ຂ່າວດີຕົ້ນອາທິດ 31ພຶດສະພາ ມີກໍລະນີຕິດເຊື້ອໂຄວິດ-19 ໃໝ່ 1 ຄົນ ຢູ່ແຂວງຈຳປາສັກ ເຊິ່ງເປັນກໍລະນີນຳເຂົ້າ

645

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະກອງເລຂາສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ການລະບາດຂອງ ພະຍາດ COVID-19 ຖະແຫຼງຂ່າວປະຈຳວັນທີ 31ພຶດສະພາ 2021 ວ່າ: ໃນວັນທີ 30 ພຶດສະພາ 2021 ທົ່ວປະເທດ ໄດ້ມີການເກັບຕົວຢ່າງມາກວດຊອກຫາເຊື້ອ COVID-19 ທັງໝົດ 2.002 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ 1 ກໍລະນີ ຢູ່ຈຳປາສັກ ແມ່ນເປັນກໍລະນີນຳເຂົ້າ(ເປັນແຮງງານທີ່ເຂົ້າມາຖືກກົດໝາຍ).

ຮອດປັດຈຸບັນ ສປປ ລາວ ມີຜູ້ຕິດເຊື້ອ ສະສົມ ທັງໝົດ 1.912 ຄົນ (ໃໝ່ 1), ເສຍຊິວິດສະສົມທັງໝົດ 3 ຄົນ (ໃໝ່ 0ຄົນ), ປິ່ນປົວດີທັງໝົດ 1.543 ຄົນ (ໃໝ່ 117 ຄົນ), ຍັງຕິດຕາມປິ່ນປົວທົ່ວປະເທດທັງໝົດ 366 ຄົນ.

ເຖິງແມ່ນວ່າ ສະພາບການລະບາດໃນ ສປປ ລາວ ຈຳນວນຜູ້ຕິດເຊື້ອໃໝ່ ຈະມີທ່າອ່ຽງຫຼຸດລົງກໍ່ຕາມ ແຕ່ກໍ່ຍັງສືບຕໍ່ມີລາຍງານທຸກມື້. ດັ່ງນັ້ນ ພວກເຮົາບໍ່ຄວນປະໝາດ ຫຼື ປ່ອຍປະລະເລີຍ ໃນການປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກ ຢ່າງເຄັ່ງຄັດ;


ບົດຮຽນທີ່ຜ່ານມາ ເຫັນໄດ້ວ່າ ມີການລະບາດເປັນຈຸ້ມໃນຄອບຄົວ, ໝູ່ຄູ່, ຄົນໃກ້ຊິດ, ບັນດາຫ້ອງການ ແລະ ສຳນັກງານອົງການ; ເພື່ອຈຳກັດການລະບາດໃຫ້ເປັນວົງແຄບ ຈຶ່ງຂໍຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມ ຍົກສູງສະຕິຄວາມຮັບຜິດຊອບຂອງຕົນ ປະຕິບັດຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເລກທີ 528/ຫສນຍ ໃນໄລຍະວັນທີ 21 ພຶດສະພາ ຫາ 4 ມິຖຸນາ 2021 ຢ່າງເຂັ້ມງວດ;


ສິ່ງທີ່ສຳຄັນ ແລະ ຕ້ອງເອົາໃຈໃສ່ປະຕິບັດ ກໍຄືມາດຕະການປ້ອງກັນການຕິດເຊື້ອ ເປັນຕົ້ນ ແມ່ນ ໃສ່ຜ້າປິດປາກ-ດັງ ເມື່ອອອກຈາກບ້ານ, ໝັ່ນລ້າງມືເລື້ອຍໆ ດ້ວຍນ້ຳສະອາດໃສ່ສະບູ ຫຼື ເຈວລ້າງມືຂ້າເຊື້ອ, ຮັກສາໄລຍະຫ່າງທາງສັງຄົມ, ຫຼີກລ້ຽງການເອົາມືສຳຜັດໃບໜ້າ, ຕາ, ດັງ ແລະ ປາກ, ຮັກສາມາລະຍາດໃນການໄອ-ຈາມ, ຫຼີກລ້ຽງການເດີນທາງໄປຍັງສະຖານທີ່ແອອັດ….


ເມື່ອທ່ານສຳຜັດໃກ້ຊິດກັບຜູ້ຕິດເຊື້ອ ຫຼື ເດີນທາງໄປຍັງສະຖານທີ່ທີ່ມີຄວາມສ່ຽງ ໃຫ້ທ່ານຮີບຮ້ອນໄປພົບແພດ ເພື່ອເກັບຕົວຢ່າງກວດ ແລະ ຈຳກັດບໍລິເວນຕົນເອງ ໃນໄລຍະລໍຖ້າຜົນກວດ, ພາຍຫຼັງຜົນກວດບໍ່ພົບເຊື້ອ ກໍ່ໃຫ້ສືບຕໍ່ຈຳກັດບໍລິເວນຕົນເອງ ຈົນຄົບ 14 ວັນ ເພື່ອປ້ອງກັນການແຜ່ເຊື້ອໃຫ້ຄົນໃນຄອບຄົວ ແລະ ຄົນອ້ອມຂ້າງ;