ສາຍການບິນກາຣູດາ ກຽມຫຼຸດເຮືອບິນ-ຈ້າງພະນັກງານອອກ ເພື່ອປະຄອງທຸລະກິດ

304

ສຳນັກຂ່າວຕ່າງປະເທດລາຍງານວ່າ ສາຍການບິນກາຣູດາຂອງອິນໂດເນເຊຍກຽມຫຼຸດເຮືອບິນໂດຍສານລົງເຄິ່ງໜຶ່ງ ເພື່ອຫຼຸດບັນຫາການຂາດທຶນ ເພື່ອປະຄອງໃຫ້ທຸລະກິດສາມາດຢູ່ລອດ ທ່າມກາງສະພາວະຂາລົງຂອງທຸລະກິດການບິນ.


ກາຣູດາ ເປັນສາຍການບິນຍັກໃຫຍ່ຂອງອິນໂດເນເຊຍໄດ້ລາຍງານຕໍ່ຕະຫຼາດຫຼັກຊັບເມື່ອບໍ່ດົນມານີ້ວ່າ ບໍລິສັດໄດ້ສະເໜີໃຫ້ພະນັກງານລາອອກເພື່ອຮັບອຸດໜູນກ່ອນກຳນົດເວລາ ເພື່ອໃຫ້ສາຍການບິນມີສະພາບຄ່ອງທີ່ດີຂຶ້ນ ແລະ ສາມາດປັບຕົວເຂົ້າກັບການດຳເນີນທຸລະກິດໃນຍຸກ New Normal ໄດ້.


ການຫຼຸດຈຳນວນເຮືອບິນຂອງສາຍການບິນກາຣູດາຄັ້ງນີ້ ມີທັງເຮືອບິນໂດຍສານທີ່ສາຍການບິນເປັນເຈົ້າຂອງ ແລະ ເຮືອບິນທີ່ເຊົ່າມາ ເຊິ່ງຈະເຮັດໃຫ້ພະນັກງານຈຳນວນຫຼວງຫຼາຍຕ້ອງອອກຈາກວຽກ ເພື່ອຮັບອຸດໜູນກ່ອນກຳນົດ, ໃນນີ້ມີທັງພະນັກງານລະດັບສູງເຊັ່ນ ຮອງປະທານບໍລິສັດກໍຈຳເປັນຕ້ອງໄດ້ອອກກ່ອນກຳນົດ.


ປັດຈຸບັນສາຍການບິນກາຣູດາ ມີພະນັກງານທັງໝົດ 5.700 ຄົນ ແລະ ມີເຮືອບິນໂດຍສານໃນຝູງບິນ 142 ລຳ ແຕ່ສາຍການບິນຈຳເປັນຕ້ອງຫຼຸດຈຳນວນເຮືອບິນລົງໃຫ້ຍັງເຫຼືອພຽງ 70 ລຳພາຍໃນທ້າຍປີ 2022, ການຫຼຸດຈຳນວນເຮືອບິນລົງຄັ້ງນີ້ມີຜົນສະເພາະສາຍການບິນກາຣູດາເທົ່ານັ້ນ ສ່ວນສາຍການບິນໃນເຄືອເປັນຕົ້ນ ສາຍການບິນ ຊິຕີລິງ ເຊິ່ງເປັນສາຍການບິນຕົ້ນທຶນຕ່ຳ ຈະບໍ່ມີຜົນແຕ່ຢ່າງໃດ.