ເຈົ້າແຂວງຈຳປາສັກ ລົງຊຸກຍູ້ວຽກງານ ຢູ່ ເມືອງສຸຂຸມາ

657

ໃນວັນທີ11 ມີຖຸນາ 2021 , ທີ່ສະໂມສອນຂອງເມືອງ, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວ ຊຸກຍູ້ວຽກງານ ຢູ່ ເມືອງສຸຂຸມາ ຕິດພັນກັບການສົ່ງເສີມການຜະລິດເປັນສິນຄ້າ, ການພັດທະນາກະສິກຳ ໂດຍການມີສ່ວນຮ່ວມຂອງ3 ພາກສ່ວນຄື: ພາກລັດ, ບໍລິສັດ ຜູ້ພັດທະນາ ແລະ ປະຊາຊົນ. ໂດຍມີ ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈຳປາສັກ ຜູ້ຊີ້ນຳວຽກງານເສດຖະກິດ. ມີ ຄະນະນຳຂອງແຂວງ, ບັນດາ ການນຳພະແນກການກ່ຽວຂ້ອງ, ມີ ທ່ານ ພຶດສະພາ ພູມມະສັກ ປະທານບໍລິສັດ ເອເຊຍລົງທຶນ ພັດທະນາ ແລະ ກໍ່ສ້າງ ຈໍາກັດ ຜູ້ດຽວ ຫຼື AIDC, ທີ່ມີຈຸດປະສົງ ຮ່ວມລົງທຶນ ໃນການພັດທະນາ ເຂດດັ່ງກ່າວ. ໂດຍການຕ້ອນຮັບຂອງທ່ານ ສົມເພັດ ບຸດສະດີ ເຈົ້າເມືອງສຸຂຸມາ ພ້ອມຄະນະນຳຂອງເມືອງ, ມີ ເລຂາພັກບ້ານ-ນາຍບ້ານ ຕາງໜ້າໃຫ້ປະຊາຊົນ 56 ບ້ານ, 6 ກຸ່ມບ້ານ ເຂົ້າຮ່ວມ.


ທ່ານ ສົມເພັດ ບຸດສະດີ ເຈົ້າເມືອງສຸຂຸມາ ໄດ້ລາຍງານ ການຈັດຕັ້ງປະຕິບັດວຽກງານຮອບດ້ານໄລຍະ 6 ເດືອນຕົ້ນປີ, ປະຕິບັດການຈັດເກັບລາຍຮັບໄດ້ທັງຫມົດ 3,665 ຕື້ກີບ, ທຽບໃສ່ແຜນໄດ້ 35,87%, ສະເພາະເມືອງຈັດເກັບໄດ້ 1,805 ຕື້ກີບ. ຊຸກຍູ້ການເກັບກູ້ເຂົ້ານາແຊງຂອງປະຊາຊົນ ໃນຈໍານວນ434,99 ເຮັກຕາ ກວມເອົາ 39 ບ້ານ ມີ 588 ຄອບຄົວ ທີ່ນອນໃນເຂດຊົນລະປະທານ 291,6 ເຮັກຕາ ແລະ ນອກຊົນເຂດລະປະທານ 143,39 ເຮັກຕາ ສໍາເລັດທັນ ລະດູການ ຜົນໄດ້ຮັບ 2.074,76 ໂຕນ. ສຸມໃສ່ຊຸກຍູ້ການຜະລິດ ນາປີໃຫ້ໄດ້ 13.146 ເຮັກຕາ, ຕົກກ້າແລ້ວ 35%, ໄຖນາຮຸດໄດ້ 50%; ການປູກພືດລະດູແລ້ງປະຕິບັດໄດ້ 892 ເຮັກຕາ ທຽບໃສ່ແຜນປະຕິບັດໄດ້ 100%. ວຽກງານການລ້ຽງສັດ ເຄື່ອນໄຫວສັກຢາປ້ອງກັນພະຍາດສັດໃນ 15 ບ້ານເປົ້າຫມາຍຂອງໂຄງການໄດ້ທັງຫມົດ 256.973 ໂຕ. ຂົງເຂດວັດທະນະທໍາ-ສັງຄົມ ຊີ້ນໍາ, ຊຸກຍູ້, ຕິດຕາມການຄຸ້ມຄອງນັກຮຽນ-ຄູອາຈານ ໃນການປະຕິບັດມາດຕະການປ້ອງກັນ, ຕ້ານ, ຄວບຄຸມ ພະຍາດໂຄວິດ-19, ເຄື່ອນໄຫວໂຄສະນາສຸຂະສຶກສາ, ຊຸກຍູ້ການປະຕິບັດແຜນງານອະນາໄມ-ສົ່ງເສີມສຸຂະພາບ. ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ນໍາພາ-ຊີ້ນໍາ ສອງປະເພດກໍາລັງ ໃນການຈັດຕັ້ງປະຕິບັດ ແຜນງານ ແລະ ຫນ້າທີ່ໃຫຍ່ ຂອງສອງກະຊວງ ປກຊ, ປກສ ດ້ວຍຄວາມເປັນເຈົ້າການ.


ໂອກາດນີ້, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ໄດ້ມີຄຳເຫັນຊີ້ນຳໃຫ້ ຄະນະນຳຂອງເມືອງສືບຕໍ່ ຈັດຕັ້ງເຊື່ອມຊຶມມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ຄັ້ງທີ VIII ຂອງອົງຄະນະພັກແຂວງ ແລະ ເອກະສານປິ່ນອ້ອມ ຢູ່ຂັ້ນເມືອງ, ຮາກຖານກຸ່ມບ້ານ. ນໍາພາ-ຊີ້ນໍາ, ເປັນເຈົ້າການ ສຶກສາອົບຮົມແນວຄິດ-ການເມືອງ ໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ, ຕະຫຼອດຮອດປະຊາຊົນບັນດາເຜົ່າ, ສືບຕໍ່ນໍາພາ-ຊີ້ນໍາ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນການຈັດຕັ້ງປະຕິບັດ ແຜນງານ ແລະ ຫນ້າທີ່ໃຫຍ່ ດ້ວຍຄວາມເປັນເຈົ້າການ ສ້າງຈຸດສຸມຂອງເມືອງ ຕິດພັນກັບການນຳພາສ້າງແຫຼ່ງທ່ອງທ່ຽວທາງທໍາມະຊາດ, ສົ່ງເສີມການຜະລິດເປັນສິນຄ້າ, ການພັດທະນາກະສິກຳ ໂດຍການມີສ່ວນຮ່ວມຂອງ 3 ພາກສ່ວນຄື: ພາກລັດ, ບໍລິສັດ ຜູ້ພັດທະນາ ແລະ ປະຊາຊົນ ໃນທ້ອງຖິ່ນ. ຈາກນັ້ນ, ທ່ານເຈົ້າແຂວງຈຳປາສັກ ພ້ອມຄະນະ ກໍ່ໄດ້ຮ່ວມປູກຕົ້ນໄມ້ ເພື່ອສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດທີ 1 ມີຖຸນາ ປີ 2021ຢູ່ເມືອງດັ່ງກ່າວ ນຳອີກ.