ສະວິດເຊີແລນ ເໜືອກວ່າຂຶ້ນນໍາກ່ອນ ແຕ່ທ້າຍເກມຮູ້ສຶກສາຜ່ອນເກມກ່ອນຖືກ ເວລ ຕີສະເໝີແບ່ງແຕ້ມໄປ

555

ການແຂ່ງຂັນບານເຕະ ຢູໂຣ 2020 ນັດທີ 2 ແຂ່ງຂັນໃນມື້ນີ້ວັນທີ 12 ມິຖຸນາ 2021 ເວລາ 20:00 ໂມງຕາມເວລາໃນບ້ານເຮົາ ທີ່ສະໜາມ ບາກູ ໂອແລມປິກ ສະເຕດ້ຽມ ໃນນະຄອນຫຼວງບາກູ ປະເທດອາເຊີໄບຈານ ເປັນການພົບກັນລະຫວ່າງ ທີມຊາດສະວິດເຊີແລນ ພົບກັບ ທີມຊາດເວລ

ຜ່ານການແຂ່ງຂັນປາກົດວ່າ: ຮູບເກມ ສະວິດເຊີແລນ ຄຸມເກມໄດ້ເໜືອກວ່າພໍສົມຄວນ ຈົນເຖິງນາທີໆ 49 Breel Embolo ໄດ້ໂໝ່ງເຕັມຈາກລູກເປີດມູມເຂົ້າໄປຢ່າງສວຍງາມເຮັດໃຫ້ ສະວິດເຊີແລນ ຂຶ້ນນໍາ 1-0, ແຕ່ ເຂົ້າສູ່ໄລຍະທ້າຍເກມ ທີມຊາດເວລ ສາມາດຕໍ່ເກມໄດ້ດີຂຶ້ນ ແລະ ຄອງເກມໄດ້ຕໍ່ເນື່ອງກ່ອນທີ່ Kieffer Moore ມາໂໝ່ງຈາກການເປີດລູກແຕະມູມເຂົ້າໄປຢ່າງສວຍງາມ ຊ່ວຍໃຫ້ກັບ ເວລ ໄລ່ຕີສະເໝີເປັນ 1-1 ກ່ອນຈົບທີຄະແນນດັ່ງກ່າວ

ສະຫຼຸບກຸ່ມ A ຫຼັງຜ່ານໄປ 1 ນັດມີດັ່ງນີ້: ອິຕາລີ ມີ 3 ຄະແນນຢູ່ຢຶດທີມນໍາ, ອັນດັບ 2 ທີມຊາດເວລ ມີ 1 ຄະແນນເທົ່າກັບອັນດັບ 3 ສະວິດເຊີແລນ ແລະ ອັນດັບ 4 ຕວັກກີ ບໍ່ມີຄະແນນ, ສ່ວນນັດທີ 2 ຈະແຂ່ງຂັນໃນວັນທີ 16 ມິຖຸນາ 2021 ຈະລາຍງານໃຫ້ຊາບພາຍຫຼັງ