ນະຄອນຫຼວງວຽງຈັນ ພົບກໍລະນີຕິດເຊື້ອໃໝ່ 4 ກໍລະນີ ໃນນີ້1 ກໍລະນີ ຍັງຫາໂຕບໍ່ພົບ ເນື່ອງຈາກໃຫ້ຂໍ້ມູນບໍ່ຖືກຕ້ອງ

526

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຖະແຫຼງຂ່າວປະຈຳວັນທີ 13 ມິຖຸນາ 2021 ວ່າ: ວັນທີ12ມິຖຸນາໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1.348 ຕົວຢ່າງ, ກວດພົບຜູ້ຕິດເຊື້ອ 6 ກໍລະນີ, ຈາກນະຄອນຫຼວງວຽງຈັນ 4 ກໍລະນີ ແລະ ສະຫວັນນະເຂດ 1 ກໍລະນີ ແລະ ຫຼວງນ້ຳທາ 1 ກໍລະນີ.

ສຳລັບນະຄອນຫຼວງວຽງຈັນ 4 ຄົນ ແມ່ນກໍລະນີຕິດເຊື້ອໃນຊຸມຊົນ ຕິດເຊື້ອຈາກການສຳຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າ; 1 ຄົນ ຈາກແຂວງສະຫວັນນະເຂດແມ່ນແຮງງານລາວທີ່ກັບມາຈາກປະເທດໄທໂດຍຖືກຕ້ອງຕາມກົດໝາຍ; 1 ຄົນ ຈາກແຂວງຫຼວງນ້ຳທາແມ່ນສັນຊາດຈີນທີ່ອອກຈາກເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄປຜ່ານ ຫຼວງນ້ຳທາເພື່ອຈະກັບໄປຈີນ ແລ້ວກວດພົບເຊື້ອ (ຜູ້ກ່ຽວບໍ່ໄດ້ໄປເຂດເມືອງຕົ້ນເຜີ້ງ).


ເຮັດໃຫ້ມາຮອດປັດຈຸບັນ ມີກໍລະນີຕິດເຊື້ອສະສົມທັງໝົດ 1.996 ກໍລະນີ (ໃໝ່ 6ຄົນ), ເສຍຊີວິດສະສົມ 3 ກໍລະນີ (ໃໝ່ 0), ປິ່ນປົວຫາຍດີສະສົມ 1.862ກໍລະນີ (ໃໝ່3ຄົນ); ກຳລັງປິ່ນປົວ 131 ກໍລະນີ.

4 ກໍລະນີ ( ກໍລະນີ 1932 ຫາ 1935 ) ທີ່ພົບ ຢູ່ນະຄອນຫຼວງວຽງຈັນມີດັ່ງນີ້:
ກໍລະນີ 1932: ຊື່ ທ້າວ ຖິ່ນ ອາຍຸ 26 ປີ ສັນຊາດລາວ ອາຊີບຄ້າຂາຍ, ບ້ານເກົ້າລ້ຽວ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເຂົ້າໄປປິ່ນປົວຢູ່ໂຮງໝໍມະໂຫສົດ ຍ້ອນມີອາການໄອ, ປວດຕາມກ້າມຊີ້ນ ແລະ ແໜ້ນໜ້າເອີກ, ຫາຍໃຈຝືດ, ເຈັບຄໍ, ຂີ້ມູກຍ້ອຍ, ເຂົ້າປິ່ນປົວ ວັນທີ 12 ມີຖຸນາ 2021 ແລະ ແພດເກັບຕົວຢ່າງສົ່ງກວດ ແລະ ຜົນກວດອອກມາພົບເຊື້ອ, ມາຮອດປັດຈຸບັນນີ້ພວກເຮົາບໍ່ສາມາດຕິດຕໍ່ຜູ້ກ່ຽວໄດ້ ເພາະເບີໂທຕິດຕໍ່ແມ່ນບໍ່ຖືກຕ້ອງ. ປັດຈຸບັນນີ້ແມ່ນກໍາລັງປະສານງານກັບເຈົ້າໜ້າທີ່ ແລະ ອໍານາດການປົກຄອງ ລົງຕິດຕາມຊອກຄົ້ນຫາຜູ້ກ່ຽວ ເພື່ອນໍາເຂົ້າໄປປິ່ນປົວ ດັ່ງນັ້ນຖ້າຜູ້ໃດຫາກຮູ້ຂໍ້ມູນກ່ຽວກັບຜູ້ກ່ຽວ ໃຫ້ແຈ້ງມາຍັງສາຍດ່ວນ 165 ຫຼື 166 ຫຼື ດຣ ນ ວຽງສາຄອນ ຫຼວງປະດິດ ເບີໂທ 020 94095533 ຫຼື 020 55663579

