ລັດຖະມົນຕີກະຊວງ ອຄ  ຕ້ອນຮັບການຢ້ຽມຄຳນັບຂອງເອກອັກຄະລັດຖະທູດຣັດເຊຍປະຈໍາ ສປປ ລາວ

394

ໃນວັນທີ 10 ມິຖຸນາ 2021 ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 4 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຄຳນັບ ຂອງ ທ່ານ Vladimir KALININ, ເອກອັກຄະລັດຖະທູດ ແຫ່ງ ຣັດເຊຍ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ, ມີຜູ້ຕາງໜ້າທັງສອງຝ່າຍເຂົ້າຮ່ວມ.


ໂອກາດນີ້ ທ່ານ ຄໍາແພງ ໄຊສົມແພງ ໄດ້ສະແດງຄວາມຍິນດີຕ້ອນຮັບຕໍ່ ທ່ານ Vladimir KALININ, ພ້ອມທັງຕີລາຄາສູງຕໍ່ການພົວພັນຮອບດ້ານລະຫວ່າງ ລາວ-ຣັດເຊຍ ເພື່ອເຮັດໃຫ້ສອງປະເທດ ໄດ້ເສີມຂະຫຍາຍການພົວພັນເສດຖະກິດ-ການຄ້າທີ່ດີເຊິ່ງກັນ ແລະ ກັນ.

ທັງສອງຝ່າຍໄດ້ປຶກສາຫາລືທົບທວນຄວາມເຂົ້າໃຈຮ່ວມກັນຫຼາຍດ້ານ ເປັນຕົ້ນ ການຮ່ວມມືດ້ານເສດຖະກິດ-ການຄ້າ, ການລົງທຶນ, ປ້ອງກັນຊາດປ້ອງກັນຄວາມສະຫງົບ ແລະ ການສຶກສາຂອງລາວ. ນອກນັ້ນ, ຍັງໄດ້ປຶກສາຫາລືກັນໃນດ້ານວິຊາການ ເປັນຕົ້ນການນໍາເຂົ້ານໍ້າມັນຈາກຣັດເຊຍ, ການສະໜອງປຸ໋ຍ ດ້ານຜະລິດກະສິກໍາ (ກາເຟ), ທາດໄຍຫີນ ທີ່ບໍ່ເປັນອັນຕະລາຍຕໍ່ສຸຂະພາບ, ການແລກປ່ຽນບົດຮຽນການຜະລິດຫີນ ແລະ ແກ້ວປະເສີດ, ໂຄງການເຄື່ອງເສດເຫຼືອໃນເຂດອຸດສາຫະກໍາ, ການເກັບກູ້ລະເບີດບໍ່ທັນແຕກໃນລາວ, ການໃຫ້ຄວາມຊ່ວຍເຫຼືອດ້ານອຸປະກອນການທະຫານ ແລະ ວັກຊີນປ້ອງກັນພະຍາດໂຄວິດ-19 ແກ່ສປປ ລາວ.ພ້ອມນີ້, ສອງຝ່າຍໄດ້ໃຫ້ຄໍາໝັ້ນເຊິ່ງກັນ ແລະ ກັນ ຈະຜັນຂະຫຍາຍການຮ່ວມມືໃຫ້ເກີດດອກອອກຜົນໃນຕໍ່ໜ້າ.

ໃນນີ້, ທ່ານ Vladimir KALININ ໄດ້ສະເໜີໃນຕໍ່ໜ້າຈະຈັດກອງປະຊຸມປຶກສາຫາລື ລະຫວ່າງສະພາອຸດສາຫະກໍາ ແລະ ການຄ້າ ລາວ-ຣັດເຊຍ ແບບທາງໄກ ເພື່່ອເຮັດໃຫ້ທຸລະກິດຂອງສອງປະເທດ ໄດ້ປຶກສາຫາລື ການຊອກຄູ່ຮ່ວມມືດ້ວຍກັນ. ພ້ອມດຽວກັນນີ້, ກໍສະແດງຄວາມຍິນດີຕໍ່ ທ່ານ  ຄໍາແພງ ໄຊສົມແພງ ມາຮັບຕໍາແໜ່ງໜ້າທີ່ໃໝ່ ພ້ອມທັງຂອບໃຈມາຍັງທ່ານລັດຖະມົນຕີ ກະຊວງ ອຄ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ໃຫ້ຄຳປຶກສາໃນວຽກງານຕໍ່ໜ້າ.