ວັນນີ້ ຜູ້ຕິດເຊື້ອໂຄວິດ-19 ປິ່ນປົວຫາຍດີ ໄດ້ອອກໂຮງໝໍ 225 ຄົນ ເຮັດໃຫ້ຍັງມີຜູ້ຕິດເຊື້ອນອນປິ່ນປົວ755 ຄົນ

569

ທ່ານ ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ພ້ອມດ້ວຍ ດຣ. ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາ ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19 ໄດ້ຖະແຫຼງຂ່າວປະຈຳວັນທີ22 ພຶດສະພາ 2021 .

ທ່ານ ດຣ. ລັດສະໝີ ວົງຄຳຊາວ ກ່າວວ່າ: ວັນທີ 21 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ 1.377 ຕົວຢ່າງ ພົບຜູ້ຕິດເຊື້ອ 19 ຄົນ ຄື: ນະຄອນຫຼວງ 9 ກໍລະນີ, ສະຫວັນນະເຂດ 2 ກໍລະນີ, ຈຳປາສັກ 7 ກໍລະນີແລະ ອຸດົມໄຊ 1 ກໍລະນີ.

ມາຮອດປະຈຸບັນຈໍານວນຜູ້ຕິດເຊື້ອສະສົມທັງໝົດທົ່ວປະເທດແມ່ນ 1.782 ຄົນ, ບໍ່ມີເສຍຊີວີດໃໝ່ເພີ່ມ, ຕົວເລກເສຍຊິວິດສະສົມຍັງຢູ່ທີ່ 2 ຄົນ, ປີ່ນປົວຫາຍດີ 1.025 ຄົນ (ປິ່ນປົວດີໃໝ໋225ຄົນ)ແລະ ກຳລັງປີ່ນປົວ 755 ຄົນ.

ຄົນເຈັບຕິດເຊື້ອໃໝ່ ຈາກ ນະຄອນຫຼວງວຽງຈັນ 9 ຄົນ (ທັງໝົດ ແມ່ນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າທີ່ມີການຕິດເຊື້ອໃນຊຸມຊົນ); ສໍາລັບ ແຂວງຈໍາປາສັກ 7 ຄົນ ແລະ ແຂວງສະຫວັນນະເຂດ 2 ຄົນ ແມ່ນກໍລະນີນຳເຂົ້າ ເຊິ່ງກວດພົບເຊື້ອໃນແຮງງານລາວ ທີ່ກັບຄືນປະເທດຖືກຕາມລະບຽບກົດໝາຍ. ສຳລັບແຂວງອຸດົມໄຊ 1 ຄົນ ແມ່ນຄົນເຈັບທີ່ຕິດເຊື້ອໃໝ່ທີ່ບໍ່ໄດ້ເດີນທາງໄປໃສ ລາຍລະອຽດທີມງານກຳລັງສອບສວນ.

ສປປ ລາວ ເຮົາເກີດການລະບາດໃນຊຸມຊົນ ນັບແຕ່ເດືອນ ເມສາ 2021 ເປັນຕົ້ນມາ ເນື່ອງຈາກ ປະຊາຊົນບາງກຸ່ມ ບໍ່ຈັດຕັ້ງປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກ ຢ່າງເຄັ່ງຄັດເທົ່າທີ່ຄວນ, ຍັງມີການໄປມາຫາສູ່ລະຫ່ວາງຍາດຕິພີ່ນ້ອງ ແລະ ໝູ່ເພື່ອນ, ມີການພົບປະສັງສັນແບບປົກກະຕິ ຈີ່ງເຮັດໃຫ້ມີເກີດການລະບາດເປັນຈຸ້ມ ໃນຫຼາຍຄອບຄົວ, ຍາດຕິພີ່ນ້ອງ ແລະ ຫມູ່ຄູ່.