ກໍລະນີ1933:  ເພດຍິງ ອາຍຸ 52 ປີ  ອາຊີບ ແມ່ເຮືອນ ຊຶ່ງເປັນແມ່ຂອງຜູ້ຕິດເຊື້ອ 1921 ( ຜູ້ສໍາຜັດໃກ້ສິດ), ບ້ານດອນແດງ ຮ່ອມ 32   ເມືອງຈັນທະບູລີ ນະຄອນຫຼວວຽງຈັນ, ໄປໂຮງໝໍເສດຖາທິລາດ ຍ້ອນອາການເມື່ອມັກເປັນວິນ ແລ້ວໄດ້ຖືກເກັບຕົວຢ່າງໃນວັນທີ 12 ມີຖຸນາ 2021, ຜູ້ກ່ຽວມີພະຍາດປະຈໍາໂຕ ແລະ ໄດ້ກິນຍາ ປິ່ນປົວ 5 – 6ປີ ດັ່ງນັ້ນ ຈຶ່ງບໍ່ໄດ້ອອກໄປໃສ.


ກໍລະນີ 1934 :
ເພດຍິງ, ອາຍຸ 36 ປີ, ອາຊີບແມ່ເຮືອນ, ບ້ານໜອງແຕ່ງເໜືອ ຮ່ອມ 15, ເມືອງສີໂຄດຕະບອງ, ບໍ່ມີອາການຫຍັງ, ຜູ້ກ່ຽວແມ່ນເປັນຜູ້ສໍາຜັດໃກ້ສິດໂດຍກົງກັບຜູ້ທີ່ຕິດເຊື້ອ ຢູ່ບ້ານເກົ້າລ້ຽວມາກ່ອນໜ້ານີ້ ແລ້ວ ຈຶ່ງໄປເກັບຕົວກວດຢູ່ ມສ ສີໂຄດ ໃນວັນທີ 12 ມີຖຸນາ 2021, ວັນທີ 7 ຫາ ທີ 8 ເດືອນ ມີຖຸນາ ໄດ້ມີລູກສາວ ແລະ ລູກຊາຍມານອນຍາມ ຢູ່ເຮືອນຂອງຜູ້ກ່ຽວ, ວັນທີ ຫາ ວັນທີ 13 ມີຖຸນາ ໄດ້ກັກໂຕຢູ່ບ້ານ


ກໍລະນີ 1935 : ເພດຍິງ ອາຍຸ 16 ປີ ອາຊີບ ແມ່ບ້ານ, ບ້ານສີໄຄທົ່ງ ເມືອງສີໂຄດຕະບອງ ນະຄອນຫຼວວຽງຈັນ, ຜູ້ກ່ຽວບໍ່ມີອາການຫັຍງ, ມີປະຫັວດສໍາຜັດໃກ້ສິດກັບຜູ້ຕິດເຊື້ອ, ໄປເກັບຕົວຢ່າງ ໃນວັນທີ 12 ມີຖຸນາ ຢູ່ ມສ ສີໂຄດ ແລະ ຜົນກວດພົບເຊື້ອ