ຫຼາຍພາກສ່ວນ ມອບເຄື່ອງຊ່ວຍເຫຼືອໄພນ້ຳຖ້ວມ ແຂວງ ໄຊຍະບູລີ

347

ຫຼາຍພາກສ່ວນທັງພາກລັດ ແລະ ເອກະຊົນ-ຜູ້ປະກອບການ ທົ່ວແຂວງ ໄຊຍະບູລີ ແລະ ແຂວງ ຫຼວງພະບາງ ໄດ້ນໍາເອົາວັດຖຸ-ຈິດໃຈມາຊ່ວຍເຫຼືອຜູ້ປະສົບເຄາະຮ້າຍໄພພິບັດນ້ຳຖ້ວມ ຢູ່ບັນດາເມືອງ ພາຍໃນ ແຂວງ ໄຊຍະບູລີ ເພື່ອເປັນການປະກອບ ສ່ວນຊ່ວຍເຫຼືອບັນເທົາທຸກເບື້ອງຕົ້ນໃຫ້ກັບຜູ້ປະສົບເຄາະຮ້າຍ ຈາກໄພພິບັດນ້ຳຖ້ວມ.


ໃນວັນທີ 16 ມິຖຸນາ ປີນີ້ ທີ່ຫ້ອງວ່າການ ແຂວງ ໄຊຍະບູລີ ໄດ້ມີຫຼາຍພາກສ່ວນ ເປັນຕົ້ນແມ່ນ ບັນດາບໍລິສັດ, ລັດວິສາຫະກິດ, ແມ່ຄ້າຊາວຂາຍ, ພໍ່ແມ່ປະຊາຊົນ, ບັນດາກົມກອງອ້ອມຂ້າງແຂວງ ແລະ ແຂວງ ຫຼວງພະບາງ ໄດ້ ນຳເອົາວັດຖຸຈິດໃຈ, ເຄື່ອງໃຊ້ເຮືອນຄົວທີ່ຈໍາເປັນ, ເຄື່ອງອຸປະໂພກ-ບໍລິໂພກ ແລະ ເງິນສົດ ມາມອບໃຫ້ຫ້ອງວ່າການ ແຂວງ ເພື່ອນຳໄປຊ່ວຍເຫຼືອຜູ້ທີ່ຖືກ ເຄາະຮ້າຍຈາກໄພພິບັດນ້ຳຖ້ວມ ຢູ່ບັນດາເມືອງພາຍໃນ ແຂວງ ໄຊຍະບູລີ ໂດຍສະເພາະແມ່ນ 39 ບ້ານຂອງເມືອງ ໄຊຍະບູລີ ທີ່ໄດ້ຮັບຜົນກະທົບໜັກ.

ພາກສ່ວນທີ່ນຳເອົາເຄື່ອງວັດຖຸ-ຈິດໃຈມາມອບຄັ້ງນີ້ປະກອບມີ: ອົງການປົກຄອງແຂວງ ຫຼວງພະບາງ ມອບນໍ້າດື່ມ ແລະ ເຂົ້າສານ ລວມມູນຄ່າ 50 ລ້ານກີບ; ບໍລິສັດ ອາສາ ວິສະວະກໍາໄຟຟ້າ ຈໍາກັດ ມອບເງິນສົດ ຈໍານວນ 10 ລ້ານກີບ; ກອງພົນທະຫານຮາບທີ 2 ມອບນໍ້າດື່ມ ແລະ ມີ່ ລວມມູນຄ່າ 6 ລ້ານກີບ; ຫ້ອງການສະຫະພັນແມ່ຍິງແຂວງ ໄຊຍະບູລີ ມອບນໍ້າດື່ມ, ມີ່ໄວໆ, ປາກະປ໋ອງ, ຢາສີຟັນ ລວມມູນຄ່າ 4,1 ລ້ານກີບ, ເມືອງ ຫົງສາ ມອບນໍ້າດື່ມ ມູນຄ່າ 5 ລ້ານກີບ ແລະ ເງິນສົດ 10 ລ້ານກີບ ລວມມູນຄ່າທັງໝົດ 15 ລ້ານກີບ;

ຄອບຄົບທ່ານ ຄໍາຫຼ້າ ຜີວວັນນາ ເຈົ້າເມືອງ ຫົງສາ ມອບເງິນສົດ 2 ລ້ານກີບ; ສະພາປະຊາຊົນແຂວງ ມອບນໍ້າດື່ມ, ມີ່, ໄຂ່, ປາກະປ໋ອງ ລວມມູນຄ່າ 7,5 ລ້ານກີບ; ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ວມແຂວງ ມອບນໍ້າດື່ມ ແລະ ມີ່ ລວມມູນຄ່າ 2,5 ລ້ານກີບ; ຫ້ອງການແນວລາວສ້າງຊາດແຂວງ ມອບເງິນສົດ 1,5 ລ້ານກີບ;  ພະແນກ ອຸດສາຫະກໍາ-ການຄ້າແຂວງ ມອບເງິນສົດ 1 ລ້ານກີບ;

ໂຮງງານປຸງແຕ່ງໄມ້ເມືອງເງິນ ມອບເງິນສົດ 3 ລ້ານກີບ; ບໍລິສັດ PSC ກໍ່ສ້າງເຄຫາສະຖານ ຈໍໍາກັດ ມອບເງິນສົດ 5 ລ້ານກີບ; ເມືອງ ຊຽງຮ່ອນ ມອບເຂົ້າສານ ມູນຄ່າ 6,5 ລ້ານກີບ.

ກ່າວຮັບໂດຍ ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າ, ປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ໄຊຍະບູລີ ພ້ອມດ້ວຍຄະນະ ເຂົ້າຮ່ວມເປັນຊັກຂີພິຍານ.ໂອກາດດັ່ງກ່າວ ທ່ານ ຮອງເຈົ້າແຂວງ ໄດ້ສະແດງຄວາມຂອບໃຈຕໍ່ພາກສ່ວນຕ່າງໆທີ່ ໄດ້ນຳເອົາວັດຖຸຈິດໃຈ ແລະ ເຄື່ອງໃຊ້ຕ່າງໆ ມາມອບໃຫ້ຄັ້ງນີ້ ເພື່ອຈະນໍາໄປຊ່ວຍ ເຫຼືອແກ່ປະຊາຊົນທີ່ຖືກເຄາະຮ້າຍຈາກໄພພິບັດດັ່ງກ່າວ.

ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