ສ່ອງ 13 ມາດຕະການ ທີ່ຜ່ອນຜັນ ພ້ອມອະນຸຍາດໃຫ້ຮ້ານບໍ່ຢູ່ໃນເຂດແດງ ນັ່ງກິນໃນຮ້ານໄດ້

679

ໃນວັນທີ 4 ພຶດສະພາ 2021 ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການ ສະບັບເລກທີ 595 /ຫສນຍ ເລື່ອງ: ການສືບຕໍ່ປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດ ໂຄວິດ-19 ໃນໄລຍະ ວັນທີ 5-19 ມິຖຸນາ 2021 ພ້ອມວາງ 13 ມາດຕະການຜ່ອນຜັນຄື:


1. ສືບຕໍ່ອະນຸຍາດໃຫ້ເປີດສູນການຄ້າ, ຮ້ານຂາຍຍົກ-ຂາຍຍ່ອຍ, ຮ້ານຊຸບເປີມາເກັດ, ຮ້ານມິນິມາດ, ຕະຫຼາດສົດ, ຕະຫຼາດຂາຍອາຫານ ໂດຍໃຫ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ເເລະ ເເຜ່ເຊື້ອ ດ້ວຍການວັດແທກອຸນຫະພູມ, ຮັກສາໄລຍະຫ່າງ ຢ່າງໜ້ອຍ 1 ແມັດ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນ້ໍາສະອາດ ໃສ່ສະບູ ຫຼື ເຈລລ້າງມື.
2. ສືບຕໍ່ອະນຸຍາດໃຫ້ຍ່າງອອກກຳລັງກາຍຕາມສະຖານທີ່ຕ່າງໆ ເເລະ ຫຼິ້ນກິລາກາງແຈ້ງ ທີ່ຮ່າງກາຍບໍ່ໄດ້ສໍາຜັດກັນ. ສໍາລັບ ກິລາກ໊ອບ ກໍເຫັນດີໃຫ້ສືບຕໍ່ໄດ້, ເເຕ່ພະນັກງານບໍລິການ ໃນສະໜາມກ໊ອບ ລ້ວນແຕ່ໄດ້ສັກວັກຊີນ ຄົບຕາມກຳນົດເເລ້ວ ແລະ ໃຫ້ເຈົ້າພາບຂອງສະຖານທີ່ດັ່ງກ່າວ ສ້າງແຜນລະອຽດໃນການປະຕິບັດມາດຕະການສະກັດກັ້ນ, ປ້ອງກັນພະຍາດ ໂຄວິດ-19 ແລ້ວສະເໜີຕໍ່ຄະນະສະເພາະກິດ ແລະ ອົງການປົກຄອງທ້ອງຖິ່ນ ເປັນຜູ້ອະນຸມັດ ເປັນແຕ່ລະກໍລະນີໄປ ແລະ ເມື່ອໄດ້ຮັບອະນຸຍາດແລ້ວ ຕ້ອງປະຕິບັດຕາມເເຜນທີ່ໄດ້ສະເໜີ ແລະ ມາດຕະການທີ່ຄະນະສະເພາະກິດ ວາງອອກຢ່າງເຂັ້ມງວດ.
3. ອະນຸຍາດໃຫ້ເປີດຮ້ານຕັດຜົມ ຢູ່ນອກເຂດແດງ ເເຕ່ບໍ່ໃຫ້ລູກຄ້າແອອັດຢູ່ໃນຮ້ານ
ແລະ ໃຫ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ເເລະ ແຜ່ເຊື້ອ ຢ່າງເຂັ້ມງວດ.


