ການລະບາດ ເຊື້ອໂຄວິດ-19 ທົ່ວໂລກ ຍັງໜ້າເປັນຫ່ວງ ຕົວເລກເພີ່ມຂຶ້ນທຸກຊົ່ວໂມງ ປະຈຸບັນທະລຸ 171 ລ້ານກວ່າຄົນ

313

ມາຮອດບ່າຍຂອງວັນທີ 2 ມິຖຸນາ 2021 ທົ່ວໂລກມີຜູ້ຕິດເຊື້ອໂຄວິດ-19 ທັງໝົດ 171.962,506 ຄົນ, ເສຍຊີວິດ 3.576,848 ຄົນ ປິ່ນປົວຫາຍດີ 154.475,855 ຄົນ.


ປະເທດທີ່ມີຜູ້ຕິດເຊື້ອຫຼາຍອັນດັບ 1 ແມ່ນ ສະຫະລັດອາເມລິກາ ມີຜູ້ຕິດເຊື້ອຈຳນວນ 34.136,738 ຄົນ, ເສຍຊີວິດໄປແລ້ວ 610.436 ຄົນ, ປິ່ນປົວຫາຍດີ 27.940,918 ຄົນ.


ອັນດັບ 2 ແມ່ນປະເທດ ອິນເດຍ ປະຈຸບັນ ມີຜູ້ຕິດເຊື້ອທັງໝົດ 28.307,832 ຄົນ, ເສຍຊີວິດໄປແລ້ວ 335.114 ຄົນ, ປິ່ນປົວຫາຍດີ 26.179,085 ຄົນ ແລະ ອັນດັບ 3 ແມ່ນປະເທດບຣາຊິວ ມີຜູ້ຕິດເຊື້ອທັງໝົດ 16.625,572 ຄົນ ແລະ ມີຜູ້ເສຍຊີວິດ 465.312 ຄົນ ແລະ ປິ່ນປົວຫາຍດີ ຈຳນວນ 15.068,146 ຄົນ.