ບາເຊໂລນາ ເປີດຕົວ ອະເກວໂຣ ຢ່າງເປັນທາງການ

480

ບາເຊໂລນາ ສະໂມສອນຍັກໃຫຍ່ໃນລາລີກາ ແອັດສະປາຍ ເປີດຕົວ ເຊຄິໂອ ອະເກວໂຣ ກອງໜ້າຊາວອາກຊັງຕິນ ຢ່າງເປັນທາງການທີ່ສະໜາມຄໍານູ ເມື່ອວັນທີ 31 ພຶດສະພາ 2021 ເຊິ່ງຈະຍ້າຍມາຢູ່ກັບ ບາເຊໂລນາ ແບບບໍ່ມີຄ່າຕົວ ຫຼັງຈາກຈະໝົດສັນຍາກັບ ແມນເຊັສເຕີ ຊິຕີ້ ໃນເດືອນມິຖຸນາ 2021.

ອະເກວໂຣ ໃຫ້ສໍາພາດວ່າ: “ ພວກເຮົາທຸກຄົນຕ່າງຮູ້ວ່າ ບາເຊໂລນາ ເປັນສະໂມສອນຍັກໃຫຍ່ຂອງໂລກ, ຂ້ອຍຕັດສິນໃຈໄດ້ດີທີ່ເລືອກຍ້າຍມາທີ່ນີ້ ແລະ ແນ່ນອນວ່າ ມັນເປັນຄວາມກ້າວໜ້າໃນອາຊີບຂອງຂ້ອຍ, ຂ້ອຍມີຄວາມສຸກ ແລະ ຫວັງເປັນຢ່າງຍິ່ງວ່າ ຂ້ອຍຈະສາມາດຊ່ວຍທີມຄວ້າແຊັມລາຍການຕ່າງໆໄດ້. ນອກຈາກນີ້ຂ້ອຍຍັງໝັ້ນໃຈວ່າ ລິໂອເນລ ເມສຊີ ຈະຢູ່ກັບ ບາເຊໂລນາ ເຊັ່ນກັນ ແລະ ຂ້ອຍຮູ້ຈັກລາວເປັນຢ່າງດີ ”.

ນອກນັ້ນ, ຍັງມີການຄາດການວ່າ ບາເຊໂລນາ ກຽມເປີດຕົວ 2 ນັກເຕະດັງຢ່າງ ຈໍຈິນໂຢ ໄວນັລດຸມ ກອງກາງຈາກ ລິເວີພູລ ແລະ ເອຣິກ ກາເຊຍ ກອງຫຼັງຊາວແອັດສະປາຍຈາກ ແມນເຊັສເຕີ ຊິຕິ້ີ້ ໃນໄວໆນີ້.