ເຫັນແລ້ວຢາກໄປຖ້ຳໃໝ່ ພາຍໃນຂອງຖໍ້າກອງລໍ-ນາຕານ ຄວາມງົດງາມທີ່ໜ້າອັດສະຈັນ

2708

ແຂວງຄຳມ່ວນຄົ້ນພົບຖໍ້າໃໝ່ພາຍໃນຂອງຖໍ້າກອງລໍ-ນາຕານ ເມືອງຄູນຄຳໃຊ້ເວລາຂີ່ເຮືອເຂົ້າ ໄປປະມານ 10 ນາທີ. ປັດຈຸບັນຍັງ ຢູ່ໃນຂັ້ນຕອນການສຶກສາສຳຫຼວດ ເພື່ອຈະພັດທະນາໃຫ້ກາຍເປັນແຫຼ່ງທ່ອງທ່ຽວໃໝ່ ຄູ່ຂະໜານກັບຖ້ຳກອງລໍ-ນາຕານ ແລະ ຍັງບໍ່ອະນຸຍາດໃຫ້ນັກທ່ອງທ່ຽວເຂົ້າທ່ຽວຊົມໄດ້.

ເມື່ອມໍ່ໆມານີ້ ທ່ານ ໄຊສົມບູນ ສຸວັນດາລາ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງຄຳມ່ວນ ພ້ອມດ້ວຍຄະນະ ແລະ ອຳນາດການປົກຄອງບ້ານກອງລໍ ໄດ້ເຂົ້າຕິດຕາມ, ກວດກາຖ້ຳທີ່ຖືກຄົ້ນພົບໃໝ່ທີ່ມີຄວາມສວຍສົດງົດງາມ ບໍ່ໜ້ອຍກວ່າຖ້ຳອື່ນໆທີ່ເຄີຍໄດ້ຄົ້ນພົບມາກ່ອນ.


ຖໍ້າດັ່ງກ່າວແມ່ນຕັ້ງຢູ່ທາງດ້ານໃນຂອງຖ້ຳກອງລໍ-ນາຕານ ເມືອງຄູນຄຳ ແຂວງຄຳມ່ວນ ໃຊ້ເວລາຂີ່ເຮືອເຂົ້າ ໄປປະມານ 10 ນາທີ ຢູ່ພາຍໃນຂອງຖ້ຳແມ່ນປະກອບໄປດ້ວຍຫີນງອກ ຫີນຍ້ອນ ເປັນຮູບຊົງທີ່ມີຄວາມແຕກຕ່າງ ກັນໄປ ບາງບ່ອນກໍມີຮູບຊົງຄ້າຍຄືກັນກັບໂຕສັດ, ບາງບ່ອນກໍ່ຄ້າຍຄືກັບດອກໄມ້ ແລະ ບາງບ່ອນກໍຈະມີຫີນເປັນຮູບມົນກົມຄ້າຍຄືກັບໄຂ່ ເມື່ອເຮົາເຍືອງໄຟສ່ອງໃສ່ຈະມີແສງເຫຼື້ອມວິບວັບເງົາງາມ. ພາຍໃນຖ້ຳຍັງມີໂຄງກະດູກສັດ ທີ່ຄ້າຍຄືກັບໂຄງກະດູກງູ ຍັງຫຼົງເຫຼືອໃຫ້ເຫັນຢູ່.

ເຖິງຢ່າງໃດກໍຕາມຖ້ຳດັ່ງກ່າວແມ່ນຖ້ຳທີ່ຄົ້ນພົບໃໝ່ ແລະ ປະຈຸບັນຍັງ ຢູ່ໃນຂັ້ນຕອນການສຶກສາສຳຫຼວດ ເພື່ອຈະພັດທະນາໃຫ້ກາຍເປັນແຫຼ່ງທ່ອງທ່ຽວໃໝ່ ຄູ່ຂະໜານກັບຖ້ຳກອງລໍ-ນາຕານ ແລະ ຍັງບໍ່ອະນຸຍາດໃຫ້ນັກທ່ອງທ່ຽວເຂົ້າທ່ຽວຊົມໄດ້.


