ຊົມເຊີຍແພດໝໍແຂວງຈຳປາສັກ ປິ່ນປົວເດັກນ້ອຍອາຍຸ 6ເດືອນ ຕິດໂຄວິດ-19 ຫາຍດີແລ້ວ

218

ໂຮງໝໍແຂວງຈຳປາສັກລາຍງານວ່າ: ໃນຕອນບ່າຍຂອງວັນທີ 18ພຶດສະພາ2021 ສູນຄຸ້ມຄອງກໍລະນີໂຮງຫມໍໂພນທອງໄດ້ສົ່ງຜູ້ຕິດເຊື້ອໂຄວິດ19 ທີ່ປີ່ນປົວຫາຍດີ ແລະ ມີຜົນກວດໂຄວິດເປັນລົບ ກັບບ້ານຈຳນວນ 6ຄົນ ເປັນຄົນຈີນ 2ຄົນ ແລະ ເດັກນ້ອຍອາຍຸ 6ເດືອນ1ຄົນ.

ເຂົ້າຮ່ວມມອບສົ່ງໂດຍທ່ານ ດຣ ບຸນຄ້ຳ ເພັດທານີ ຮອງຜູ້ຜູ້ອຳນວຍການໂຮງໝໍຈຳປາສັກ,ທ່ານ ດຣ ນາງ ສຸລິຍາ ແກ້ວຫາວົງ ຫົວໜ້າຂະແໜງປີ່ນປົວ-ພື້ນຟູໜ້າທີ່ການພະແນກສາທາແຂວງ, ດຣ ບຸນມີ ຫົວໜ້າຫ້ອງການສາທາເມືອງໂພນທອງ, ທ່ານ ດຣ ພູໄຊສີ ຜູ້ອຳນວຍການໂຮງໝໍຊຸມຊົນໂພນທອງ.


ເຂົ້າຮ່ວມຮັບເອົາແມ່ນອຳນາດການປົກຄອງບ້ານຂອງແຕ່ລະຄົນ ແລະ ຕ່າງຫນ້າຄອບຄົວມາເຮັດບົດບັນທຶກ, ເຊັນມອບຮັບ ໄວ້ເປັນຫຼັກຖານ ເພື່ອໃຫ້ອຳນາດການປົກຄອງໄດ້ສືບຕໍ່ຈຳກັດບໍລິເວນຜູ້ກ່ຽວຢູ່ບ້ານອີກ14ວັນ ແລະ ປະຕິບັດມາດຕະການ ດຳລົງຊີວິດແບບໃໝ່ ຄື: ໃສ່ຜ້າປິດປາກປິດດັງ, ຮັກສາໄລຍະຫ່າງ , ໝັ່ນລ້າງມືດ້ວຍສະບູ ເຈວລ້າງມື ຫຼື ເຫຼົ້າ 70% ແລະ ອື່ນໆຖ້າມີອາການໃຂ້, ໄອ, ຫາຍໃຈຜຶດ ຫຼື ອາການອື່ນໆອີກ ໃຫ້ລາຍງານອຳນາດການປົກຄອງ, ໜ່ວຍສະເພາະກິດ ຫຼືໂທສາຍດ່ວນ 031 165 ເພື່ອກັບເຂົ້າມາກວດຄືນອີກ.

ໃນການຖະແຫຼງຂ່າວ ປະຈຳວັນທີ 18 ພຶດສະພາ 2021 ຂອງທ່ານ ດຣ ວຽງສີ ສຸພັກດີ ຫົວໜ້າພະແນກສາທາລະນະສຸກແຂວງ ຈໍາປາສັກໃຫ້ຮູ້ວ່າ:ຜົນກວດວັນທີ 17 ພຶດສະພາ ແຂວງຈຳປາສັກພົບກໍລະນີຕິດເຊື້ອໂຄວິດ-19ໃໝ່ຈຳນວນ15 ກໍລະນີ(ເປັນແຮງງານລາວເດີນທາງມາຈາກປະເທດໄທຖືກຕ້ອງຕາມກົດໝາຍ), ເປັນເວລາ11ວັນແລ້ວທີ່ແຂວງຈຳປາສັກບໍ່ມີກໍລະນີຕິດເຊື້ອໃນຊຸມຊົນ.

ມາຮອດປັດຈຸບັນມີກໍລະນີຕິດເຊື້ອສະສົມ276ຄົນ ປິ່ນປົວດີ 84ຄົນ(ຍັງບໍ່ລວມກໍລະນີອອກໂຮງໝໍ ວັນທີ18ພຶດສະພາ), ຍັງສືບຕໍ່ປິ່ນປົວ192ຄົນ.