ລັດຖະມົນຕີ ອຄ ຕ້ອນຮັບທູດ ສາທາລະນະ ກູບາເຂົ້າຢ້ຽມຄຳນັບ

330

ໃນວັນທີ 9 ມິຖຸນາ 2021 ທີ່ກະຊວງ ອຄ ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານ Pablo Antonio Rodriguez Vidal ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ກູບາ ປະຈໍາ ສປປລາວ  ເພື່ອປຶກສາຫາລືການຮ່ວມມືການຄ້າທັງສອງຝ່າຍ.


ໂອກາດດັ່ງກ່າວ ທ່ານ ຄໍາແພງ ໄຊສົມແພງ ໄດ້ກ່າວຕ້ອນຮັບ ແລະ ຕີລາຄາສູງການຮ່ວມມືທີ່ເປັນມູນເຊື້ອ ຂອງທັງສອງພັກ – ສອງລັດ ໃນໄລຍະຜ່ານມາ. ເຊິ່ງໃນປີ 2019 ທ່ານ ລັດຖະມົນຕີການຄ້າ ສາທາລະນະລັດ ກູບາໄດ້ມາຢ້ຽມຢາມລາວ ໃນນັ້ນໄດ້ຫາລືຫຼາຍກະຊວງ ລວມທັງກະຊວງ ອຄ ໂດຍສະເພາະແມ່ນການປຶກສາຫາລື ການຮ່ວມມື, ການແລກປ່ຽນຊື້ຂາຍສິນຄ້າຮ່ວມກັນ; ຫຼັງຈາກນັ້ນການລະບາດຂອງພະຍາດໂຄວິດ-19 ເກີດຂຶ້ນ ເຮັດໃຫ້ ບັນຫາທີ່ໄດ້ປຶກສາຫາລືກັນ ບໍ່ທັນໄດ້ຮັບການຈັດຕັ້ງປະຕິບັດ.


ທ່ານກ່າວວ່າ ໃນຕໍ່ໜ້ານີ້ ພະຍາດໂຄວິດ-19 ຈະຍັງສືບຕໍ່ ຫຼື ບໍ່ສືບຕໍ່ ກໍບໍ່ເປັນບັນຫາກົດໜ່ວງໃຫ້ການຮ່ວມມືຂອງສອງພັກ – ສອງລັດ, ສອງປະເທດ ໂດຍສະເພາະ ສອງກະຊວງ ອຄ ສືບຕໍ່ມີການພົວພັນແລກປ່ຽນບົດຮຽນ ຂໍ້ມູນຂ່າວສານນໍາກັນ.

ທ່ານ Pablo Antonio Rodriguez Vidal ໄດ້ສະແດງຄວາມຂອບໃຈໃນການຕ້ອນຮັບອັນອົບອຸ່ນຄັ້ງນີ້ ພ້ອມສະແດງຄວາມຍິນດີທີ່ທ່ານມາຮັບໜ້າທີ່ໃໝ່ ຢູ່ກະຊວງ ອຄ ເຊິ່ງສາຍພົວພັນການຮ່ວມມື ສປປລາວ – ສາທາລະນະລັດ ກູບາ ແມ່ນມີໃນລະດັບສູງ. ໃນເດືອນພະຈິກ ປີ 2018 ປະທານາທິບໍດີ ສາທາລະນະກູບາໄດ້ມາຢ້ຽມຢາມ ສປປ ລາວ ໄດ້ມີການປຶກສາຫາລື ຫຼາຍບັນຫາ ໂດຍສະເພາະແມ່ນບັນຫາດ້ານເສດຖະກິດ ແລະ ໄດ້ມີສັນຍາຮ່ວມກັນ ພາຍຫຼັງການລະບາດຂອງພະຍາດໂຄວິດ-19 ກໍຍັງບໍ່ມີການສືບຕໍ່. ສະນັ້ນ ໃນຕໍ່ໜ້ານີ້ ພວກເຮົາຕ້ອງຮ່ວມມືກັນ ເພື່ອເຮັດໃຫ້ການແລກປ່ຽນຊື້ຂາຍສິນຄ້າ ໄດ້ຮັບການຈັດຕັ້ງປະຕິບັດ ນໍາເອົາຜົນປະໂຫຍດມາສູ່ປະຊາຊົນທັງສອງຊາດ.