ໂລກຮ່ວມຮຽກຮ້ອງປົກປ້ອງຊີວິດພົນລະເຮືອນ ຈາກເຫດການສູ້ຮົບອິດສະຣາແອນ – ຮາມາສ

264

ສຳນັກຂ່າວຕ່າງປະເທດລາຍງານວ່າ: ອົງການສະຫະປະຊາຊາດ ( ສປຊ ), ອາເມຣິກາ, ເຢຍລະມັນ ແລະ ອີກຫຼາຍປະເທດທົ່ວໂລກໄດ້ຮ່ວມກັນອອກມາຮຽກຮ້ອງໃຫ້ມີການປົກປ້ອງຊີວິດຂອງພົນລະເຮືອນທີ່ຕົກຢູ່ໃນທ່າມກາງ ຄວາມຮຸນແຮງຈາກການສູ້ຮົບລະຫວ່າງອິດສະຣາແອນ ກັບ ກຸ່ມຮາມາສ.

ສື່ຕ່າງປະເທດໄດ້ເຜີຍແຜ່ພາບທີ່ເຈົ້າໜ້າທີ່ດຶງເດັກນ້ອຍອອກຈາກຊາກຫັກພັງຂອງອາຄານໃນກາຊາ ແລະ ພາບຜູ້ຄົນທີ່ພາກັນແລ່ນຫາກຳບັງ ເພື່ອຫຼົບຈະຫຼວດໃນອິດສະຣາແອນ ໄດ້ເຮັດໃຫ້ສຽງຮຽກຮ້ອງດັ່ງກ່າວນີ້ເກີດຂຶ້ນຈາກທົ່ວໂລກ, ຫຼັງຈາກຄວາມຂັດແຍ່ງບານປາຍຈົນກ້າວໄປເຖິງການໃຊ້ອາວຸດໜັກຕອບໂຕ້ກັນ ໄປ – ມາ ກ້າວເຂົ້າສູ່ອາທິດທີ 2 ແລະ ຍັງບໍ່ມີວີ່ແວວວ່າຈະຢຸດຍິງເມື່ອໃດ.

ຈົນເຖິງຂະນະນີ້ໃນສະນວນກາຊາມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 212 ຄົນ ຈາກການໂຈມຕີທາງອາກາດຂອງກອງທັບອິດສະຣາແອນ, ໃນນັ້ນມີເດັກນ້ອຍ 61 ຄົນ, ຂະນະທີ່ຢູ່ອິດສະຣາແອນ ມີຜູ້ເສຍຊີວິດ 10 ຄົນ, ໃນນັ້ນເດັກນ້ອຍ 2 ຄົນ.