ບ້ານກອງລໍໄດ້ຖືເອົາວຽກງານການປູກຝັງ-ລ້ຽງສັດ ແລະ ວຽກງານພັດທະນາການທ່ອງທ່ຽວອະນຸລັກທຳມະຊາດແບບປະຊາຊົນມີສ່ວນຮ່ວມ ຖ້ຳກອງລໍ-ນາຕານ ເປັນບູລິມະສິດທີ່ 1 ໃນການພັດທະນາບ້ານຕາມທ່າແຮງທີ່ມີທາງດ້ານທຳມະຊາດເພື່ອໃຫ້ເກີດຜົນປະໂຫຍດສູງສຸດໃນການສ້າງລາຍຮັບ ແລະ ສ້າງວຽກເຮັດງານທໍາໃຫ້ແກ່ຊຸມຊົນພາຍໃນບ້ານກອງລໍ ພ້ອມກັນນັ້ນກໍ່ໄດ້ເອົາໃຈໃສ່ວຽກງານທາງດ້ານກະສິກຳ ໂດຍແບ່ງອອກເປັນ 4 ກຸ່ມຄື: ກຸ່ມປູກໃບຢາສູບ, ມີກຸ່ມປູກເຂົ້ານາປີ, ກຸ່ມລ້ຽງສັດປີກ ແລະ ປູກພຶດຜັກໃນໄລຍະສັ້ນ ເພື່ອຕອບສະໜອງໃຫ້ແກ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດທີ່ເຂົ້າມາພັກແຮມຄືນທີ່ບ້ານກອງລໍ.


ພາຍໃນບ້ານກອງລໍ ມີ ໂຮງແຮມ 1 ແຫ່ງ, ເຮືອນພັກ 10 ແຫ່ງ, ຮ້ານອາຫານ 4 ແຫ່ງ, ໂຮມສະເຕ 22 ຫຼັງ, ລວມຫ້ອງນອນ 130 ຫ້ອງ, ສາມາດຮອງຮັບນັກທ່ອງໄດ້ຈຳນວນ 100-200 ຄົນຕໍ່ຄືນ ແລະ ມີ 1 ສະມາຄົມພັດທະນາການທ່ອງທ່ຽວອະນຸລັກແບບປະຊາຊົນມີສ່ວນຮ່ວມຖ້ຳກອງລໍ-ນາຕານ (ສທກນ) ມີພະນັກງານບໍລິຫານ ແລະ ວິຊາການສະມາຄົມ 17 ຄົນ ແລະ ມີ 8 ກຸ່ມບໍລິການ ພ້ອມດ້ວຍກຸ່ມໜ່ວຍງານອະນຸລັກລາດຕາເວນ ແລະ ໜ່ວຍງານ ປກຊ-ປກສ ບ້ານທີ່ເຮັດໜ້າທີ່ໃນການປ້ອງກັນເວນຍາມສະຖານທີ່ແຫຼ່ງທ່ອງທ່ຽວ ເຄື່ອນໄຫວລາດຕະເວນຕາມຂອບເຂດຮັບຜິດຊອບໃນທຸກໆເດືອນ.


ໃນໂອກາດດັ່ງກ່າວ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຄຳມ່ວນ ໄດ້ໂອ້ລົມຕໍ່ອຳນາດການປົກຄອງ, ສະມາຄົມພັດທະນາການທ່ອງທ່ຽວບ້ານ ແລະ ພໍ່ແມ່ປະຊາຊົນບ້ານ ກອງລໍ-ນາຕານ ເຊິ່ງໄດ້ຮຽກຮ້ອງມາຍັງອຳນາດການປົກຄອງບ້ານ ແລະ ສະມາຄົມ ຈົ່ງໄດ້ມີຄວາມສາມັກຄີເປັນປຶກແຜ່ນ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ສືບຕໍ່ພັດທະນາ ແຫຼ່ງທ່ອງທ່ຽວໃຫ້ມີຫຼາກຫຼາຍກິດຈະກຳ ຕິດພັນກັບການຊຸກຍູ້, ສົ່ງເສີມສິລະປະວັນນະຄະດີ, ວັດທະນາທຳ ແລະ ຮີດຄອງປະເພນີຂອງທ້ອງຖິ່ນ ເພື່ອດຶງດູດນັກທ່ອງທ່ຽວ.

ຊຸກຍູ້ ແລະ ສົ່ງເສີມຜະລິດຕະພັນທີ່ເປັນພູມປັນຍາຂອງ ຊາວບ້ານ ເພື່ອວາງສະແດງ ແລະ ຈຳໜ່າຍບໍລິການໃຫ້ແກ່ນັກທ່ອງທ່ຽວ ແລະ ສືບຕໍ່ປະສານສົມທົບກັບພາກສ່ວນ ທີ່ກ່ຽວຂ້ອງໃນການສຶກສາ, ສຳຫຼວດ ແລະ ວາງແຜນເພື່ອພັດທະນາແຫຼ່ງທ່ອງທ່ຽວທີ່ຄົ້ນພົບໃໝ່ ໂດຍສະເພາະແມ່ນ ການສ້າງສິ່ງອຳນວຍຄວາມສະດວກຕ່າງໆ ເພື່ອຮອງຮັບໃຫ້ແກ່ນັກທ່ອງທ່ຽວພາຍຫຼັງທີ່ເປີດໃຫ້ບໍລິການ.