ອ່ານດ່ວນ ໃຜນອນໃນເງື່ອນໄຂນີ້ ຈະໄດ້ຮັບວັກແຊັງ ຟາຍເຊີ pfizer ທີ່ຈະເປີດສັກສະເພາະ ນວ ເທົ່ານັ້ນ

1391

ທ່ານ ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ໄດ້ກ່າວໃນໂອກາດເຂົ້າຮ່ວມຖະແຫຼງຂ່າວໂຄວິດ-19 ປະຈຳວັນທີ 7 ມິຖຸນາ 2021 ວ່າ: ມາຮອດວັນທີ 6 ມິຖຸນາ 2021 ທົ່ວປະເທດລາວ ໄດ້ມີຜູ້ໄປຮັບວັກແຊັງ(ວັກຊີນ) ເຂັມທີ 1 ໄປແລ້ວ ຈຳນວນ 686.794 ໂດສ ກວມເອົາ 9,36% ຂອງຈຳນວນປະຊາກອນ ແລະ ເຂັມທີ 2 ຈຳນວນ 313.402 ໂດສ ກວມເອົາ 4,27% ຂອງຈຳນວນປະຊາກອນໃນລາວ. ດັ່ງນັ້ນມາຮອດປັດຈຸບັນ ແຕ່ລະຈຸດ ແລະ ລະໂຮງໝໍ ຈະເອົາໃຈໃສ່ສັກຢາເຂັມທີ 1 ແລະ ເຂັມທີ 2 ທີ່ເປັນຢາຊະນິດ ຊີໂນຟາມ (sinopharm) ແລະ ແອສຕາ ເຊເນກາ (astrazeneca) ໃຫ້ບັນລຸຕາມຄາດໝາຍ.

ສ່ວນວັກແຊັງ ຟາຍເຊີ pfizer ທີ່ໄດ້ຮັບມາໃໝ່ນັ້ນ ທາງຄະນະສະກິດ ຕົກລົງຈະສັກໃນນະຄອນຫຼວງວຽງຈັນ ເນື່ອງຈາກວ່າ ວັກແຊັງຊະນິດດັ່ງກ່າວແມ່ນຈະຕ້ອງຮັກສາໃນລະບົບເຢັນ – 80 ອົງສາເຊ(ລົບ80ອົງສາ), ໂດຍມອບໃຫ້ກົມອະນາໄມ – ສົ່ງເສີມສຸຂະພາບ ແລະ ສູນສຸຂະພາບແມ່ ແລະ ເດັກ ຈັດການຝຶກອົບຮົມທາງດ້ານວິຊາການໃຫ້ກັບທີມງານຂັ້ນສູນກາງ, ຂັ້ນນະຄອນຫຼວງ ແລະ ເມືອງທີ່ຂຶ້ນກັບ ໃຫ້ມີຄວາມເຂົ້າໃຈເປັນເອກະພາບ ແລະ ມີຄວາມປອດໄພ ໃນການຈັດຕັ້ງປະຕິບັດ.