4. ອະນຸຍາດໃຫ້ນັ່ງກິນ, ດື່ມ ຢູ່ຮ້ານອາຫານ, ຮ້ານກາເຟ ທີ່ບໍ່ຢູ່ໃນເຂດແດງ ໂດຍໃຫ້ຈັດບ່ອນນັ່ງໃຫ້ມີໄລຍະຫ່າງ 1 ແມັດຂຶ້ນໄປ ເເລະ ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອຢ່າງເຂັ້ມງວດ, ແຕ່ບໍ່ໃຫ້ບໍລິການເບຍ ແລະ ເຄື່ອງດື່ມທີ່ມີທາດເຫຼົ້າທຸກປະເພດ ຢ່າງເດັດຂາດ.
5. ອະນຸຍາດໃຫ້ເປີດການຮຽນ-ການສອນ ຢູ່ສະຖານການສຶກສາທຸກຊັ້ນຮຽນ ຢູ່ໃນບັນດາ ແຂວງທີ່ບໍ່ມີການລະບາດ ໃນຊຸມຊົນ.
6. ອະນຸຍາດໃຫ້ຈັດກອງປະຊຸມ ຢູ່ສະຖານທີ່ທີ່ບໍ່ແມ່ນຢູ່ໃນເຂດເເດງ ເເຕ່ຕ້ອງສາມາດຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ ໂດຍການຈັດກອງປະຊຸມດັ່ງກ່າວ ຕ້ອງໄດ້ປະຕິບັດຕາມມາດຕະການ ຂອງຄະນະສະເພາະກິດ ວາງອອກຢ່າງເຂັ້ມງວດ ເປັນຕົ້ນ ເເທກອຸນຫະພູມ, ການຮັກ ສາໄລຍະຫ່າງ ຢ່າງໜ້ອຍ 1 ແມັດ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນ້ຳສະອາດ ໃສ່ສະບູ ຫຼື ເຈລລ້າງມື ຄັກເເນ່.


7. ອະນຸຍາດໃຫ້ດຳເນີນກິດຈະການກາຊີໂນ ທີ່ບໍ່ຢູ່ໃນເຂດແດງ, ເເຕ່ໃຫ້ເຈົ້າພາບຂອງສະຖານທີ່ດັ່ງກ່າວ ສ້າງເເຜນລະອຽດໃນການປະຕິບັດມາດຕະການສະກັດກັ້ນ, ປ້ອງກັນພະຍາດ ໂຄວິດ-19 ເເລ້ວສະເໜີຕໍ່ຄະນະສະເພາະກິດ ແລະ ອົງການປົກຄອງທ້ອງຖິ່ນ ເປັນຜູ້ອະນຸມັດ ເປັນແຕ່ລະກໍລະນີໄປ.
8. ອະນຸຍາດໃຫ້ນໍາໃຊ້ເຮືອຫາປາ ເພື່ອຫາປາຕາມລໍານ້ໍາເຂດຊາຍແດນລະຫວ່າງປະເທດໃນໄລຍະເວລາ ເເຕ່ 08:00 ໂມງ ຫາ 18:00 ໂມງ ໂດຍໃຫ້ອົງການປົກຄອງທ້ອງຖິ່ນສົມທົບກັບ ກໍາລັງ ປກຊ-ປກສ ຢູ່ເເຕ່ລະພື້ນທີ່ ອອກລະບຽບການຄຸ້ມຄອງ, ກຳນົດຈໍານວນເຮືອ ຫາປາ ແລ້ວຈຶ່ງອະນຸຍາດ ໂດຍກ່ອນຈະອອກໄປ ກໍຕ້ອງໄດ້ບັນທຶກການປ່ອຍອອກ ເເລະ ບັນທຶກການເຂົ້າມາຈອດ, ພ້ອມນັ້ນ ກໍ່ໃຫ້ຕິດຕາມ ກວດກາ ການຈັດຕັ້ງປະຕິບັດ ຢ່າງໃກ້ຊິດ ແລະ ເຂັ້ມງວດ.
9. ອະນຸຍາດໃຫ້ເດີນທາງເຂົ້າ-ອອກ ຢູ່ພາຍໃນທ້ອງຖິ່ນ ທີ່ບໍ່ມີການລະບາດໃນຊຸມຊົນໄດ້ປົກກະຕິ.
10. ອະນຸຍາດໃຫ້ດຳເນີນການຂົນສົ່ງໂດຍສານທາງບົກ ລະຫວ່າງ ເເຂວງແຂວງທີ່ບໍ່ມີການລະບາດໃນຊຸມຊົນໄດ້ໂດຍບໍ່ໃຫ້ກັກໂຕ, ເເຕ່ຕ້ອງປະຕິບັດຕາມມາດຕະການສະເພາະກິດ ວາງອອກຢ່າງເຂັ້ມງວດ ເປັນຕົ້ນ ແທກອຸນຫະພູມ, ການຮັກສາໄລຍະຫ່າງ ຢ່າງໜ້ອຍ 1 ແມັດ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼືເຈລລ້າງມື ຄັກເເນ່.
11. ອະນຸຍາດໃຫ້ດຳເນີນການຂົນສົ່ງໂດຍສານທາງບົກ ແລະ ທາງອາກາດ ລະຫວ່າງນະຄອນຫຼວງວຽງຈັນ ກັບ ບັນດາແຂວງທົ່ວປະເທດ ສຳລັບຜູ້ໂດຍສານທີ່ສັກວັກຊີນຄົບ 2 ເຂັມ ໄດ້ 1 ເດືອນຂຶ້ນໄປ ໂດຍບໍ່ໃຫ້ມີການກັກກັນ 14 ວັນ, ເເຕ່ພະນັກງານຮັບຜິດຊອບສາຍການບິນ, ພະນັກງານລົດຂົນສົ່ງ ແລະ ຜູ້ໂດຍສານ ຕ້ອງມີຄວາມຮັບຜິດຊອບໃຫ້ມີການເເທກອຸນຫະພຸມ, ກວດກາການໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນ້ໍາສະອາດ ໃສ່ສະບູ ຫຼື ເຈລລ້າງມື.


