ອາເມຣິກາ ປະກາດບໍລິຈາກວັກແຊັງ Pfizer 500 ລ້ານໂດສ ຊ່ວຍປະເທດທຸກຍາກ

380

ສຳນັກຂ່າວຣອຍເຕີລາຍງານວ່າ ລັດຖະບານສະຫະລັດອາເມຣິກາຈະບໍລິຈາກວັກແຊັງປ້ອງກັນໂຄວິດ-19 ຈຳນວນ 200 ລ້ານໂດສໃນປີນີ້ ແລະ ອີກ 300 ລ້ານໂດສໃນຊ່ວງ 6 ເດືອນຕົ້ນປີ 2022 ໂດຍເນັ້ນບໍລິຈາກໃຫ້ປະເທດທີ່ມີລາຍໄດ້ຕ່ຳ 92 ປະເທດ ແລະ ບັນດາປະເທດສະຫະພາບອາຟຣິກກາ ໂດຍຜ່ານໂຄງການໂຄແວັກ.


ທັງນີ້ ປະທານາທິບໍດີ ໂຈ ໄບເດັນຂອງສະຫະລັດອາເມຣິກາມີຄວາມມຸ່ງໝັ້ນຢ່າງຈິງໃຈທີ່ຕ້ອງການຢຸດຕິວິກິດດ້ານສາທາລະນະສຸກລະດັບໂລກຄັ້ງນີ້ ບໍ່ສະເພາະແຕ່ປະເທດຂອງຕົນເອງ ແຕ່ຕ້ອງຄວບຄຸມທຸກປະເທດທົ່ວໂລກ.


ຄຳປະກາດດັ່ງກ່າວ ມີຂຶ້ນຫຼັງຈາກທີ່ຊ່ວງຫຼັງໆມານີ້ ອາເມຣິກາໄດ້ຮັບແຮງກົດດັນຢ່າງໜັກຈາກປະຊາຄົມໂລກ ເພື່ອໃຫ້ເພີ່ມການບໍລິການບໍລິຈາກວັກແຊັງປ້ອງກັນໂຄວິດ-19 ໃຫ້ປະເທດທີ່ທຸກຍາກ.