5 ມິຖຸນາ 2021 ລາວ ມີຜູ້ຕິດເຊື້ອເພີ່ມ 5 ຄົນ ຮຽກຮ້ອງໃຫ້ທຸກຄົນຈົ່ງເອົາໃຈໃສ່ປະຕິບັດມາດຕະການປ້ອງກັນ ແລະ ແຈ້ງການຢ່າງເຂັ້ມງວດ

450

5 ມິຖຸນາ 2021 ລາວ ພົບຜູ້ຕິດເຊື້ອ 5 ຄົນ ຈາກການເກັບຕົວຢ່າງໄປກວດ ຈຳນວນ 2.532 ຕົວຢ່າງ, ໃນນັ້ນ ຢູ່ນະຄອນຫຼວງວຽງຈັນ ມີ 2 ຄົນ, ຈຳປາສັກ 1 ຄົນ, ສະຫວັນນະເຂດ 2 ຄົນ, ເຮັດໃຫ້ຕົວເລກສະສົມທົ່ວປະເທດ ມີຈຳນວນ 1.957 ຄົນ ແລະ ມີຕົວເລກສະສົມຜູ້ເສຍຊີວິດຈຳນວນ 3 ຄົນ.
ໃນວັນທີ 5 ມິຖຸນາ 2021 ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ຖະແຫຼງຂ່າວປະຈຳວັນ ທີ່ກະຊວງສາທາລະນະສຸກ.


ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່ ໄດ້ກ່າວວ່າ: ມາຮອດປະຈຸບັນ ທົ່ວປະເທດມີຕົວເລກສະສົມທົ່ວປະເທດ ມີຈຳນວນ 1.957 ຄົນ ແລະ ມີຕົວເລກສະສົມຜູ້ເສຍຊີວິດຈຳນວນ 3 ຄົນ, ໃນວັນທີ 4 ມິຖຸນາ ແມ່ນໄດ້ເກັບຕົວຢ່າງໄປກວດຫາເຊື້ອທັງໝົດ 2.532 ຕົວຢ່າງ ພົບຜູ້ຕິດເຊື້ອ 5 ຄົນ, ໃນນັ້ນ: ນະຄອນຫຼວງວຽງຈັນ 2 ຄົນ ເປັນການຕິດເຊື້ອພາຍໃນຊຸມຊົນ, ແຂວງຈຳປາສັກ 1 ຄົນ ແລະ ແຂວງສະຫວັນນະເຂດ 2 ຄົນ, ສຳລັບການປີ່ນປົວຫາຍດີທັງໝົດ 1.693 ກໍລະນີ (ໃໝ່ 13) ແລະ ກໍາລັງປິ່ນປົວ 259 ກໍລະນີ.


