ສປປລາວ ຈະໄດ້ຮັບວັກຊີນໄຟເຊີ້ ຈຳນວນ 100.620 ໂດສ ຈາກໂຄງການໂຄແວັກ ໃນໄວໆນີ້

494

ສູນຂ່າວສານການແພດສຸຂະສຶກສາ ລາຍງານວ່າ: ເພື່ອເປັນການກຽມພ້ອມຮັບວັກຊີນກັນພະຍາດໂຄວິດ-19 ຄັ້ງຕໍ່ໄປຈາກ ໂຄແວັກ(COVAX), ກະຊວງສາທາລະນະສຸກ ໄດ້ຮັບການຊ່ວຍເຫຼືອທາງດ້ານຕູ້ແຊ່ທາງການແພດ ທີ່ມີຄວາມສາມາດໃນການເກັບຮັກສາວັກຊີນໃຫ້ຢູ່ໃນອຸນຫະພູມ -70 °C ຈໍານວນ 3 ເຄື່ອງ.

ອົງການອະນາໄມໂລກປະຈຳ ສປປ ລາວ ໄດ້ມອບຕູ້ແຊ່ UCC (Ultra Cold Chain) ດັ່ງກ່າວໃຫ້ ຂະແໜງກັນພະຍາດດ້ວຍວັກຊີນ, ສູນສຸຂະພາບແມ່ ແລະ ເດັກ ຜ່ານການສະໜັບສະໜູນຂອງ ກະຊວງສາທາລະນະສຸກ ເຢຍລະມັນ (BMG).


ໃນຊ່ວງ 2-3 ເດືອນທີ່ຜ່ານ ກະຊວງສາທາລະນະສຸກ ໄດ້ມີການປະຕິບັດໜ້າທີ່ຢ່າງຕັ້ງໜ້າໃນວຽກງານການແຈກຢາຍວັກຊີນກັນພະຍາດໂຄວິດ-19. ໂດຍທີ່ຮອດວັນທີ 30 ພຶດສະພາ 2021 ຕົວເລກຈໍານວນວັກຊີນທີ່ຖືກສັກໃຫ້ແກ່ປະຊາກອນທີ່ນອນໃນກຸ່ມເປົ້າໝາຍໃນທົ່ວປະເທດແມ່ນ 885.694 ໂດສ (ເຂັມທໍາອິດ 658.377 ແລະ ເຂັມທີສອງ 277.317). ດ້ວຍຜົນສໍາເລັດດັ່ງກ່າວ, ກະຊວງສາທາລະນະສຸກ ເອງກໍມີແຜນທີ່ຈະສູ້ຊົນສັກວັກຊີນໃຫ້ໄດ້ 50% ຂອງຈຳນວນພົນລະເມືອງທັງໝົດພາຍໃນປີ 2021.


ສປປ ລາວ ຄາດວ່າຈະໄດ້ຮັບວັກຊີນໄຟເຊີ້ (Pfizer) ຈຳນວນ 100.620 ໂດສ ໃນໄວໆນີ້ ເຊິ່ງວັກຊີນດັ່ງກ່າວມີຄວາມຈໍາເປັນທີ່ຈະຕ້ອງມີການບັນຈຸເພື່ອເກັບຮັກສາດ້ານປະສິດທິພາບໃນລະບົບຕູ້ແຊ່ UCC ແບບສະເພາະ.