ການກໍ່ສ້າງເຂື່ອນນໍ້າຮຸ່ງ 1 ໄຊຍະບູລີ ຄືບໜ້າກວ່າ 80% ຄາດວ່າຈະສຳເລັດສົມບູນໃນທ້າຍປີນີ້

578

ໃນວັນທີ 3 ມິຖຸນາ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ພ້ອມຄະນະ ໄດ້ລົງຕິດຕາມໂຄງການກໍ່ສ້າງ ໂດຍມີ ທ່ານ ຄໍາເຫຼັກ ແກ້ວວິໄລພອນ ຫົວໜ້າພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງ ແລະ ພະນັກງານວິຊາການພາກສະໜາມໃຫ້ການຕ້ອນຮັບ, ພ້ອມທັງໄດ້ຮັບຟັງການລາຍງານຄວາມຄືບໜ້າຂອງໂຄງການຈາກວິຊາການພາກສະໜາມ.

ໂຄງການກໍ່ສ້າງເຂື່ອນໄຟຟ້າພະລັງງານນໍ້າ-ນໍ້າຮຸ່ງ 1 ແຂວງ ໄຊຍະບູລີ ຕັ້ງຢູ່ທາງທິດຕາເວັນອອກສ່ຽງໃຕ້ ຂອງເມືອງ ໄຊຍະບູລີ ຫ່າງຈາກຕົວເມືອງ ໄຊຍະບູລີ ປະມານ 30 ກິໂລແມັດ ແລະ ຫ່າງຈາກແມ່ນໍ້າຂອງ 5 ກິໂລແມັດ ເປັນໂຄງການເຂື່ອນໄຟຟ້າຂະໜາດນ້ອຍ. ໄດ້ເລີ່ມລົງມືກໍ່ສ້າງມາແຕ່ປີ 2015 ປັດຈຸບັນສໍາເລັດແລ້ວ 80,96 % ຄາດວ່າ ທ້າຍປີ 2021 ຈະໃຫ້ສໍາເລັດ, ຮັບສໍາປະທານໂດຍບໍລິສັດ ສີເມືອງກຼຸບ ຈໍາກັດ ແລະ ຮັບຜິດຊອບໃນການກໍ່ສ້າງຕິດຕັ້ງ-ຄຸ້ມຄອງໂດຍບໍລິສັດ ນໍ້າຮຸ່ງ 1 ໄຮໂດຼພາວເວີ ຈໍາກັດ.

ລັກສະນະຂອງເຂື່ອນເປັນເຂື່ອນນໍ້າໄຫຼໂດຍສະເລ່ຍການໄຫຼຂອງນໍ້າແມ່ນ 4.431 ແມັດກ້ອນ ຕໍ່ວິນາທີ, ມີຄວາມສູງຂອງສັນເຂື່ອນ 34,17 ແມັດ, ຄວາມຍາວຂອງສັນເຂື່ອນ 235 ແມັດ, ມີບານປະຕູລະບາຍນໍ້າ 5 ປ່ອງ, ປະຕູ ເປີດ-ປິດດ້ວຍລະບົບໄຮໂດລິກ, ຄວາມສູງນໍ້າຕົກສູງສຸດ 22 ແມັດ, ປະລິມານນໍ້າໄຫຼຜ່ານກົງຫັນທັງໝົດ 30 ແມັດກ້ອນ/ວິນາທີ, ມີເນື້ອທີ່ອ່າງໂຕ່ງນໍ້າຝົນ 2.915 ກິໂລຕາແມັດ.

ເຂື່ອນດັ່ງກ່າວມີກຳລັງຕິດຕັ້ງໄຟຟ້າທັງໝົດ 3 ໜ່ວຍ ສາມາດຜະລິດໄຟຟ້າໄດ້ທັງໝົດ 15 ເມກາວັດ, ພະລັງງານໄຟຟ້າຜະລິດສະເລ່ຍ 71.767.500 KWh/ປີ ລວມມູນຄ່າການກໍ່ສ້າງທັງໝົດ 34,7ລ້ານກວ່າໂດລາສະຫະລັດ ໂດຍແມ່ນການລົງທຶນຂອງເອກະຊົນ 100 %, ໄລຍະສໍາປະທານໂຄງການແມ່ນ 30 ປີ, ດ້ານການຄຸ້ມຄອງຄຸນນະພາບ ທາງບໍລິສັດໄດ້ເອົາໃຈໃສ່ປະຕິບັດຕາມເຕັກນິກການກໍ່ສ້າງ ທຸກຢ່າງແມ່ນມີການກວດສອບທຸກຂັ້ນຕອນຂອງການປະຕິບັດໜ້າວຽກ, ນອກນັ້ນຍັງມີຫ້ອງທົດລອງປະຈໍາສະໜາມ ແລະ ວິຊາການທີ່ປຶກສາ ເອົາໃຈໃສ່ຕິດຕາມວຽກໜ້າສະໜາມ,

ສະໜັບສະໜູນຂ່າວໂດຍ: