ເຄດິຣາ ປະກາດອໍາລາອາຊີບບານເຕະ ດ້ວຍອາຍຸ 34 ປີ

513

ຊາມີ ເຄດິຣາ ອະດີດກອງກາງທີມຊາດເຢຍລະມັນ ປະກາດອໍາລາອາຊີບການເປັນນັກເຕະກັບສະໂມສອນ ແຮທາ ເບີລິນ ສະໂມສອນໃນບຸນເດສລີກາ ເຢຍລະມັນ ເມື່ອວັນທີ 19 ພຶດສະພາ 2021 ດ້ວຍອາຍຸ 34 ປີ ເຊິ່ງນັດອໍາລາຢ່າງເປັນທາງການຈະມີຂຶ້ນວັນທີ 22 ພຶດສະພາ 2021 ທີ່ຈະພາສະໂມສອນບຸກໄປຢາມ ຮ໊ອບເຟນໄຮ ເຊິ່ງເປັນນັດສຸດທ້າຍຂອງລະດູການ.

ເຄດິຣາ ໂພສຜ່ານຂໍ້ຄວາມໃນທະວິດເຕີສ່ວນຕົວວ່າ: “ ຫຼັງຈາກນັດສຸດທ້າຍຂອງລະດູການ ມັນເຖິງເວລາທີ່ຈະບອກລາ, ຂ້ອຍຮູ້ສຶກພາກພູມໃນທີ່ມີໂອກາດໄດ້ສໍາຜັດປະສົບການທີ່ໂດດເດັ່ນເຫຼົ່ານີ້ຮ່ວມກັບພວກເຂົາ, ຂອບໃຈແຟນບານທຸກຄົນ, ເພື່ອນຮ່ວມທີມ, ຄູຝຶກ ແລະ ແນ່ນອນ ຄອບຄົວ ກັບ ເພື່ອນຂອງຂ້ອຍ ”.

ເຄດິຣາ ມີບັນຫາບາດເຈັບມາໂດຍຕະຫຼອດຫຼາຍປີ ເຊິ່ງລະດູການນີ້ລົງຫຼິ້ນໃຫ້ກັບ ແຮທາ ເບີລິນ ພຽງ 8 ນັດ ຫຼັງຈາກທີ່ຍ້າຍມາຢູ່ກັບທີມແບບບໍ່ມີຄ່າຕົວໃນກາງລະດູການທີ່ຜ່ານມາ ຫຼັງຍົກເລີກສັນຍາກັບ ຢູເວນຕຸສ.

ສໍາລັບ ເຄດິຣາ ເລີ່ມຕົ້ນອາຊີບນັກເຕະກັບ ເຟົາເອັຟເບ ສະຕຸ໊ດກາດ ໃນປີ 2006 ແລະ ສ້າງຜົນງານໂດດເດັ່ນຈົນໄດ້ຍ້າຍໄປຢູ່ກັບສະໂມສອນ ຣີລ ມາດຣິດ ໃນປີ 2010 ລົງແຂ່ງ 161 ນັດຍິງໄປ 9 ປະຕູ ພາທີມຄວ້າແຊັມລາລີກາ 1 ສະໄໝ, ໂກປາ ເດລ ເຣ 2 ສະໄໝ, ຊູເປີໂກປາ ເດ ເອັສປັນຢາ 1 ສະໄໝ, ຢູຟາ ແຊັມປ້ຽນລີກ 1 ສະໄໝ, ຢູຟາ ຊູເປີ ຄັບ 1 ສະໄໝ ແລະ ຟີຟາ  ຄລັບ ເວິລ ຄັບ 1 ສະໄໝ.