ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ໄດ້ຮັບເລືອກເປັນ ປະທານສະພາປະຊາຊົນແຂວງຫົວພັນ ຊຸດທີ2

602

ພິທີມອບ-ຮັບໜ້າທີ່ລະຫວ່າງຄະນະປະຈຳສະພາປະຊາຊົນແຂວງຫົວພັນ ຊຸດທີ I ແລະ ຄະນະປະຈຳສະພາປະຊາຊົນແຂວງຫົວພັນ ຊຸດທີ II ໄດ້ຈັດຂຶ້ນຢ່າງເປັນທາງການຢູ່ຫ້ອງປະຊຸມສະພາປະຊາຊົນແຂວງຫົວພັນ ໃນວັນທີ 27 ພຶດສະພາຜ່ານມາ ພາຍໃຕ້ການເຂົ້າຮ່ວມເປັນສັກສີພິຍານຂອງທ່ານ ວັນໄຊ ແພງຊຸມມາ ກຳມະການສູນກາງພັກ ເລຂາບໍລິຫານງານພັກແຂວງ ເຈົ້າແຂວງຫົວພັນ ມີບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.


ການມອບ-ຮັບໜ້າທີ່ຄັ້ງນີ້, ແມ່ນປະຕິບັດຕາມມະຕິກອງປະຊຸມຄັ້ງປະຖົມມະລືກຂອງສະພາປະຊາຊົນແຂວງຫົວພັນ ຊຸດທີ II ສະບັບເລກທີ 164/ສພຂ, ລົງວັນທີ 13/5/2021 ວ່າດ້ວຍການເລືອກຕັ້ງປະທານສະພາປະຊາຊົນແຂວງແຂວງຫົວພັນ ແລະ ມະຕິສະບັບເລກທີ 167/ສພຂ, ລົງວັນທີ 13/5/2021 ວ່າດ້ວຍການຮັບຮອງເອົາກົງຈັກການຈັດຕັ້ງຂອງສະພາປະຊາຊົນແຂວງ ແລະ ຮັບຮອງເອົາປະທານ, ຮອງປະທານຄະນະກຳມະການ, ເລຂາທິການສະພາປະຊາຊົນ ແຂວງຫົວພັນຊຸດທີ II. ພິທີມອບ-ຮັບໜ້າທີ່ລະຫວ່າງ ທ່ານ ຄຳວອນ ບຸນທະວົງ ອະດີດຮອງເລຂາຄະນະບໍລິຫານງານພັກແຂວງ ປະທານຄະນະສະມາຊິກສະພາແຫ່ງຊາດ ຊຸດທີ VIII ປະຈຳເຂດເລືອກຕັ້ງທີ 8 ປະທານສະພາປະຊາຊົນແຂວງຫົວພັນຜູ້ເກົ່າ ພັກການຮັບນະໂຍບາຍອຸດໜູນບຳນານ ແລະ ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ກຳມະການສຳຮອງສູນກາງພັກ ຮອງເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງຫົວພັນຜູ້ໃໝ່.

ພ້ອມນີ້, ຍັງໄດ້ມີການມອບ-ຮັບໜ້າທີ່ລະຫວ່າງທ່ານ ແສງທອງ ແກ້ວເພັງຄຳ ປະທານຄະນະກຳມະການເສດຖະກິດແຜນການ ແລະ ການເງິນຜູ້ເກົ່າ ພັກການຮັບນະໂຍບາຍອຸດໜູນບຳນານ ແລະ ທ່ານ ແທງ ວິໄລພອນ ປະທານຄະນະກຳມະການເສດຖະກິດແຜນການ ແລະ ການເງິນຜູ້ໃໝ່; ທ່ານ ພັນໂທ ຄຳສອນ ເກີດຊ້ອຍມີ ປະທານຄະນະກໍາມະການຍຸຕິທຳ, ປກຊ-ປກສ ຜູ້ເກົ່າໄດ້ກັບຄືນສູ່ກົມກອງເກົ່າຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ທ່ານ ພັນໂທ ທອງພັນ ພັດທະວົງ ປະທານຄະນະກຳມະການຍຸຕິທຳ ປກຊ-ປກສຜູ້ໃໝ່.

ທ່ານ ສົມສັກ ດອນຈານິດ ເລຂາທິການສະພາປະຊາຊົນແຂວງຫົວພັນຜູ້ເກົ່າ ທີ່ໄດ້ຮັບເລືອກຕັ້ງເປັນຮອງປະ ທານສະພາປະຊາຊົນແຂວງຫົວພັນ ຊຸດທີ II ແລະ ທ່ານ ຄໍາຟອງ ກົ້ວມີໄຊ ເລຂາທິການສະພາປະຊາຊົນແຂວງຫົວພັນຜູ້ໃໝ່.
ໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້, ທ່ານ ວັນໄຊ ແພງຊຸມມາ ໄດ້ຕີລາຄາສູງຕໍ່ຄະນະປະຈຳສະພາປະຊາຊົນແຂວງ ຊຸດທີ I ທີ່ເຮັດສໍາເລັດໜ້າທີ່ການເມືອງທີ່ພັກ-ລັດມອບໝາຍໃຫ້ມີຜົນ ສຳເລັດສູງ ແລະ ມີຜົນງານຫຼາຍດ້ານ.

ພ້ອມນີ້, ທ່ານ ຍັງໄດ້ເນັ້ນໜັກໃຫ້ຄະນະປະຈຳສະພາຊຸດໃໝ່ ພ້ອມກັນເຮັດວຽກງານແນວຄິດການເມືອງໃຫ້ເລິກເຊິ່ງ, ເພີ່ມທະວີຄວາມສາມັກຄີພາຍໃນໜັກແໜ້ນ, ປັບປຸງແບບແຜນວິທີນຳພາ, ວິທີເຮັດວຽກຢ່າງມີວິທະຍາສາດ, ເອົາໃຈໃສ່ຕິດຕາມກວດກາການຈັດຕັ້ງປະຕິບັດບັນດາໂຄງການຕ່າງໆ ຫຼື ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃຫ້ເລິກເຊິ່ງ, ສືບຕໍ່ປັບປຸງບັນດາກົງຈັກການຈັດຕັ້ງ ແລະ ບຸກຄະລະກອນພາຍໃນ ເພື່ອໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ສາມາດເຮັດສຳເລັດໜ້າທີ່ການເມືອງໄລຍະໃໝ່, ມີຜົນສຳເລັດອັນໃໝ່ ແລະ ໃຫຍ່ຫຼວງກວ່າເກົ່າ.

ຂ່າວ-ພາບ: ໄອແກ້ວ