ສະຫະພັນບານເຕະແຫ່ງຊາດລາວ ເຂົ້າຮ່ວມກອງປະຊຸມໃຫຍ່ FIFA ຄັ້ງທີ 71 ທາງອອນລາຍ

780

ໃນຕອນຄໍ່າຂອງ ວັນທີ 21 ພຶດສະພາ 2021, ສະຫະພັນບານເຕະແຫ່ງຊາດລາວ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ ຂອງສະຫະພັນບານເຕະນາໆຊາດ (FIFA) ຄັ້ງທີ 71 ຕາງໜ້າໃຫ້ ສຕລ ໂດຍແມ່ນ ທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ

ໃນນັ້ນ ສຕລ ຍັງຖືກຮັບເລືອກໃຫ້ເປັນໜຶ່ງໃນສາມສະມາຊິກ ເພື່ອນັບການລົງຄະແນນສຽງໃນກອງປະຊຸມຄັ້ງນີ້ ຕາງໜ້າໂດຍ ທ່ານ ນາງ ກັນຍາ ແກ້ວມະນີ ເລຂາທິການສະຫະພັນບານເຕະແຫ່ງຊາດລາວ.

ກອງປະຊຸມຄັ້ງນີ້ ດໍາເນີນການໃນຮູບແບບອອນລາຍ ພາຍໃຕ້ການເປັນປະທານຂອງ ທ່ານ Gianni Infantino ປະທານສະຫະພັນບານເຕະນາໆຊາດ ເຊິ່ງໄດ້ມີການຜ່ານວາລະກອງປະຊຸມຫຼາຍຫົວຂໍ້ ແລະ ລົງຄະແນນສຽງ ເພື່ອຮັບຮອງ.

ໃນກອງປະຊຸມໄດ້ມີການສະເໜີແຜນການແຂ່ງຂັນບານໂລກ ທັງປະເພດທີມຊາຍ ແລະ ທີມຍິງ

ນອກນັ້ນ ປະທານສະຫະພັນບານເຕະນາໆຊາດ ຍັງໄດ້ສະເໝີ 11 ປະເດັນສໍາຄັນ (ເບິ່ງຂໍ້ມູນເພີ່ມຕືີ່ມທີ່ລີ້ງ)
https://www.fifa.com/who-we-are/news/fifa-congress-votes-on-future-of-fifa-women-s-world-cuptm-hosting-and-looks-to-e?fbclid=IwAR2d6uUFJxoD2z-gdP7iDfaOCEtc__Cy5eoDFFDsf3Va8bh2DyF2dJ_uLFE#71st-fifa-virtual-congress-council-meeting-2-x1687