ກອງຄຸ້ມຄອງພາຫະນະ ແລະ ຂັບຂີ່ ນວ ບໍ່ອະນຸຍາດໃຫ້ຜູ້ບໍ່ມີໃບຢັ້ງຢືນສັກວັກແຊງກັນໂຄວິດ ເຂົ້າໄປໃຊ້ບໍລິການ

1519

ກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່,ນວ ພະແນກ ໂຍທາທິການ ແລະ ຂົນສົ່ງ,ນວ ໄດ້ອອກແຈ້ງການສະບັບເລກທີ 0401 ລົງວັນທີ 17 ພຶດສະພາ 2021 ເພື່ອໃຫ້ພໍ່ແມ່ປະຊາຊົນຮັບຮູ້ ແລະ ເຂົ້າໃຈ ເປັນເອກະພາບກັນ ເລື່ອງ: ການປະຕິບັດມາດຕະການເຂັ້ມງວດ ເພື່ອສະກັດກັ້ນ ການແຜ່ລະບາດ ຂອງພະຍາດໂຄວິດ-19.


ກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ນະຄອນຫລວງວຽງຈັນ ຂໍແຈ້ງມາຍັງທ່ານຊາບວ່າ ເພື່ອປະຕິບັດມາດຕະການຢ່າງເຂັ້ມງວດ ໃນການສະກັດກັ້ນ ການແຜ່ລະບາດ ຂອງພະຍາດໂຄວິດ-19. ເລີ່ມແຕ່ວັນທີ 18/05/20 21 ເປັນຕົ້ນໄປ ພວກເຮົາຈະບໍ່ອະນຸຍາດໃຫ້ ບັນດາທ່ານທີ່ຍັງບໍ່ທັນໄດ້ຮັບວັກແຊງ ປ້ອງກັນພະຍາດໂຄວິດ-19 ມາປະຈຳການ ຫຼື ມາໃຊ້ບໍລິການ ຢູ່ທີ່ກອງຄຸ້ມຄອງພະຫະນະ ແລະ ການຂັບຂີ່ ນະຄອນຫລວງວຽງຈັນ (ທົ່ງປົ່ງ), ສາຂາ ເມືອງນາຊາຍທອງ (ນ້ຳຊ່ວງ) ແລະ ສາຂາ ເມືອງໄຊທານີ.


ໝາຍເຫດ: ໃຫ້ທຸກທ່ານຖືບັດຮັບອັກຊິນ ປ້ອງກັນໂຄວິດ-19 ມາພ້ອມທຸກຄັ້ງ ເພື່ອຄວາມສະດວກໃນການເຂົ້າມາໃຊ້ບໍລິການ. ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ປະຕິບັດຕາມແຈ້ງການສະບັບນີ້ຢ່າງເຂັ້ມງວດ.