ຄືດັ່ງທີ່ພວກເຮົາຮູ້ນຳກັນແລ້ວວ່າ, ສະພາບການລະບາດພະຍາດ ໂຄວິດ-19 ໃນ ທົ່ວໂລກ ຍັງຄົງສືບຕໍ່ເພີ່ມຂື້ນ ເຊີ່ງເປັນສີ່ງທ້າທາຍທີ່ສຸດຕໍ່ຜົນກະທົບຫຼາຍດ້ານໂດຍສະເພາະຊີວິດການເປັນຢູ່ຂອງປະຊາຊົນ ແລະ ບັນດາປະເທດອ້ອມຂ້າງ ສປປລາວ ກໍ່ຍັງຄົງສືບຕໍ່ມີການລະບາດໃນຊຸມຊົນທີ່ແຜ່ລະບາດເປັນວົງກ້ວາງຍ້ອນມີການລະບາດຂອງສາຍພັນໃໝ່ທີ່ມີຄວາມຮ້າຍແຮງ ແລະ ແຜ່ເຊື້ອໄດ້ຢ່າງໄວວາ. ເຖິງວ່າທ່າອ່ຽງຂອງການລະບາດຢູ່ໃນປະເທດຂອງພວກເຮົາ ໂດຍສະເພາະບັນດາແຂວງມີທ່າອ່ຽງຫຼຸດລົງຕາມການລາຍງານໃນແຕ່ລະວັນກໍ່ຕາມ, ແຕ່ສໍາລັບນະຄອນຫຼວງວຽງຈັນ ເຖີງວ່າຈຳນວນຄົນເຈັບຕິດເຊື້ອລາຍງານຫຼຸດລົງແຕ່ກໍ່ຍັງມີລາຍງານກໍລະນີໃໝ່ທີ່ຕິດເຊື້ອໃນຊຸມຊົນແຕ່ລະວັນ ແລະ ຍັງມີບາງກໍລະນີກວດພົບວ່າບໍ່ຮູ້ແຫຼ່ງທີ່ມາຂອງການຕິດເຊື້ອ, ສະນັ້ນຫ້ອງວ່າການສຳນັກງານນາຍົກລັດຖະມົນຕີໄດ້ອອກແຈ້ງການໃໝ່ສະບັບເລກທີ 595/ຫສນຍ ລົງວັນທີ່ 4 ມີຖຸນາ 2021 ກ່ຽວກັບການສືບຕໍ່ປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດ ໂຄວິດ-19 ໃນ ສປປລາວ ໃນໄລຍະ ວັນທີ 5-19 ມີຖຸນາ 2021 ໂດຍມີການສືບຕໍ່ປະຕິບັດມາດຕະການຕາມຄຳສັ່ງເລກທີ 15/ນຍ, ແຈ້ງການເລກທີ 528/ຫສນຍ ແລະ ໄດ້ຜ່ອນຜັນບາງມາດຕະການເຊັ່ນວ່າ: ອະນຸຍາດໃຫ້ເປີດບາງກິດຈະການເພື່ອຊ່ວຍກະຕຸ້ນໃຫ້ເສດຖະກິດຟື້ນໂຕ ແລະ ອຳນວຍຄວາມສະດວກໃຫ້ປະຊາຊົນທີ່ບໍ່ໄດ້ນອນຢູ່ໃນເຂດທີ່ມີການລະບາດໄດ້ອອກມາທຳມາຫາກີນ ແລະ ດຳລົງຊີວິດປົກກະຕິແບບ ໃໝ່.


ບັນດາທ່ານທີ່ນັບຖື ໂດຍຄວາມເປັນຫ່ວງເປັນໃຍຂອງພັກ-ລັດຖະບານ ແລະ ທຸກພາກສ່ວນທີ່ສຸມທຸກກຳລັງແຮງ ເພື່ອປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດ ໂຄວິດ-19, ສະນັ້ນ ຂໍໃຫ້ທຸກຄົນໃນສັງຄົມ ບໍ່ຄວນປະໝາດ ໃນການປະຕິບັດມາດຕະການຕ່າງໆ ທີ່ທາງລັດຖະບານ ກໍ່ຄື ຄະນະສະເພາະກິດຂັ້ນສູງກາງ ແລະ ຂັ້ນແຂວງ ໄດ້ວາງອອກ ຈົນກວ່າ ພວກເຮົາບໍ່ມີລາຍງານກໍລະນີຕິດເຊື້ອໃໝ່ ເປັນເວລາ 28 ວັນ. ການທີ່ໃຫ້ຢູ່ເຮືອນ ແລະ ບໍ່ອອກເດີນທາງ ໄປສະຖານທີ ອື່ນໆ ຍັງຖືວ່າເປັນ ຍຸດທະສາດ ແລະ ມາດຕະການຫຼັກ ທີ່ສໍາຄັນໃນການຢຸດຢັ້ງການແຜ່ລະບາດໃນຄັ້ງນີ້ຂອງປະເທດເຮົາ.


ໃນໄລຍະປະຈຸບັນຍັງມີຄວາມຈໍາເປັນທີ່ຈະຕ້ອງປະຕິບັດວິຖີຊິວິດ ດໍາລົງຊິວິດປົກກະຕິແບບໃໝ່ ເຊັ່ນ: ການໃສ່ຜ້າປິດປາກດັງ, ການໝັ່ນລ້າງມື ດ້ວຍເຈວ ແລະ ເຫຼົ້າ 70%ເລື້ອຍໆ, ການຮັກສາໄລຍະຫ່າງໃນສັງຄົມ ແລະ ຫຼີກລ້ຽງໄປບ່ອນທີ່ມີຄົນຫຼາຍ ຫຼື ຊຸມຊົນແອອັດ, ການເຮັດວຽກຢູ່ບ້ານ ຫຼື ແບ່ງກັນປະຈໍາການ ຈົນກວ່າພວກເຮົາຈະຜ່ານພົ້ນວິກິດການລະບາດໃນຄັ້ງນີ້.