ສີລັງກາ ອາດຜະເຊີນກັບວິກິດສິ່ງແວດລ້ອມ ຫຼັງເຮືອບັນທຸກສານເຄມີໄໝ້ ຈົມລົງທະເລ

456

ສຳນັກຂ່າວຕ່າງປະເທດລາຍງານວ່າ ລັດຖະບານສີລັງກາ ໄດ້ປະກາດປິດນ່ານນ້ຳບາງສ່ວນ ເພື່ອຈັດການກັບເຮືອບັນທຸກສານເຄມີຂອງສິງກະໂປທີ່ເກີດໄຟໄໝ້ໃນທະເລ ເຖິງວ່າເຈົ້າໜ້າທີ່ສາມາດມອດໄຟໄດ້ແລ້ວ ແຕ່ເຮືອລຳດັ່ງກ່າວໄດ້ເລີ່ມຈົມລົງທະເລ ເຮັດໃຫ້ທຸກຝ່າຍກັງວົນວ່າ ຈະເກີດວິກິດການດ້ານສິ່ງແວດລ້ອມຄັ້ງຮຸນແຮງຂຶ້ນ.


ລາຍງານລະບຸວ່າ: ລັດຖະບານສີລັງກາໄດ້ອອກຄຳສັ່ງ ຫ້າມບຸກຄົນທີ່ບໍ່ມີສ່ວນກ່ຽວຂ້ອງ ລວມທັງຊາວປະມົງເຂົ້າໄປແຄມຝັ່ງທະເລໃນລັດສະໝີ 80 ກິໂລແມັດ ເລີ່ມແຕ່ວັນທີ 2 ມິຖຸນາເປັນຕົ້ນໄປ ເພື່ອອຳນວຍຄວາມສະດວກໃຫ້ແກ່ກອງທັບ ແລະ ອາສາສະມັກທຳຄວາມສະອາດ ໂດຍເບື້ອງຕົ້ນປະເມີນວ່າ ຈະມີເຮືອປະມົງປະມານ 5.600 ລຳໄດ້ຮັບຜົນກະທົບ.


ຄຳສັ່ງດັ່ງກ່າວ ສືບເນື່ອງມາຈາກເຮືອ “ເອັມວີ ເອັກຊ໌-ເພຣສ ເພີລ” ຂອງສິງກະໂປ ເຊິ່ງບັນທຸກສິນຄ້າ 1.648 ຕູ້ຄອນເທັນເນີ, ໃນນັ້ນມີສານເຄມີຫຼາຍຊະນິດ ລວມເຖິງກົດໄນຕຣິກ ນ້ຳໜັກ 25 ໂຕນເກີດໄຟໄໝ້ຕັ້ງແຕ່ວັນທີ 21 ພຶດສະພາຜ່ານມາ ຂະນະທີ່ກຳລັງລອຍລຳຢູ່ໃກ້ແຄມຝັ່ງຫ່າງຈາກນະຄອນຫຼວງໂຄລຳໂບພຽງ 15 ກິໂລແມັດ, ຂະນະທີ່ກອງທັບສີລັງກາ ເຊິ່ງໄດ້ຮັບການສະໜັບສະໜູນຈາກຫຼາຍປະເທດໄດ້ໃຊ້ເວລາເຖິງ 13 ວັນຈຶ່ງສາມາດດັບໄຟໄດ້ເມື່ອວັນທີ 1 ມິຖຸນາຜ່ານມາ ເຖິງວ່າຈະສາມາດດັບໄຟໄດ້ ແຕ່ເມັດພລາສຕິກສານເຄມີໄດ້ເລີ່ມຮົ່ວໄຫຼລົງທະເລ ທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນນ້ຳ.


ລາຍງານລະບຸວ່າ: ທາງການສີລັງກາ ແລະ ພາກສ່ວນກ່ຽວຂ້ອງໄດ້ຂໍຄວາມຊ່ວຍເຫຼືອຈາກບໍລິສັດສະມິດຈາກໂຮນລັງ ເພື່ອນຳເຮືອມາລາກເຮືອບັນທຸກສິນຄ້າລຳດັ່ງກ່າວຂຶ້ນຝັ່ງ ແຕ່ບໍ່ປະສົບຜົນສຳເລັດ ເນື່ອງຈາກເຮືອລຳດັ່ງກ່າວມີນ້ຳໜັກລວມຫຼາຍເຖິງ 31.600 ໂຕນ, ໃນຂະນະທີ່ກຳລັງລາກຂຶ້ນຝັ່ງນັ້ນ ສ່ວນທ້າຍຂອງເຮືອໄດ້ຈົມລົງທະເລເລິກ 22 ແມັດ, ນອກຈາກນີ້ ບາງຊິ້ນສ່ວນຂອງເຮືອໄດ້ແຕກກະຈາຍລົງສູ່ທະເລ ເຊິ່ງຖ້າຫາກ ສານເຄມີທັງໝົດໄຫຼລົງສູ່ທະເລ ຈະເກີດວິກິດດ້ານສິ່ງແວດລ້ອມຄັ້ງໃຫຍ່ທີ່ສຸດຂອງສີລັງກາ.