນຂົງເຂດພັກພະນັກງານ, ຄັ້ງທີ III ຮອບທີ III,ຄື: ໜ່ວຍພັກຄະນະຈັດຕັ້ງແຂວງ, ຄະນະກວດກາພັກລັດແຂວງ,ໂຄສະນາອົບຮົມແຂວງ, ຫ້ອງວ່າການແຂວງ,ໂຮງຮຽນການເມືອງ-ການປົກຄອງແຂວງ, ຫ້ອງການປກຊ – ປກສແຂວງ, ພະແນກພາຍໃນແຂວງ ແລະ ໜ່ວຍພັກພະແນກການຕ່າງປະເທດ, ເປັນກຽດເຂົ້າຮ່ວມໂດຍ ທ່ານ ຈັນທອງ ແກ້ວປະເສີດ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານການເມືອງແນວຄິດ, ພັກ-ພະນັກງານ, ມີເລຂາໜ່ວຍພັກ 8 ໜ່ວຍພັກ, ແຂກຮັບເຊີນ ແລະ ສະມາຊິກພັກເຂົ້າຮ່ວມ.


ທ່ານ ຄຳສີ ດັງສະໄຫວ ເລຂາໜ່ວຍພັກຄະນະຈັດຕັ້ງແຂວງ, ໄດ້ຕາງໜ້າ 8 ໜ່ວຍພັກ ລາຍງານກ່ຽວກັບ ການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ເຊີ່ງໃນໄລຍະຜ່ານມາ, ຄະນະໜ່ວຍພັກແຕ່ລະໜ່ວຍໄດ້ເອົາໃຈໃສ່ຈັດຕັ້ງ, ເຊື່ອມຊຶມ ແນວທາງນະໂຍບາຍຂອງພັກ,ມະຕິ, ຄຳສັ່ງ, ກົດລະບຽບຂອງພັກ ແລະ ກົດໝາຍຂອງລັດ ໂດຍສະເພາະ ແມ່ນການຈັດຕັ້ງເຊື່ອມຊຶມມະຕິກອງປະຊຸມໃຫ່ຍຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫ່ຍ ຄັ້ງທີ VI ຂອງອົງຄະນະພັກແຂວງ ແລະ ນິຕິກໍາອື່ນໆ ທີ່ພັກ-ລັດວາງອອກໃນແຕ່ລະໄລຍະ, ເຮັດໃຫ້ພະນັກງານ-ສະມາຊິກພັກ ແຕ່ລະສະຫາຍ ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນ, ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດຖືກຕ້ອງ, ມີຄວາມຈົ່ງຮັກພັກດີຕໍ່ອຸດົມການຂອງພັກ, ມີນ້ຳໃຈເສຍສະຫຼະຮັບໃຊ້ຊາດ, ຮັບໃຊ້ປະຊາຊົນ ດ້ວຍຄວາມບໍລິສຸດຜຸດຜ່ອງ, ມີຄວາມບຸກບືນຜ່ານຜ່າຂໍ້ຫຍຸ້ງ ຍາກນາໆປະການ, ສູ້ຊົນປະຕິບັດໃຫ້ສຳເລັດ ໜ້າທີ່ການເມືອງ ທີ່ໄດ້ຮັບການມອບໝາຍ. ຕີລາຄາໄດ້ 1,9 ຄະແນນ, ດ້ານເເນວຄິດຕີລາຄາໄດ້ 1,4 ຄະແນນ, ດ້ານການຈັດຕັ້ງຕີລາຄາໄດ້ 1,4 ຄະແນນ, ດ້ານແບບແຜນວິທີນຳພາ 1,9 ຄະແນນ ແລະ ດ້ານຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຕີລາ ຄາໄດ້ 2,9 ຄະແນນ.


ສຳລັບທິດທາງແຜນການໃນຕໍ່ໜ້າ. ເພື່ອສືບຕໍ່ກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນປີ 2021 ແຕ່ລະໜ່ວຍພັກຈະໄດ້ພ້ອມກັນ, ສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ພະ ນັກງານ, ສະມາຊິກພັກໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ເປັນແບບຢ່າງໃນທຸກວຽກງານ, ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ໄດ້ຕາມແຜນທີ່ກຳນົດໄວ້. ສ້າງສະມາຊິກພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ໄດ້ 90% ຂຶ້ນໄປ. ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ໄດ້ 95% ຂຶ້ນໄປ.