ກຸ່ມເປົ້າໝາຍ ທີ່ຈະພິຈາລະນາ ໃນການຮັບວັກແຊັງຄັ້ງນີ້ ທີ່ຍັງບໍ່ໄດ້ສັກວັກຊີນປ້ອງກັນພະຍາດ ໂຄວິດ-19 ຊະນິດອື່ນມາກ່ອນ ປະກອບມີ: ກຸ່ມຄົນທີ່ມີອາຍຸ 60 ປີ ຂຶ້ນໄປ ໃຫ້ກວດເບິ່ງບັດປະຈຳຕົວ ຫຼື ສຳມະໂນຄົວ ຫຼື ຫຼັກຖານຢືນຢັນອື່ນໆ ທີ່ບົ່ງບອກອາຍຸ; ກຸ່ມຄົນທີ່ມີຄວາມສ່ຽງສູງ ເຊັ່ນ ພະນັກງານລັດຖະກອນ, ແພດໝໍ, ຜູ້ເຮັດວຽກຢູ່ຕາມຈຸດຜ່ານແດນດ່ານສາກົນ, ຜູ້ທີ່ ມີການເດີນທາງເຂົ້າອອກໄປຕ່າງປະເທດ ຊຶ່ງບໍ່ສາມາດຮັບວັກຊີນຊະນິດອື່ນໄດ້ ໃນໄລຍະຜ່ານມາ, ໃຫ້ກວດເບິ່ງບັດ ຫຼື ເອກະສານຢັ້ງຢືນການເຮັດວຽກ; ຜູ້ມີພະຍາດປະຈໍາໂຕ ເຊັ່ນ: (ພະຍາດກ່ຽວຂ້ອງກັບໜາກໄຂ່ຫຼັງ, ຜູ້ມີຄວາມດັນເລືອດສູງ, ເບົາຫວານ, ພະຍາດທາງເດີນຫາຍໃຈ, ພະຍາດຕັບ, ມະເຮັງ, ພະຍາດຕຸ້ຍ, ມະເຮັງ, ຜູ້ທີ່ມີຄວາມປົກຜ່ອງທາງດ້ານພູມຄຸ້ມກັນ ລວມທັງຜູ້ທີ່ມີການປ່ຽນຖ່າຍອະໄວຍະວະ, ຜູ້ທີ່ມີຄວາມຜິດປົກກະຕິ ທາງດ້ານພັນທຸກໍາມາແຕ່ກໍາເນີດ (Down syndrome). ຊຶ່ງແພດ ໝໍ ຢູ່ ຈຸດສັກຢາຈະເປັນ ຜູ້ພິຈາລະນາ ແລະ ກວດເບິ່ງຫຼັກຖານການປິ່ນປົວ ຫຼື ການບົ່ງມະຕິພະຍາດ (ໃຫ້ ມີເອກະສານຢັ້ງຢືນປະຫວັດການປິ່ນປົວ).

ທ່ານກ່າວຕື່ມວ່າ: ໃຫ້ອຳນາດການປົກຄອງທ້ອງຖິ່ນຂັ້ນບ້ານ, ຂັ້ນເມືອງ ນະຄອນຫຼວງວຽງຈັນ ຂຶ້ນບັນຊີກຸ່ມເປົ້າໝາຍ ທີ່ໄດ້ກໍານົດໄວ້ຂ້າງເທິງນັ້ນ ໃຫ້ສຳເລັດກ່ອນວັນທີ 15 ມີຖຸນາ 202 1, ພ້ອມທັງປູກລະດົມກຸ່ມເປົ້າໝາຍ ເຂົ້າເຖິງການບໍລິການ ຕາມຈຸດບໍລິການ ແລະ ເວລາທີ່ກໍານົດໄວ້ (ແຕ່ວັນທີ 16 ເຖິງ ວັນທີ 30 ມິຖຸນາ 2011 ໃຫ້ສໍາເລັດ ເຂັມທີ 1, ສ່ວນເຂັມທີ 2 ໃຫ້ຫ່າງກັນ 21-28 ວັນ). (ມີຟອມເກັບກຳຕິດຂັດດ້ານຫຼັງ).ການຈັດຕັ້ງສັກຢາຄັ້ງນີ້ ແມ່ນ ໃຫ້ມີຄວາມຮັບປະກັນທາງດ້ານຄຸນນະພາບຂອງວັກແຊັງກ່ຽວກັບເລື່ອງລະບົບເຢັນ ແລະ ຄວາມປອດໄພຂອງການໃຫ້ບໍລິການ ໂດຍສະເພາະຫ້ອງສຶກ ແລະ ຈຸດປົນນ້ຳກັ່ນ ຈະຕ້ອງຢູ່ໃນຫ້ອງທີ່ມິຄວາມເຢັນຕໍ່າກວ່າ 25 ອົງສາເຊ (ຫ້ອງແອ). ພ້ອມທັງປະຕິບັດ ໄລຍະຫ່າງ 01 ແມັດ, ແທກອຸນຫະພູມ ແລະ ໃສ່ຜ້າອັດປາກ-ດັງ.