ສປຊ ຮັບຮອງມະຕິໃຫ້ສືບສວນຄວາມຮຸນແຮງໃນກາຊາ

497

ຄະນະມົນຕີສິດທິມະນຸດແຫ່ງອົງການສະຫະປະຊາຊາດ ( UNHRC ) ໄດ້ລົງມະຕິໃຫ້ມີການສືບສວນ – ສອບສວນ ກ່ຽວກັບຄວາມຮຸນແຮງທີ່ເກີດຂຶ້ນລະຫວ່າງອິດສະຣາແອນ ກັບ ກຸ່ມຮາມາສໃນກາຊາ.

ໃນກອງປະຊຸມ UNHRC ໄດ້ຮັບຮອງເອົາມະຕິດັ່ງກ່າວ ເຊິ່ງນຳສະເໜີໂດຍອົງການການຮ່ວມມືອິດສະລາມ ( OIC ) ແລະ ຕົວແທນຊາວປາເລັສຕິນ ດ້ວຍຄະແນນສຽງ 24 ຕໍ່ 9 ສຽງ ເຊິ່ງປະເທດທີ່ລົງຄະແນນສຽງບໍ່ເຫັນດີ ສ່ວນຫຼາຍເປັນປະເທດຕາເວັນຕົກ ແລະ ງົດອອກສຽງ 14 ປະເທດ, ຂະນະທີ່ ຈີນ ແລະ ຣັດເຊຍ ເຫັນດີຮັບຮອງເອົາມະຕິດັ່ງກ່າວ.

ໃນມະຕິດັ່ງກ່າວໄດ້ໃຫ້ມີການສືບສວນ – ສອບສວນ ກ່ຽວກັບລະເມີດສິດທິມະນຸດທີ່ເກີດຂຶ້ນໃນອິດສະຣາແອນ, ເວສແບ໋ງ ແລະ ກາຊາ, ຂະນະດຽວກັນຍັງໄດ້ຮຽກຮ້ອງໃຫ້ມີການສືບສວນ – ສອບສວນຫາຕົ້ນຕໍຂອງສາເຫດທີ່ນຳໄປສູ່ຄວາມຂັດແຍ່ງຄັ້ງໃໝ່ ຈົນເກີດມີການຕອບໂຕ້ດ້ວຍອາວຸດໜັກ, ສະຖານະການຄວາມບໍ່ໝັ້ນຄົງ ລວມທັງການຂະຫຍາຍຕົວຂອງ ຄວາມຂັດແຍ່ງໃນພື້ນທີ່ດັ່ງກ່າວ.

ຂະນະທີ່ສະຫະລັດອາເມຣິກາ ລະບຸວ່າ: ມະຕິດັ່ງກ່າວອາດເປັນໄພຄຸກຄາມຕໍ່ການຍູ້ດັນໃຫ້ເກີດຄວາມກ້າວໜ້າ ເພື່ອນຳມາສູ່ຄວາມສະຫງົບໃນພູມີພາກດັ່ງກ່າວ.