12. ອະນຸຍາດໃຫ້ຜູ້ຂັບຂີ່ລົດ ເເລະ ພະນັກງານຂົນສົ່ງສິນຄ້າ ເຂົ້າ-ອອກ ລະຫວ່າງ ເເຂວງຕໍ່ແຂວງ ສາມາດສົ່ງສິນຄ້າ ເຖິງປາຍທາງໄດ້ ໂດຍບໍ່ຈໍາເປັນຕ້ອງຄ່ຽນຖ່າຍສິນຄ້າໃນໄລຍະເດີນທາງຢູ່, ບໍ່ຕ້ອງກວດຫາເຊື້ອພະຍາດ ໂຄວິດ-19 ເເລະ ບໍ່ຈໍາກັດບໍລິເວນ ຢູ່ແຂວງປາຍທາງ 14 ວັນ, ເເຕ່ຕ້ອງປະຕິບັດມາດຕະການປ້ອງກັນການຕິດເຊື້ອ ເເລະ ເເຜ່ເຊື້ອທີ່ຄະນະສະເພາະກິດວາງອອກ ຢ່າງເຂັ້ມງວດ. ສໍາລັບການຂົນສົ່ງສິນຄ້າລະຫວ່າງປະເທດ ໃຫ້ສືບຕໍ່ຈັດຕັ້ງປະຕິບັດ ຕາມທີ່ໄດ້ເຄີຍປະຕິບັດໃນໄລຍະຜ່ານມາ. ໃນພາກປະຕິບັດຕົວຈິງ ໃຫ້ທຸກພາກສ່ວນກ່ຽວຂ້ອງ ປະຕິບັດເປັນເອກະພາບ ຕາມຄໍາແນະນໍາຂອງຄະນະສະເພາະກິດຂັ້ນສູນກາງ ເເລະ ຄຳເເນະນໍາ ຂອງກະຊວງໂຍທາທິການ ແລະ ຂົນສົ່ງ ສະບັບເລກທີ 242/ຍທຂ, ລົງວັນທີ 23 ເມສາ 2021.
13. ມອບໃຫ້ຂະເເໜງການ ແລະ ອົງການປົກຄອງທ້ອງຖິ່ນທຸກຂັ້ນ ລວມທັງຢູ່ຂັ້ນເມືອງ, ບ້ານ ຫຼື ເຈົ້າໜ້າທີ່ໜ່ວຍປະຕິບັດງານ ພ້ອມກັນເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົນ ຕາມມາດຕະການທີ່ລັດຖະບານ ກໍຄືຄະນະສະເພາະກິດ ວາງອອກຢ່າງເຂັ້ມງວດ, ກໍລະນີພົບເຫັນຜູ້ລະເມີດ ແມ່ນຕ້ອງດໍາເນີນມາດຕະການເດັດຂາດ ຕາມກົດໝາຍ ແລະ ລະບຽບການກຳນົດ.