ເອເມຣິ ປະສົບຄວາມສໍາເລັດສູງໃນ ຢູໂຣປາ ລີກ ຫຼັງພາ ບີຢາຣີລ ດັບຝັນ ແມນຢູ

500

ອູໄນ ເອເມຣີ ຜູ້ຈັດການທີມຂອງ ບີຢາຣີລ ກາຍເປັນຜູ້ຈັດການທີມທີ່ປະສົບຜົນສໍາເລັດສູງໃນລາຍການ ຢູໂຣປາ ລີກ ຫຼັງຈາກທີ່ພາ ບີຢາຣີລ ດວນຈຸດໂທດເອົາຊະນະ ແມນເຊັສເຕີ ຢູໄນເຕັດ 11-10 ຫຼັງສະເໝີກັນ 1-1 ໃນເວລາປົກກະຕິ ເຮັດໃຫ້ ເອເມຣິີ ໃນບົດບາດຜູ້ຈັດການທີມຄວ້າແຊັມລາຍການນີ້ໄປແລ້ວ 4 ຄັ້ງຈາກການເຂົ້າຊີງທັງໝົດ 5 ຄັ້ງ.

ນັດຊີງຊະນະເລີດການແຂ່ງຂັນບານເຕະ ຢູໂຣປາ ລີກ ຈັດຂຶ້ນເມື່ອວັນທີ 26 ພຶດສະພາ 2021 ຈົບ 90 ນາທີສະເໝີກັນ 1-1 ຕ້ອງຕໍ່ເວລາພິເສດໄປອີກ 30 ນາທີກໍຍັງສະເໝີກັນ 1-1 ແລະ ຕ້ອງຕັດສິນດ້ວຍການດວນຈຸດໂທດ

ການດວນຈຸດໂທດ ບີຢາຣີລ ເຮັດໄດ້ດີກວ່າ ຍິງເຂົ້າໄປທັງໝົດ 11 ຄົນ ກ່ອນທີ່ ດາບິດ ເດ ເຄອາ ຜູ້ຮັກສາປະຕູຂອງ ແມນເຊັສເຕີ ຢູໄນເຕັດ ຈະຍິງເປັນຄົນທີ 11 ໃຫ້ກັບ ແມນເຊັສເຕີ ຢູໄນເຕັດ ແຕ່ຖືກຜູ້ຮັກສາປະຕູຂອງ ບີຢາຣີລ ປ້ອງກັນໄວ້ໄດ້ ເຮັດໃຫ້ ບີຢາຣີລ ເອົາຊະນະໄປຫວຸດຫວິດ 11-10 ຄວ້າແຊັມໄປຄອງ.

ຫຼັງໄດ້ແຊັມ ເອເມຣິີ ກ່າວວ່າ: “ ຂ້ອຍມີຄວາມສຸກ, ນັກເຕະຂອງທີມເຮັດວຽກຢ່າງໜັກມາໂດຍຕະຫຼອດລະດູການ ແລະ ພວກເຮົາພູມໃຈໃນ ບີຢາຣີລ ແນ່ນອນຂ້ອຍຄິດວ່າພວກເຮົາສົມຄວນ ເປັນຝ່າຍຊະນະ ”.


ສໍາລັບ ແຊັມຄັ້ງນີ້ເຮັດໃຫ້ ເອເມຣີ ກາຍເປັນຜູ້ຈັດການທີມທີ່ປະສົບຜົນສໍາເລັດສູງໃນລາຍການນີ້ຄື: ພາທີມຄວ້າແຊັມໄດ້ເຖິງ 4 ສະໄໝຈາກການພາທີມເຂົ້າເຖິງຮອບຊີງຊະນະເລີດ 5 ຄັ້ງແບ່ງເປັນ ພາ ເຊບີຢາ ຄວ້າແຊັມ 3 ສະໄໝ ( 2013-2014, 2014-2015 ແລະ 2015-2016 ) ແລະ ພາ ບາຢາຣີລ ຄວ້າແຊັມ 1 ສະໄໝ ( 2020-2021 ), ສ່ວນຄັ້ງທີໄດ້ຮອງແຊັມແມ່ນພາ ອາເຊນອລ ເສຍໃຫ້ກັບ ເຊລຊີ 1-4 ໃນລະດູການ 2018-2019