ຕະຫຼາດລາວ-ອົດຊີ ໃສ່ໃຈລູກຄ້າບໍ່ໃຫ້ມາເອງສັ່ງອອນລາຍໄດ້ສົ່ງຜັກເຖິງມື

489

ຕະຫລາດສົດລາວ-ອົດຊີໄດ້ເພີ່ມການບໍລິການສົ່ງຊີ້ນ-ຜັກສິນຄ້າທີ່ຕ້ອງການບໍລິໂພກປະຈຳວັນໃຫ້ຮອດມືລູກຄ້າ ພຽງການກົດສັ່ງທາງອອນລາຍ ປະຈຸບັນສັ່ງໄດ້ຜ່ານສອງຊ່ອງທາງ ແລະ ກຳລັງພັດທະນາເປັນຕະຫຼາດອອນລາຍທີ່ສົມບູນໃນໄວໆນີ້.

ຕາມການໃຫ້ສຳພາດຂອງທ່ານ ແອນດຣູ ສີຄຳແພງ ຜູ້ອຳນວຍການຕະຫລາດລາວ-ອົດຊີ ໄດ້ໃຫ້ຮູ້ວ່າ: ຕະຫລາດລາວ-ອົດຊີຂອງພວກເຮົາ ໄດ້ຫຼິງເຫັນຄວາມຈຳເປັນຂອງລູກຄ້າຜູ້ຊົມໃຊ້ໃນຍຸກທີ່ມີການລະບາດຂອງພະຍາດໂຄວິດ-19 ແລະສັງຄົມທີ່ຕ້ອງເຮັດວຽກແຂ່ງກັບເວລາ ຈິ່ງເພີ່ມອີກທາງເລືອກໃຫ້ພໍ່ແມ່ປະຊາຊົນໄດ້ຈັບຈ່າຍຊື້-ຂາຍຊີ້ນ ແລະຜັກສົດຜ່ານຊ່ອງທາງອອນລາຍ ປະຈຸບັນໄດ້ເລີ່ມໃຫ້ບໍລິການແລ້ວມີ 2ຊ່ອງທາງຄື ສັ່ງຊື້ຜ່ານເພຈເຟສບຸກຂອງຕະຫລາດກັບທາງວັອດແອັບ ແລະໄວໆນີ້ຈະມີເວັບໄຊ້ຂອງຕະຫລາດ ມາໃຫ້ພໍ່ແມ່ປະຊາຊົນໄດ້ຈັບຈ່າຍຊື້-ຂາຍຜ່ານມືຖືແບບງ່າຍໆ.

ການບໍລິການໃຫມ່ທີ່ວ່ານັ້ນກໍຄືການສົ່ງສິນຄ້າທາງອອນລາຍຕິດພັນກັບການຫລຸດຜ່ອນຄວາມສ່ຽງ ແລະ ການກະຈາຍເຊື້ອພະຍາດໂຄວິດ-19 ໃນນັ້ນທາງຕະຫລາດໄດ້ຈັດສັນພະແນກຫນຶ່ງບໍລິການຈັດຊື້  ຈັດສົ່ງໃຫ້ເຖິງມືລູກຄ້າ ມີຊື່ວ່າ “ລາວ-ອົດຊີ ເດລິເວລີ ເຊີວິດ” ເຊື່ອວ່າຈະສາມາດຫລຸດຜ່ອນຄວາມສ່ຽງຂອງຜູ້ມາໃຊ້ບໍລິການ ບໍ່ຈຳເປັນໄປຢູ່ໃນຊຸມຊົນທີ່ແອອັດ ນອກຈາກນີ້ຍັງປະຢັດເວລາ ປະຢັດນໍ້າມັນ ມີແຕ່ລ້າງມືຢູ່ເຮືອນລໍຖ້າແຕ່ງກິນ.

ກ່ຽວກັບເງື່ອນໄຂໃນການສັ່ງຊື້ ຜ່ານລະບົບອອນລາຍຂອງລາວ-ອົດຊີ ຕ້ອງມີຍອດໃນການສັ່ງຊື້ໃນມູນຄ່າ 200.000 ກີບຂຶ້ນໄປ ແລະ ມີຄ່າບໍລິການໃນການຈັດຊື້ແມ່ນຄິດໄລ່ລາຄາສິນຄ້າຂອງຕະຫລາດປົກກະຕິ ຄ່າບໍລິການຂົນສົ່ງແມ່ນ 1.000ກີບຕໍ່ກິໂລ ຫລື ຫົວຫນ່ວຍ ແລະ ຈະມີຄ່າຂົນສົ່ງເລີ່ມຕົ້ນຢູ່ທີ່ 12.000 ກີບ ອັນສໍາຕ້ອງສັ່ງລ່ວງໜ້າ1 ວັນ ທາງຕະຫຼາດຈະປິດອໍເດີ້ ທຸກໆວັນເວລາ 17:30ນາທີ ແລະ ຈັດສົ່ງໃນມື້ຖັດໄປເລີ່ມອອກເດີນທາງແຕ່ 09:00ໂມງເຊົ້າຂອງທຸໆມື້.

ລູກຄ້າທີ່ມີຄວາມສົນໃຈໃຊ້ບໍລິການທ່ານສາມາດເຂົ້າສັ່ງຊື້ໄດ້ທີ່ທາງເບີວັອດແອັບ 020 94482142 ຫລື 020 54293289 ແລະ ເພຈເຟສບຸກ ຕະຫລາດສົດລາວ-ອົດຊີ ຫນອງແຕ່ງ ບໍລິການເດລິເວີລີສົ່ງເຖິງມືຜູ້ຊົມໃຊ້ແນ່ນອນ.